ອັດຕາການວາງງານຢູ່ ສປຈີນ ເພີ່ມສູງສຸດໃນປີນີ້ເຖິງ 18,8%

ຂປລ.ສຳນັກຂ່າວ ຕ່າງປະເທດ, ເມື່ອບໍ່ດົນມານີ້: ສຳນັກງານ ສະຖິຕິແຫ່ງຊາດ ສປຈີນ (ເອັນບີເອສ) ລາຍງານສະຖິຕິ ການວ່າງງານ ໃນກຸ່ມປະຊາກອນ ອາຍຸລະຫວ່າງ 16-24 ປີ ຊຶ່ງບໍ່ຢູ່ໃນລະບົບ ການສຶກສາອີກຕໍ່ໄປ ຢູ່ທີ 18,8% ເມື່ອເດືອນສິງຫາ ທີ່ຜ່ານມາ ໂດຍເປັນສະຖິຕິສູງສຸດ ໃນປີນີ້ ເພີ່ມຂຶ້ນຈາກ 17,1% ແລະ 13,2% ເມື່ີອເດືອນກໍລະກົດ ແລະ ເດືອນມິຖຸນາ ທີ່ຜ່ານມາ ຕາມລຳດັບ.
ໂດຍອັດຕາການວ່າງງານ ຂອງກຸ່ມອາຍຸດັ່ງກ່າວ ໃນສປຈີນ ເຄີຍເພີ່ມຂຶ້ນ ສູງເຖິງ 21,3% ເມື່ອເດືອນມິຖຸນາ ປີກາຍ ແລະ ສົ່ງຜົນໃຫ້ ເອັນບີເອສ ຢຸດຕິການເຜີຍແພ່ ຂໍ້ມູນທີ່ກ່ຽວຂ້ອງ ເປັນເວລາຫລາຍເດືອນ ເພື່ອປັບປຸງລະບົບລວບລວມ ແລະ ວິເຄາະຂໍ້ມູນ.
ໃນຂະນະທີ່ ອັດຕາການວ່າງງານ ຂອງກຸ່ມປະຊາກອນ ອາຍຸລະຫວ່າງ25-29 ປີ ຢູ່ທີ 6,9% ເມື່ອເດືອນສິງຫາ, ເພີ່ມຂຶ້ນຈາກ 6,5% ເມື່ອເດືອນກໍລະກົດ ທີ່ຜ່ານມາ.