ກຳປູເຈຍຕັ້ງເປົ້າໝາຍມີລົດໃຫຍ່ໄຟຟ້າ 40%ລົດຈັກໄຟຟ້າ 70% ໃນປີ 2050

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ທ່ານ ເພິງ ໂພເນຍ ລັດຖະມົນຕີ ກະຊວງໂຍທາທິການ ແລະ ການຂົນສົ່ງຂອງ ກຳປູເຈຍ ເປີດເຜີຍວ່າ: ກຳປູເຈຍ ຕັ້ງເປົ້າໝາຍ ມີລົດໃຫຍ່ໄຟຟ້າ 40% ແລະ ລົດຈັກໄຟຟ້າ 70% ພາຍໃນປີ 2050 ເພື່ອຫລຸດການປ່ອຍ ກາກບອນ, ໂດຍການໃຊ້ ຍານພາຫະນະ ມີສ່ວນສົ່ງເສີມ ຫລຸດຜົນກະທົບຈາກ ແກັສກາກບອນໄດອອກໄຊ ທີ່ມາຈາກລົດໃຊ້ນໍ້າມັນ.
ທ່ານ ເພິງ ໂພເນຍ ຊຶ່ງເຂົ້າຮ່ວມກອງປະຊຸມ ເຜີຍແພ່ ນະໂຍບາຍແຫ່ງຊາດ ເພື່ອການພັດທະນາ ຍານພາຫະນະໄຟຟ້າປີ 2024-2030 ລະບຸວ່າ ຍານພາຫະນະໄຟຟ້າ ເປັນໜຶ່ງໃນພາກ ອຸດສາຫະກຳ ທີ່ມີສັກກາຍະພາບສູງ ນອກຈາກຊ່ວຍປັບປຸງ ສະພາບແວດລ້ອມ ແລະ ສາທາລະນະສຸກ ໃຫ້ດີຍິ່ງຂຶ້ນແລ້ວ ຍັງມີສ່ວນສົ່ງເສີມ ການກະຈາຍ ຖານເສດຖະກິດ ແລະ ເສີມສ້າງຄວາມໝັ້ນຄົງ ທາງພະລັງງານອີກດ້ວຍ.
ປັດຈຸບັນ ກຳປູເຈຍ ມີຍານພາຫະນະ ໃຊ້ນໍ້າມັນຫລາຍກວ່າ 7 ລ້ານຄັນ , ຊຶ່ງ 85% ເປັນລົດຈັກ, 10%ເປັນລົດໃຫຍ່ ແລະ 5% ເປັນລົດໂດຍສານ, ລົດບັນທຸກ ແລະ ເຄື່ອງກົນຈັກໜັກ . ຂະນະດຽວກັນ ມີຍານພາຫະນະໄຟຟ້າ ທີ່ຈົດທະບຽນ ລວມ 3.676 ຄັນ ແລະ ສະຖານີ ສາກຍານພາຫະນະໄຟຟ້າ 21 ແຫ່ງ ,ໂດຍລົດໄຟຟ້າລຸ້ນຍອດນິຍົມ ໃນກຳປູເຈຍ ໄດ້ແກ່ ບີວາຍດີຂອງ ສປຈີນ, ໂຕໂຍຕ້າຂອງ ຍີ່ປຸ່ນ ແລະ ເທສລາຂອງ ສ.ອາເມລິກາ.