.

ເປີດງານຕະຫຼາດນັດສາກົນການຄ້າ – ທ່ອງທ່ຽວ ແລະການລົງທຶນແລວເສດຖະກິດຕາເວັນອອກ – ຕາເວັນຕົກ

.

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ຢູ່ງານຕະຫຼາດນັດວາງສະແດງ ດ່ານັງ, ກົມສົ່ງເສີມການຄ້າ – ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນດ່ານັງ, ເປີດງານຕະຫຼາດນັດສາກົນ ການຄ້າ – ທ່ອງທ່ຽວ ແລະ ການລົງທຶນແລວເສດຖະກິດຕາເວັນອອກ – ຕາເວັນຕົກ – ດ່ານັ້ງ 2024. ງານຕະຫຼາດນັດຈັດຂຶ້ນນັບແຕ່ວັນທີ 2 – 7 ສິງຫາ, ໂດຍມີຮ້ານວາງສະແດງເກືອບ 300 ຮ້ານຂອງວິສະຫະກິດ 150 ແຫ່ງ ທີ່ມາຈາກບັນດາທ້ອງຖິ່ນໃນແລວເສດຖະກິດຕາເວັນອອກ – ຕາເວັນຕົກ ຄື: ກຳປູເຈຍ, ລາວ, ມຽນມາ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດ.

ງານຕະຫຼາດນັດຄັ້ງນີ້ໄດ້ຈັດຂຶ້ນທຸກປີ, ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ບັນດາອົງການສົ່ງເສີມການຄ້າ, ວິສາຫະກິດ, ການຮ່ວມມືສະຫະກອນຢູ່ພາຍໃນປະເທດເຂົ້າຮ່ວມການໂຄສະນາຜະລິດຕະພັນ, ສົ່ງເສີມ, ຊອກຫາຄູ່ຮ່ວມມືລົງທຶນ ແລະ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ.