9 ເດືອນ ແຂວງຫລວງພະບາງ ເກັບລາຍຮັບໄດ້ຫລາຍກວ່າ 711 ຕື້ກີບ

ວັນທີ 25 ກັນຍາ 2024 ນີ້, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ໄດ້ເຮັດວຽກຮ່ວມກັບການນຳແຂວງຫລວງພະບາງ, ມີ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫລວງພະບາງ, ພ້ອມດ້ວຍ ການນໍາຂັ້ນແຂວງ-ເມືອງ ເຂົ້າຮ່ວມ ແລະລາຍງານການຈັດຕັ້ງຜັນຂະຫຍາຍມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ໂດຍໄດ້ແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນບັນຫາເງິນເຟີ້,ອັດຕາແລກປ່ຽນເງິນຕາດລາຄາສິນຄ້າ ແລະໜີ້ສິນຕ່າງປະເທດ, ການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານຕາມແຕ່ລະຂົງເຂດ.

ຜ່ານການຈັດຕັ້ງປະຕິບັດໃນໄລຍະ 9 ເດືອນປີ 2024 ແຂວງຫລວງພະບາງ ປະຕິບັດລາຍຮັບທັງໝົດ ສູນກາງ ແລະ ທ້ອງຖິ່ນໄດ້ຫລາຍກວ່າ 711 ຕື້ກີບ, ເທົ່າກັບ 104.37% ຂອງແຜນການປີ. ສ່ວນລາຍຈ່າຍ ປະຕິບັດໄດ້ຫລາຍກວ່າ 557 ຕື້ກີບ, ເທົ່າກັບ 71.92% ຂອງແຜນການປີ, ຄາດຄະເນການຈັດຕັ້ງປະຕິບັດລາຍຮັບພູດ ທ້ອງ ຖິ່ນ ທ້າຍປີ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຫລາຍກວ່າ 816 ຕື້ກີບ ຫລື ເທົ່າກັບ 125.59% ຂອງແຜນປີ (ລື່ນແຜນຫລາຍກວ່າ 166 ຕື້ກີບ).

ໂອກາດນີ້ ທ່ານ ຄໍາເຈນ ວົງໂພສີ ໄດ້ມີຄໍາເຫັນເຈາະຈີ້ມ ກ່ຽວກັບການຜະລິດ-ປຸງແຕ່ງ ເພື່ອຊົມໃຊ້ພາຍໃນ ແລະສົ່ງອອກ; ການນຳເຂົ້າ-ສົ່ງອອກ; ການບໍລິການການຂົນສົ່ງ-ໂດຍສານ ແລະ ການບໍລິການທ່ອງທ່ຽວ; ການພັດທະນາ ແລະ ຄຸ້ມຄອງແຮ່ທາດປະເພດຕ່າງໆ; ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນໃນທຸກຂົງເຂດ ລວມທັງຢູ່ເຂດເສດຖະກິດພິເສດ; ການສ້າງຖານລາຍຮັບ; ການຂຸດຄົ້ນລາຍຮັບ ຕິດພັນກັບການຄຸ້ມຄອງລາຍຈ່າຍ ລວມທັງການຕ້ານການຟູມເຟືອຍ; ການຄຸ້ມຄອງເງິນຕາ, ອັດຕາແລກປ່ຽນເງິນຕາ, ການດັດສົມຫົວໜ່ວຍແລກປ່ຽນເງິນຕາທີ່ມີຢູ່ປັດຈຸບັນ; ການຄຸ້ມຄອງຮ້ານຊື້-ຂາຍຄຳ; ສະພາບການລັກລອບຊື້-ຂາຍ ສິນຄ້າ ລວມທັງການລັກລອບນຳເຂົ້າ-ສົ່ງອອກທຸກປະເພດ; ການສະຫລຸບຕີລາຄາເບື້ອງຕົ້ນວຽກງານແຕ່ລະດ້ານ ທັງທຽບໃສ່ຄາດໝາຍສູ້ຊົນ ທີ່ລັດຖະ ບານ ກໍຄື ທ້ອງຖິ່ນວາງອອກ ໃນປີ 2024 ກໍຄື ແຜນ 5 ປີ ຄັ້ງທີ IX, ທັງກຳນົດທິດທາງ, ແຜນການ ແລະ ມາດຕະການທີ່ຈະປະຕິບັດໃນຕໍ່ໜ້າ ໂດຍໃຫ້ສອດຄ່ອງກັບສະພາບຂໍ້ມູນໃນໄລຍະຜ່ານມາ ລວມທັງຜົນກະທົບຈາກໄພພິບັດທາງທຳມະຊາດ ປີ 2024 ນີ້. ສິ່ງສໍາຄັນແມ່ນຂໍ້ມູນຕ້ອງໃກ້ກັບສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ ໂດຍມີການເຂົ້າຮ່ວມຂອງອົງການປົກຄອງຂັ້ນເມືອງ-ນະຄອນ, ຫົວໜ່ວຍວິຊາການຂັ້ນທ້ອງຖິ່ນ ແລະ ພາກສ່ວນເສດຖະ ກິດ.
ໂອກາດມາເຄື່ອນໄຫວເຮັດວຽກໃນຄັ້ງນີ້, ທ່ານ ຄໍາເຈນ ວົງໂພສີ ໄດ້ມອບເງິນສົດ ຈໍານວນ 50 ລ້ານກີບ ໃຫ້ອົງການປົກຄອງແຂວງຫລວງພະບາງ ເພື່ອປະກອບສ່ວນຮັບໃຊ້ວຽກງານຂອງແຂວງ ຕື່ມອີກ.


ຂ່າວ-ພາບ: ທະນູສີນ ອິດທິພົນ