ຫີນອຸກະບາດ ທີ່ໃຫຍ່ທີ່ສຸດໃນໂລກຈະຖືກຈັດສະແດງຕໍ່ສາທາລະນະຊົນ

ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 17 ກັນຍາ ຜ່ານມາ ລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ: "ຫີນອຸກະບາດຈາກດາວອັງຄານ" ທີ່ຖືກຄົ້ນພົບຢູ່ເກາະແອນຕາກຕິກ ຈະຖືກນຳໄປວາງສະແດງຕໍ່ສາທາລະນະຊົນເປັນຄັ້ງທຳອິດຢູ່ງານວາງສະແດງໂລກ Osaka Expo 2025.
ຂ່າວລະບຸວ່າ: ຫີນອຸກະບາດໜ່ວຍນີ້ແມ່ນເກີດຈາກດາວເຄາະນ້ອຍໄດ້ກະທົບໃສ່ພື້ນຜີວດາວອັງຄານ ແລະ ຖືກພົບເຫັນໂດຍທີມຄົ້ນຄວ້າຈາກສະຖາບັນຄົ້ນຄວ້າແຫ່ງຊາດຍີ່ປຸ່ນ ໃນປີ 2000. ຜູ້ຊ່ຽວຊານໄດ້ຄົ້ນພົບຕົ້ນກໍາເນີດຂອງ ອຸກະບາດ ໂດຍການວິເຄາະອາຍແກັສທີ່ຕິດຢູ່ພາຍໃນ. ນີ້ແມ່ນຫີນອຸກະບາດທີ່ໃຫຍ່ທີ່ສຸດທີ່ພົບເຫັນຢູ່ໃນໂລກ, ມີຄວາມຍາວ 29 ຊັງຕີແມັດ, ກວ້າງ 22 ຊັງຕີແມັດ, ສູງ 16 ຊັງຕີແມັດ, ນ້ຳໜັກປະມານ 13 ກິໂລ. ຫີນອຸກະບາດໜ່ວຍນີ້ມີແຮ່ທາດທີ່ເກີດຈາກການມີປະຕິກິລິຍາກັບນ້ຳ ຊຶ່ງເປັນຫຼັກຖານວ່າຄັ້ງໜຶ່ງເຄີຍມີນ້ຳເທິງດາວອັງຄານ.
ອີງຕາມລັດຖະບານຍີ່ປຸ່ນ ທີ່ລະບຸກ່ຽວກັບເລື່ອງຕົ້ນກໍາເນີດ ແລະ ຄວາມໝາຍຂອງ "ຫີນດາວອັງຄານ" ແມ່ນສອດຄ່ອງກັບຫົວຂໍ້ຂອງງານວາງສະແດງ Osaka 2025 - ຄື "ການອອກແບບສັງຄົມໃນອະນາຄົດສໍາລັບຊີວິດຂອງພວກເຮົາ."
ທ່ານ ໂມຣິຢາມາ ມາຊາຮິໂຕະ ລັດຖະມົນຕີກະຊວງສຶກສາ, ວັດທະນະທຳ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຊີ ຍີ່ປຸ່ນ ໃຫ້ຮູ້ວ່າ: ການສະແດງຫີນອຸກະບາດນີ້ແມ່ນເປັນໂອກາດທີ່ດີເພື່ອໃຫ້ຄົນທົ່ວໄປໄດ້ຮຽນຮູ້ກ່ຽວກັບການຄົ້ນຄວ້າ ແລະ ກິດຈະກຳການເຄື່ອນໄຫວຂອງສະຖາບັນຄົ້ນຄວ້າແຫ່ງຊາດ ຍີປຸ່ນ ໃນປັດຈຸບັນ.