ຂ່າວສານຫວຽດນາມລາຍງານ, ຫວ່າງບໍ່ດົນມານີ້, ຕຳຫຼວດສິງກະໂປ ລາຍງານໃຫ້ຮູ້ວ່າ: ໃນ 2 ເດືອນຜ່ານມາ, ມີບັນດາຜູ້ເຄາະຮ້າຍໄດ້ສູນເສຍເງິນຢ່າງໜ້ອຍ 36 ລ້ານໂດລາ ຍ້ອນຖືກຫຼອກລວງຈາກການລົງທຶນໃນເພລັດຟອມກຸ່ມສົນທະນາອອນລາຍ ແລະ ໃນເຄືອຂ່າຍສັງຄົມອອນລາຍ.
ນັບຕັ້ງແຕ່ເດືອນກໍລະກົດຜ່ານມາ, ມີການສໍ້ໂກງການລົງທຶນທາງດ້ານການເງິນທາງເຄືອຂ່າຍອິນເຕີເນັດ ຢູ່ ສິງກະໂປ 897 ກໍລະນີ. ຂ່າວລະບຸວ່າ: ຜູ້ສໍ້ໂກງມັກຈະເອົາເຫຍື່ອເຂົ້າໃນກຸ່ມສົນທະນາໃນວິທີການສົ່ງຂໍ້ຄວາມ ເຊັ່ນ: ເທເລແກມ (Telegram) ຫຼື ສ້າງເປັນໝູ່ເພື່ອນກັບເຫຍື່ອໃນເພລັດຟອມເຄືອຂ່າຍສັງຄົມອອນລາຍ. ການປອມຕົວເປັນດາລາ ຫຼື ພະນັກງານຂອງບໍລິສັດທີ່ມີຊື່ສຽງ. ຜູ້ສໍ້ໂກງຈະສວມຮອຍເປັນສະມາຊິກກຸ່ມສົ່ງຂໍ້ຄວາມແບ່ງປັນການລົງທຶນທີ່ເຮັດກຳໄລໄດ້ດີ ແລະ ສົ່ງຮູບພາບໜ້າຈໍທີ່ພິສູດໃຫ້ເຫັນເຖິງຜົນກຳໄລເພື່ອຫຼອກລວງເຫຍື່ອ.
ຫຼັງຈາກທີ່ເຫຍື່ອຫຼົງເຊື່ອ ແລະ ຕິດຕໍ່ກັບຜູ້ສໍ້ໂກງ, ພວກເຂົາຈະໄດ້ຮັບແຜນການລົງທຶນຕ່າງໆ ແລະ ຂໍໃຫ້ສະໜອງຂໍ້ມູນສ່ວນຕົວເຊັ່ນ: ເລກບັນຊີທະນາຄານ, ຊື່ເຕັມ ແລະ ເບີໂທລະສັບ. ພວກເຂົາຍັງຖືກສັ່ງໃຫ້ໂອນເງິນລົງທຶນໃສ່ບັນຊີທະນາຄານ ແລະ PayNow (ເປັນລະບົບການຊຳລະເງິນລະຫວ່າງປະເທດໄດ້ແບບໂດຍທັນທີ).
ຜູ້ທີ່ຕົກເປັນເຫຍື່ອຈະຖືກຊັກຈູງໃຫ້ເຊື່ອວ່າການລົງທຶນນີ້ແມ່ນຄວາມຈິງ ເພາະວ່າພວກເຂົາຈະໄດ້ຮັບຜົນກໍາໄລທີ່ແທ້ຈິງໃນເບື້ອງຕົ້ນ. ເວັບໄຊການລົງທຶນ ຫຼື ແອັບພິເຄຊັນປອມ ຈະສະແດງຜົນກໍາໄລ “ເໝືອນຈິງ” ເພີ່ມຂຶ້ນ, ເຮັດໃຫ້ເຫຍື່ອມີຄວາມໝັ້ນໃຈ ແລະ ສືບຕໍ່ເພີ່ມເງິນເຂົ້າໃນການລົງທຶນ. ຜູ້ຕົກເປັນເຫຍື່ອຈະຮູ້ວ່າພວກເຂົາຖືກສໍ້ໂກງ ເມື່ອພົບວ່າບໍ່ສາມາດຖອນກໍາໄລໄດ້. ຫຼັງຈາກນັ້ນ, ຜູ້ສໍ້ໂກງຈະຫາຍຕົວໄປໂດຍບໍ່ມີຮ່ອງຮອຍ.
ເພື່ອຫຼີກເວັ້ນການຕົກເປັນເຫຍື່ອຂອງການຫຼອກລວງການລົງທຶນອອນລາຍ, ຕໍາຫຼວດສິງກະໂປ ໄດ້ແນະນໍາໃຫ້ຜູ້ໃຊ້ສື່ສັງຄົມອອນລາຍ ເພີ່ມ ຫຼື ຕັ້ງຄວາມປອດໄພ ເຊັ່ນ: ບໍ່ໃຫ້ຄົນແປກໜ້າເພີ່ມທ່ານເຂົ້າໃນກຸ່ມສົນທະນາ; ກໍານົດຂອບເຂດຈໍາກັດການເຮັດທຸລະກໍາທະນາຄານອອນລາຍ ແລະ ເປີດໃຊ້ການກວດສອບສອງປັດໄຈ. ຄວນຈະສັງເກດວ່າບໍ່ມີບໍລິສັດລົງທຶນທີ່ຖືກຕ້ອງຕາມກົດໝາຍບໍລິສັດໃດຈະເພີ່ມທ່ານເຂົ້າໃນກຸ່ມສົນທະນາເພື່ອແລກປ່ຽນກ່ຽວກັບໂອກາດການລົງທຶນ. ກວດສອບຄວາມຖືກຕ້ອງຂອງຂໍ້ມູນໂດຍການຖາມຄໍາຖາມຫຼາຍເທົ່າຈະທີ່ເປັນໄປໄດ້ ເພື່ອເຂົ້າໃຈໂອກາດການລົງທຶນ ແລະ ກວດສອບຊື່ສຽງຂອງບໍລິສັດ.