ບໍລິສັດ INTEL ປະກາດຈະຫຼຸດພະນັກງານຫຼາຍກວ່າ 15.000 ຕຳແໜ່ງ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ບໍລິສັດ INTEL ທີ່ເປັນບໍລິສັດຜະລິດແຜ່ນຊິບຂອງອາເມຣິກາ ປະກາດຈະຫຼຸດພະນັກງານລົງຫຼາຍກວ່າ 15.000 ຕຳແໜ່ງ. ຕາມຂ່າວແຈ້ງວ່າ, ຈຳນວນພະນັກງານທີ່ບໍລິສັດ INTEL ຈະຫຼຸດໃນຄັ້ງນີ້ແມ່ນເທົ່າກັບ 15% ຂອງຍອດຈຳນວນພະນັກງານທັງໝົດ. ນອກນັ້ນ ບໍລິສັດ INTEL ຍັງປະກາດມາດຕະການປັບປຸງໃໝ່ ແລະ ແຜນການຫຼຸດລາຍຈ່າຍອື່ນໆ, ຄາດວ່າມາດຕະການເຫຼົ່ານີ້ຈະສາມາດຫຼຸດຜ່ອນຕົ້ນທຶນໄດ້ 10 ຕື້ໂດລາ ໃນປີ 2025. ເພື່ອປະຢັດທຶນຮອນ, ບໍລິສັດ INTEL ຍັງແຈ້ງໃຫ້ຮູ້ວ່າ: ຈະຢຸດການແບ່ງປັນຜົນກຳໄລໃນໄຕມາດທີ 4 ຂອງປີນີ້ເປັນການຊົ່ວຄາວ.