ສາທາລະນະສຸກ ອັດຕະປື ເຜີຍແຜ່ນະໂຍບາຍໃໝ່

ວັນທີ 23 ກັນຍາ 2024 ທີ່ຫ້ອງປະຊຸມສູນຊັບພະຍາກອນມະນຸດ ພະແນກສາທາລະນະສຸກແຂວງອັດຕະປື ໄດ້ຈັດກອງປະຊຸມຈັດຕັ້ງເຜີຍແຜ່ນະໂຍບາຍໃໝ່ ຄື ກອງທຶນປະກັນສຸຂະພາບແຫ່ງຊາດ ໃນການຈ່າຍສົມທົບຮ່ວມຂອງປະຊາຊົນຜູ້ທີ່ມີເງື່ອນໄຂຈ່າຍ ເວລາໄປໃຊ້ບໍລິການປິ່ນປົວສຸຂະພາບ, ເປັນປະທານຂອງ ທ່ານ ວຽງໄຊ ໄຊສົມບັດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີທ່ານ ປອ ດຣ ພູວັງ ສູ້ຍຍະວົງ ຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງ, ເມືອງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂົ້າຮ່ວມ.

ກອງທຶນປະກັນສຸຂະພາບແຫ່ງຊາດ ປະຕິບັດການຈ່າຍທົດແທນໃຫ້ສະຖານທີ່ບໍລິການປິ່ນປົວ ແລະ ນະໂຍ ບາຍຈ່າຍຮ່ວມ ຕາມການຄິດໄລ່ຂອງການສຶກສາຕົ້ນທຶນ, ຫຼື ຈ່າຍທົດແທນໃຫ້ສະຖານທີ່ບໍລິການປິ່ນປົວ ສໍາລັບສະມາຊິກປະກັນ ສຸຂະພາບພາກປະກັນສັງຄົມເຕັມ ຕາມອັດຕາທົດແທນຄ່າບໍລິການ ແລະ ນະໂຍ ບາຍຈ່າຍຮ່ວມ, ສະມາຊິກປະກັນສຸຂະພາບພາກປະກັນສັງຄົມ ຈະບໍ່ໄດ້ຈ່າຍຮ່ວມ ຍົກເວັ້ນການບໍລິການໃດທີ່ທຶນປະກັນສຸຂະພາບແຫ່ງຊາດບໍ່ປົກຄຸມ, ສຳລັບຜູ້ທຸກຍາກ ທີ່ມີບັດປະກັນສຸຂະພາບຍັງເກີດສິດ ຈະບໍ່ໄດ້ຈາຍຮ່ວມ ກອງທຶນປະກັນສຸຂະພາບແຫ່ງຊາດຈ່າຍທົດແທນໃຫ້ສະຖານທີ່ບໍລິການປິ່ນປົວເຕັມ, ກອງທຶນປະກັນສຸຂະພາບແຫ່ງຊາດ ຈ່າຍທົດແທນໃຫ້ສະຖານທີ່ບໍລິການປິ່ນປົວ ສໍາລັບປະຊາຊົນຜູ້ທີ່ມີເງື່ອນໄຂຈ່າຍຕາມສັດສ່ວນຂອງອັດຕາທົດແທນຄ່າບໍລິການ ແລະ ນະໂຍບາຍຈ່າຍຮ່ວມ, ໂຮງໝໍຕ້ອງຮັບປະກັນການສະໜອງການບໍລິການໃຫ້ຄົນເຈັບຕາມລະບຽບການ ແລະ ບໍ່ໃຫ້ໂຮງໝໍເກັບເງິນເພິ່ມຈາກຄົນເຈັບໃນສ່ວນທີ່ກອງທຶນປະກັນສຸຂະພາບແຫ່ງຊາດປົກຄຸມ; ໃນກໍລະນີຢາ ທີ່ກອງທຶນປະກັນສຸຂະພາບແຫ່ງ ຊາດປົກຄຸມ ແຕ່ໂຮງໝໍບໍ່ສາມາດສະໜອງໃຫ້ໄດ້ ແລະ ໃຫ້ຄົນເຈັບໄປຊື້ຢູ່ຮ້ານຂາຍຢາທີ່ມີໃບບິນຖືກຕ້ອງ, ໂຮງໝໍຕ້ອງໄດ້ທົດແທນຄືນໃຫ້ກັບຄົນເຈັບທັນທີ ຕາມລາຄາຂອງໂຮງໝໍກໍານົດ ພາຍຫຼັງທີ່ໄດ້ຮັບໃບບິນ.

ກອງທຶນປະກັນສຸຂະພາບແຫ່ງຊາດ ປົກຄຸມສະເພາະຄ່ານໍາສົ່ງທາງບົກ ສໍາລັບກໍລະນີຜູ້ທຸກຍາກທີ່ມີບັດປະກັນສຸຂະພາບຍັງເກີດສິດ ໃນກໍລະນີສຸກເສີນຈໍາເປັນ, ສໍາລັບສະມາຊິກປະກັນສຸຂະພາບພາກປະກັນສັງຄົມ ປົກຄຸມ ກໍລະນີໄປປິ່ນປົວສຸກເສີນຈໍາເປັນ ຖ້າວ່າບໍ່ແມ່ນກໍລະນີປິ່ນປົວສຸກເສີນຈໍາເປັນ ກອງທຶນປະກັນສຸຂະພາບແຫ່ງຊາດຈະບໍ່ປົກຄຸມ; ແມ່ຍິງຖືພາທີ່ມາໃຊ້ບໍລິການກວດທ້ອງປົກກະຕິທີ່ບໍ່ໄດ້ຮັບການກວດເພີ້ມ ແລະ ໄດ້ຮັບຢາທີ່ນອນໃນຢາຂອງໂຄງການ ແມ່ນບໍ່ໃຫ້ເກັບເງິນຈ່າຍຮ່ວມ, ເດັກລຸ່ມ 5 ປີ ທີ່ມາຮັບວັກຊິນປົກກະຕິ ກໍ່ບໍ່ໃຫ້ເກັບເງິນຈ່າຍຮ່ວມເຊັ່ນກັນ; ຄົນເຈັບຜູ້ທຸກຍາກແມ່ນສາມາດຂ້າມເຂດໄປໃຊ້ບໍລິການປິ່ນປົວສຸຂະພາບຢູ່ສະຖານທີ່ບໍລິການປິ່ນປົວສຸຂະພາບພາຍໃນແຂວງທີ່ຕົນອາໃສຢູ່ໄດ້.

ສໍາລັບການນໍາໃຊ້ບັດປະກັນສຸຂະພາບຂອງຜູ້ທຸກຍາກນັ້ນແມ່ນຈະມີການປ່ຽນແປງຕາມການ ປະເມີນແຕ່ລະໄລຍະຂອງກົມພັດທະນາຊົນນະບົດ.
ຂ່າວ: ທ. ວຽງໄຊ