ກະຊວງສຶກສາທິການ ແລະກິລາ - ອົງການຢູນິເຊັບ ປະຈໍາ ສປປ ລາວ ຢ້ຽມຢາມໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ແຂວງຫຼວງນໍ້າທາ

ກະຊວງສຶກສາທິການ ແລະກິລາ-ອົງການຢູນິເຊັບ ປະຈໍາ ສປປ ລາວ ໄດ້ມອບອຸປະກອນຊ່ວຍເຫຼືອໃຫ້ກັບໂຮງຮຽນ ເເລະນັກຮຽນຈຳນວນ 5,500 ຄົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເພື່ອຮັບປະກັນການສືບຕໍ່ການຮຽນພາຍຫຼັງເຫດການສຸກເສີນ.

ທີ່ແຂວງຫຼວງນໍ້າທາ, ວັນທີ 23 ກັນຍາ 2024 - ກະຊວງສຶກສາທິການ ແລະກິລາ ພ້ອມດ້ວຍອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ຮ່ວມກັນລົງຢ້ຽມຢາມບັນດາໂຮງຮຽນໃນເມຶອງຫຼວງນໍ້າທາ, ເເຂວງຫຼວງນໍ້າທາ, ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເພື່ອປະເມີນຄວາມເສຍຫາຍ, ຄວາມຕ້ອງການ ແລະສ້າງເງື່ອນໄຂຮັບປະກັນວ່ານັກຮຽນທີ່ໄດ້ຮັບຜົນກະທົບ 5,000 ຄົນ ຈະສາມາດສືບຕໍ່ການຮຽນຂອງພວກເຂົາໄດ້.

ໃນການຢ້ຽມຢາມຄັ້ງນິ້, ຄະນະຜູ້ແທນນໍາພາໂດຍທ່ານ ຮສ. ປອ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ພ້ອມດ້ວຍ ທ່ານ ບິລາລ ດູຣານິ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ, ໄດ້ພົບປະກັບບັນດານັກຮຽນ, ຄູ ເເລະຜູ້ບໍລະຫານໃນເເຂວງ. ໃນລະຫວ່າງການຢ້ຽມຢາມ, ຄະນະຜູ້ແທນດັ່ງກ່າວຍັງໄດ້ມອບອຸ​ປະ​ກອນ​ດ້ານການ​ສຶກ​ສາ ​ແລະອຸ​ປະ​ກອນ​ດ້ານ​ນໍ້າ, ສຸຂາພິບານ ແລະສຸຂະອານາໄມໃຫ້ເເກ່ບັນດາໂຮງຮຽນທີ່ໄດ້ຮັບຜົນກະທົບເຊີ່ງອົງການຢູນິເຊັບ ປະຈຳ ສປປ ລາວ ກໍຍັງໄດ້ໃຫ້ຄຳໝັ້ນສັນຍາໃນການສືບຕໍ່ສະໜອງການສະໜັບສະໜູນໃຫ້ຜູ້ທີ່ໄດ້ຮັບຜົນກະທົບຕື່ມອີກ.

ທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ເນັ້ນໜັກເຖິງຄວາມເອົາໃຈໃສ່ຂອງ ລັດຖະບານ ເເຫ່ງ ສປປ ລາວ, ກໍຄືກະຊວງສຶກສາທິການ ເເລະ ກິລາ, ໃນການຮັບປະກັນການຮຽນຢ່າງຕໍ່ເນື່ອງໃນເວລາເກີດເຫດສຸກເສີນ. ທ່ານລັດຖະມົນຕີກະຊວງສຶກສາທິການ ກ່າວວ່າ: "ການສຶກສາແມ່ນມີຄວາມສຳຄັນຫຼາຍໃນການປົດລັອກທ່າແຮງຂອງເດັກນ້ອຍລາວຂອງພວກເຮົາ. ດັ່ງນັ້ນພວກເຮົາບໍ່ອາດສາມາດປ່ອຍໃຫ້ເຫດການສຸກເສີນໃດໆເຮັດໃຫ້ການສຶກສາຂອງພວກເຂົາຢຸດຊະງັກໄດ້".

