ອິນໂດເນເຊຍ ຊຸກຍູ້ຫລຸດການໃຊ້ຖ່ານຫີນ

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ອິນໂດເນເຊຍ ພວມຊຸກຍູ້ກົນທະຍຸດ ຫລຸດການໃຊ້ຖ່ານຫີນ ເທື່ອລະກ້າວ ເພື່ອກະຕຸ້ນຂະບວນການ ຫລຸດລະດັບການປ່ອຍ ແກັສກາກບອນໄດອອກໄຊ. ໂດຍພີທີ ພີແອລເອັນ (PT PLN) ບໍລິສັດການໄຟຟ້າ ປະມານ 88,4 ກິກາວັດ ໃນ 75% ຂອງໂຮງໄຟຟ້າທັງໝົດ ຈະເປັນໂຮງໄຟຟ້າ ທີ່ໃຊ້ພະລັງງານໝູນວຽນ ແລະ 25% ຈະເປັນໂຮງໄຟຟ້າ ພະລັງງານແກັສ.
ໂດຍທ່ານ ຊູໂຣໂຊ ອີສນັນດາຣ ຜູ້ອຳນວຍການດ້ານບໍລິຫານ ຈັດການຄວາມສ່ຽງຂອງ ພີທີ ພີແອລເອັນ ກ່າວວ່າ: ບໍລິສັດ ບໍ່ພຽງແຕ່ປິດໂຮງໄຟຟ້າຖ່ານຫີນລົງ ແຕ່ຈະຫລຸດການໃຊ້ຖ່ານຫີນລົງ ແລະ ແທນທີ່ດ້ວຍພະລັງງານໝູນວຽນ ແລະ ພະລັງງານໃໝ່. ສິ່ງດັ່ງກ່າວນີ້ ເປັນຄວາມພະຍາຍາມຂອງບໍລິສັດ ທີ່ຈະຫລຸດການປ່ອຍມົນລະພິດ ໃນພາກການຜະລິດໄຟຟ້າ ເພື່ອບັນລຸເປົ້າໝາຍ ການປ່ອຍແກັສເຮືອນແກ້ວເປັນສູນ ພາຍໃນປີ 2060.
ການເລືອກແນວທາງ ຫລຸດການໃຊ້ຖ່ານຫີນ ເນື່ອງຈາກສະພາບ ເສດຖະກິດຂອງ ອິນໂດເນເຊຍ ເຕີບໂຕຂຶ້ນຢ່າງຕໍ່ເນື່ອງ ຈຶ່ງຈຳເປັນທີ່ຕ້ອງ ຮັບປະກັນວ່າ ຈະມີພະລັງງານ ໄຟຟ້າພຽງພໍ ເມື່ອຄວາມຕ້ອງການເພີ່ມຂຶ້ນ.