ສຄອຊ ຮ່ວມສະຖາບັນການສືກສາ (ITEES) ສິງກະໂປ ພັດທະນາການສຶກສາ

ໃນວັນທີ 23 ສີງຫາ 2024, ທີ່ ສະຖາບັນການສືກສາ (ITEES) ສິງກະໂປ.
ທ່ານ ປອ ໄຊບັນດີດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ(ສຄອຊ), ໃນນາມຕາງໜ້າ ສຄອຊ ໄດ້ເຂົ້າຮ່ວມເຊັນບົດບັນທືກຄວາມເຂົ້າໃຈ ລະຫວ່າງ (ສຄອຊ) ແລະ (ITEES) ສິງກະໂປ. Memorandum of Understanding in Collaboration in field of Technical and Vocational Education and Training between Lao National Chamber of Commerce and Industry (LNCCI) and ITE Education Service Singapore.

ຈຸດປະສົງ ຂອງການເຊັນບົດບັນທືກຄວາມເຂົ້າໃຈໃນຄັ້ງນີ້ ແມ່ນເພື່ອການຮ່ວມມືຂອງສອງຝ່າຍໃນການພັດທະນາຂະແໜງການສືກສາ ເວົ້າລວມສະເພາະແມ່ນການພັດທະນາວຽກງານອາຊີວະສຶກສາ ໂດຍພື້ນຖານກ່ຽວກັບການ ພັດທະນາສາຍອາຊີວະສຶກສາ ແລະ ການຝືກອົບຮົມໃນຫຼາຍໆ ຫົວຂໍ້ ເຊັ່ນ: ພາວະຄວາມເປັນຜູ້ນຳ, ການພັດທະນາຄວາມອາດສາມາດຂອງພະນັກງານ, ການພັດທະນາວຽກງານດ້ານວິຊາການ ແລະ ວຽກງານທີ່ກ່ຽວກັບຂະແໜງການອາຊີວະສຶກສາ.

ນອກນັ້ນ, ຍັງມີວຽກງານອື່ນໆ ໂດຍອີງໃສ່ການປືກສາຫາລື ແລະ ຕົກລົງເຫັນດີຂອງທັງສອງຝ່າຍໃນການຈັດຕັ້ງປະຕີບັດ ແລະການມີສ່ວນຮ່ວມ.