ສືບຕໍ່ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ນະຄອນຫຼວງ ແລະແຂວງຫຼວງນໍ້າທາ

ໃນທ້າຍອາທິດຜ່ານມາທ່ານນາງ ວຽງເງິນ ໄຂຄໍາພິທູນ ປະທານທີ່ປືກສາສະຫະພັນກີລາພື້ນ ເມືອງໝາກແລ້ແຫ່ງຊາດ ພ້ອມດ້ວຍຄະນະໄດ້ໄປມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມ 44 ຄອບຄົວ ປະຊາຊົນບ້ານໜອງດາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກ່າວຮັບໂດຍທ່ານ ບຸນທົງ ຫົດທິລາດ ຮອງເຈົ້າເມືອງສີໂຄດຕະບອງ ມີຄະນະກຳມະການຄຸ້ມຄອງໄພພິບັດຂັ້ນນະຄອນຫຼວງວຽງຈັນ ຂັ້ນເມືອງສີໂຄດຕະບອງ ອຳນາດການປົກຄອງບ້ານ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສຳລັບເຄື່ອງທີ່ທ່ານນາງ ວຽງເງິນ ໄຂຄຳພິທູນ ພ້ອມດ້ວຍຄະນະທີ່ນຳມາມອບໃຫ້ຄອບຄົວຜູ້ທີ່ປະສົບໄພນໍ້າຖ້ວມຢູ່ບ້ານໜອງດາຄັ້ງນີ້ປະກອບມີເຄື່ອງອຸປະໂພກ-ບໍລິໂພກ ເຂົ້າສານ ອາຫານແຫ້ງ ນໍ້າດື່ມ ເຄື່ອງໃຊ້ທີ່ຈຳເປັນ ແລະ ເງິນ ລວມມູນຄ່າທັງໝົດ 112 ລ້ານກີບ.

ຂ່າວແຈ້ງຕື່ມວ່າ: ໃນອາທິດຜ່ານມາທ່ານ ນາງ ວຽງເງິນ ໄຂຄໍາພິທູນ ປະທານທີ່ປືກສາສະຫະພັນກີລາພື້ນເມືອງໝາກແລ້ແຫ່ງຊາດ ຊຸດເຝີກອົບຮົມຄອບຄົວການນຳ ຊຸດທີ 1 ແລະ ທີມງານສາຍບຸນ ໄດ້ສືບຕໍ່ນຳເອົາເງິນ ແລະ ເຄື່ອງອຸ ປະໂພກ-ບໍລິໂພກໄປຊ່ວຍເຫຼືອຜູ້ທີ່ປະສົບໄພນ້ຳຖ້ວມປະ ຊາຊົນແຂວງຫຼວງນໍ້າທາ 1.000 ກ່ວຄອບຄົວ ກ່າວຮັບໂດຍທ່ານ ນາງ ສົມວິໄລວົງ ສີພັນດອນ ພັນລະຍາ ເຈົ້າແຂວງຫຼວງນໍ້າທາ ມີຄະນະກຳມະການຄຸ້ມຄອງພັດພິບັດຂັ້ນແຂວງຂັ້ນເມືອງອຳນາດການປົກຄອງບ້ານ ແລະພາກສ່ວນທີ່ກ່ຽວຂ້ອງຂອງແຂວງຫຼວງນໍ້າທາເຂົ້າຮ່ວມ.

ສ່ວນເຄື່ອງທີ່ມາຊ່ວຍເຫຼືອປະຊາຊົນແຂວງຫຼວງນໍ້າທີ່ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້ປະກອບມີເຄື່ອງອຸປະໂພກ-ບໍລິໂພກ ເງິນ ແລະ ເຂົ້າສານ 5.100 ກິໂລ ລວມມູນຄ່າທັງໝົດ 122.400.000 ກີບ ໂດຍແມ່ນພັນລະຍາທ່ານເຈົ້າແຂວງຫຼວງນໍ້າທາເປັນຂົວຕໍ່ນຳໄປແຈກຢາຍໃຫ້ປະຊາຊົນຜູ້ຖືກໄພນໍ້າຖ້ວມແຂວງຫຼວງນໍ້າທາຢ່າງທົ່ວເຖິງ.

ໂອກາດນີ້ການນຳນະຄອນຫຼວງວຽງຈັນ ການນຳແຂວງຫຼວງນໍ້າທາກໍຄືຄະນະຄຸ້ມຄອງໄພພິບັດຂັ້ນແຂວງຂັ້ນເມືອງອຳນາດການປົກຄອງບ້ານ ແລະປະຊາຊົນຜູ້ທີ່ໄດ້ ຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ສະແດງຄວາມຂອບອົກຂອບໃຈມາຍັງທ່ານນາງ ວຽງເງິນ ໄຂຄຳພິທູນ ພ້ອມດ້ວຍຄະນະທີ່ໄດ້ນຳເອົາວັດຖຸປັດໄຈ ແລະເງິນ ມາຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດຢູ່ນະຄອນຫຼວງວຽງຈັນ ແລະແຂວງຫຼວງນໍ້າທາ.

ຂ່າວ: ວຽງຈັນໃໝ່