Discovery ນຳສະເໜີການປະຕິວັດເຕັກໂນໂລຊີດີຈີຕອນຂອງ ຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງບໍ່ດົນມານີ້, ຊ່ອງໂທລະພາບ Discovery ທີ່ມີຊື່ສຽງຂອງ ອາເມຣິກາ ໄດ້ອອກອາກາດຮູບເງົາເອກະສານ “Silicon Delta - ການປະຕິວັດພັດທະນາເຕັກໂນໂລຊີດີຈີຕອນ ຂອງຫວຽດນາມ” ກ່ຽວກັບການຫັນປ່ຽນຂອງ ຫວຽດນາມ ດ້ວຍບັນດາການປະກອບສ່ວນທີ່ສໍາຄັນຂອງຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ. ຮູບເງົາໄດ້ອອກອາກາດຢູ່ອາຊີຕາເວັນ ອອກສ່ຽງໃຕ້, ເຢຍລະມັນ, ຍີ່ປຸ່ນ ແລະ ອອກອາກາດເປັນ 10 ພາສາ, ໃນນັ້ນມີພາສາອັງກິດ, ຍີ່ປຸ່ນ, ເຍຍລະມັນ, ເກົາຫຼີ, ຫວຽດນາມ.
ຂ່າວລະບຸວ່າ: ຮູບເງົາເອກະສານມີຄວາມຍາວ 20 ນາທີກວ່າ ແລະ ໄດ້ເລົ່າເຖິງການປະຕິວັດເຕັກໂນໂລຊີດີຈີຕອນ ຂອງຫວຽດນາມ. ຈາກປະເທດທີ່ບໍ່ມີຊື່ຢູ່ໃນແຜນທີ່ເຕັກໂນໂລຊີດີຈີຕອນຂອງໂລກ, ຜ່ານຜ່າສິ່ງທ້າທາຍຕ່າງໆ, ຫວຽດນາມ ກາຍເປັນໜຶ່ງໃນບັນດາພື້ນຖານ ເສດຖະກິດດີຈີຕອນແຖວໜ້າຂອງອາຊີ ແລະ ພວມມີຈຸດທີ່ຕັ້ງເໝາະສົມເພື່ອນຳໜ້າການປະຕິວັດເຕັກໂນໂລຊີໃໝ່ ກໍຄືກາຍເປັນສູນກາງແຫຼ່ງກຳລັງ ເຕັກໂນໂລຊີຂອງໂລກ.
ທ່ານ ປ.ອ ເຈືອງຢາບິ່ງ ຜູ້ກໍ່ຕັ້ງ, ປະທານກຸ່ມບໍລິສັດ FPT ເນັ້ນໜັກວ່າ 2 ທົດສະວັດຜ່ານມາ, ບໍ່ມີໃຜຄິດວ່າ ຫວຽດນາມ ຈະພັດທະນາຊັອຟແວໃຫ້ໂລກ. FPT ແລະ ບັນດາວິສາຫະກິດ IT ໄດ້ສ້າງຝູງນົກຫວຽດນາມ ບິນໄປທົ່ວໂລກ, ຢືນຢັນທີ່ຕັ້ງຂອງ ຫວຽດນາມ ໃນແຜນທີ່ເຕັກໂນໂລຊີດີຈີຕອນໂລກ. ປັດຈຸບັນ, ຫວຽດນາມ ມີວິສະວະກອນ IT 1 ລ້ານຄົນ, ໃນນັ້ນ ເຄິ່ງໜຶ່ງແມ່ນນັກສ້າງໂປຣແກຣມ. ຖ້າຫາກພວກເຮົາສາມາດສຸມໃສ່ບັນດາແຫຼ່ງກຳລັງໃນຂົງເຂດເຕັກໂນໂລຊີ ແລະ ປັນຍາປະດິດ, ຫວຽດນາມ ບໍ່ພຽງແຕ່ສາມາດຕອບສະໜອງຄວາມຕ້ອງການພາຍໃນປະເທດເທົ່ານັ້ນ ຫາກຍັງສະໜອງໃຫ້ທົ່ວໂລກອີກດ້ວຍ.