ແຂວງບໍລິຄໍາໄຊ ທຳລາຍຊິ້ນສ່ວນສັດປ່າຫວງຫ້າມທີ່ຢຶດໄດ້ ນໍ້າຫນັກ 107 ໂລ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະປ່າໄມ້ແຂວງ, ເຂົ້າຮ່ວມມີທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າກອງກວດກາປ່າໄມ້, ໜ່ວຍງານທີ່ກ່ຽວຂ້ອງຈາກກອງກວດກາປ່າໄມ້ປະຈໍາແຂວງ ແລະກຸ່ມວຽກກວດກາສັດປ່າ ແລະເຄື່ອງປ່າຂອງດົງເຂົ້າຮ່ວມ.

ຕະຫຼອດໄລຍະ 3 ເດືອນຜ່ານມາ ທາງເຈົ້າທີ່ກວດກາປ່າໄມ້ແຂວງໄດ້ລົງສົມທົບໜ່ວຍງານກວດກາປ່າໄມ້ເມືອງເປັນຕົ້ນເມືອງທ່າພະບາດ, ເມືອງປາກກະດິງ ແລະ ເມືອງວຽງທອງ ເພື່ອກວດກາການລັກລອບ ຊື້-ຂາຍສັດນໍ້າ ແລະສັດປ່າ ຕາມຕະຫຼາດ ແລະຈຸດຕ່າງໆເປັນຕົ້ນຕະຫຼາດບ້ານເວີນທາດ, ຕະຫຼາດທ່າບົກ, ຕະຫຼາດນ້ອຍໜອງໝາກຈັບ, ຕະຫຼາດບ້ານທວຍແບ່ງ ເມືອງທ່າພະບາດ, ຕະຫຼາດໂພນສີ, ຕະຫຼາດທົ່ງນາມີ, ຕະຫຼາດທາງແບ່ງ ເມືອງປາກກະດິງ, ຕະຫຼາດບ້ານນໍ້າຢ່າງ, ຕະຫຼາດຈອມທອງ ເມືອງວຽງທອງ ແລະຈຸດອື່ນທີ່ມີຄວາມສຽງ ສາມາດກວດພົບເຫັນສັດປ່າທີ່ຍັງມີຊີວິດປະເພດ ແລນ 10 ໂຕ ນໍ້າໜັກ 21 ກິໂລ, ກະຮອກ 1 ໂຕ, ກະທ້າງ 5 ໂຕ, ເຕົ່າ 1 ໂຕ ແລະກວດພົບສິ້ນສ່ວນສັດຕາຍມີຄື: ຊີ້ນສ່ວນໝູປ່າ 58 ກິໂລ, ເຫງັນ 2 ໂຕ, ຫອນ 1 ໂຕ, ກະທ້າງ 8 ໂຕ, ອົ້ນ 1 ໂຕ ແລະ ກະຮອກ 35 ໂຕ (ສ່ວນສັດຕາຍ ແລະສິ້ນສ່ວນສັດ) ແມ່ນລໍຖ້າການທໍາລາຍໂດຍການຂຸດຂຸມຝັງ ໃນວັນທີ 23 ກັນຍາ 2024 ລວມທັງໝົດມີ: ສັດປ່າທັງໝົດ 64 ໂຕ ແລະສິ້ນສ່ວນໝູປ່າ ນໍ້າໜັກ 58 ກິໂລ ລວມທັງໝົດ 107,5 ກິໂລ ແລະສໍາລັບສັດທີ່ຍັງມີຊິວິດແມ່ນໄດ້ຈັດພິທີປ່ອຍຄືນສູ່ທໍາມະຊາດ.
ຂ່າວ-ພາບ: ວຽງສະຫວັນ