“ກະຊວງສຶກສາທິການ ແລະກິລາໄດ້ເອົາໃຈໃສ່ທຸກຄວາມພະຍາຍາມເພື່ອຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມຕໍ່ກັບໂຮງຮຽນຢູ່ແຂວງຫຼວງນໍ້າທາ ແລະບັນດາເມືອງ ເເລະ ແຂວງອື່ນໆ ທີ່ໄດ້ຮັບຜົນກະທົບເຊັ່ນດຽວກັນ. ພວກເຮົາພວມເຮັດວຽກຢ່າງໃກ້ຊິດກັບຄູ່ຮ່ວມພັດທະນາຂອງພວກເຮົາເຊັ່ນອົງການຢູນິເຊັບເພື່ອສະໜອງອຸປະກອນທີ່ຈໍາເປັນ, ລວມທັງອຸປະກອນການຮຽນ-ການສອນ ແລະການຊ່ວຍເຫຼືອທາງດ້ານຈິດໃຈ ເພື່ອຊ່ວຍໃຫ້ນັກຮຽນ ແລະຄູອາຈານສາມາດເອົາຊະນະເຫດການອັນທ້າທາຍນີ້."

ອົງການຢູນິເຊັບ ແມ່ນໜຶ່ງໃນບັນດາອົງການທຳອິດທີ່ໄດ້ສະໜອງການຊ່ວຍເຫຼືອຕໍ່ກັບເຫດການໄພນໍ້າຖ້ວມທີ່ເກີດຂຶ້ນຢູ່ໃນ ສປປ ລາວ ໃນເດືອນນີ້. ກ່ອນໜ້ານີ້ ອົງການຢູນິເຊັບ ກໍຍັງໄດ້ມອບ ອຸ​ປະ​ກອນ​ດ້ານ​ນໍ້າ, ສຸຂາພິບານ ແລະ ສຸຂະອານາໄມເພື່ອເປັນການຊ່ວຍເຫຼືອບັນເທົາທຸກໃນຂັ້ນເບື້ອງຕົນໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບ, ເປັນຕົ້ນແມ່ນ: ຢາເມັດຄະລໍລີນສຳລັບຂ້າເຊື້ອໃນນໍ້າດື່ມ, ສະບູ່, ຄຸ ແລະໂອຕັກນໍ້າ, ຜ້າອະນາໄມຜູ້ຍິງ ແລະອື່ນໆ.

ທ່ານ ບິລາລ ດູຣານິ, ຜູ້ຕາງໜ້າຈາກ ອົງການຢູນິເຊັບ ປະຈຳ ສປປ ລາວ, ກໍໄດ້ກ່າວຢໍ້າຄືນຄຳໝັ້ນສັນຍາຂອງອົງການຢູນິເຊັບທີ່ຈະໃຫ້ການຊ່ວຍເຫຼືອເເກ່ຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. ທ່ານ ໄດ້ກ່າວວ່າ: “ອົງການຢູນິເຊັບພ້ອມທີ່ຈະໃຫ້ການສະໜັບສະໜູນເເກ່ກະຊວງສຶກສາທິການ ແລະກິລາເພື່ອຟື້ນຟູການສຶກສາຂອງເດັກນ້ອຍທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ແລະເພື່ອຊ່ວຍໃຫ້ຊຸມຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃຫ້ຟື້ນຕົວຄືນຢ່າງໄວ.”

"ອົງການພວກເຮົາເຊື່ອວ່າການສຶກສາເປັນຄືເຊືອກຊູຊີບສໍາລັບເດັກນ້ອຍໃນຊ່ວງເວລາສຸກເສີນ ແລະພວກເຮົາຢືນຢັນທີ່ຈະສືບຕໍ່ເຮັດວຽກເພື່ອຮັບປະກັນວ່າໂຮງຮຽນ, ຄູອາຈານ ແລະເດັກນ້ອຍນັກຮຽນທຸກຄົນຈະສາມາດເຂົ້າເຖິງອຸປະກອນທີ່ຈໍາເປັນເພື່ອສືບຕໍ່ກິດຈະກໍາການຮຽນ-ການສອນ."