ຫລວງນໍ້າທາ ເລັ່ງປັບປຸງພື້ນຖານໂຄງລ່າງພາຍຫລັງນໍ້າຖ້ວມ

ສະພາບນໍ້າຖ້ວມທີ່ເກີດຂຶ້ນຢູ່ເເຂວງຫລວງນໍ້າທາ ໃນລະຫວ່າງວັນທີ 9 ຫາ 11 ກັນຍານີ້ ໄດ້ສ້າງຄວາມເສຍຫາຍຢ່າງຫນັກຫນ່ວງໃຫ້ເເກ່ພື້ນຖານໂຄງລ່າງ ໂດຍສະເພາະຖະຫນົນຫົນທາງໃນເຂດເທດສະບານເເຂວງຫລາຍເສັ້ນ, ຂົວບາງເເຫ່ງ, ລະບົບນໍ້າປະປາຖືກຕັດຂາດ ລວມເຖິງເຮືອນຊານປະຊາຊົນຈໍານວນຫນຶ່ງ ປັດຈຸບັນພະເເນກໂຍທາທິການເເລະຂົນສົ່ງເເຂວງຫລວງນໍ້າທາ ກຳລັງເລັ່ງປະເມີນຜົນເສຍຫາຍ ເພື່ອກະກຽມສະເຫນີອົງການປົກຄອງເເຂວງ ເເລະ ຫາທາງປັບປຸງປົວເເປງຄືນໃຫມ່ໃນຂັ້ນຕໍ່ໄປ ເນື່ອງຈາກວ່າປັດຈຸບັນນີ້ສະພາບນໍ້າຖ້ວມໄດ້ບົກເເຫ້ງເປັນປົກກະຕິເເລ້ວ.

ທ່ານ ພູນເເກ້ວ ເຫລົາອີນ ຫົວຫນ້າພະເເນກໂຍທາທິການເເລະຂົນສົ່ງເເຂວງຫລວງນໍ້າທາ ໃຫ້ສໍາພາດວ່າ: ສະພາບນໍ້າຖ້ວມທີ່ເກີດຂຶ້ນໄດ້ສ້າງຜົນກະທົບຫນັກສົມຄວນ ໃຫ້ເເກ້ພື້ນຖານໂຄງລ່າງເປັນຈໍານວນຫລາຍ ໂດຍສະເພາະ ໃນວັນທີ 9 ກັນຍາ ສະພາບເສັ້ນທາງຖືກຕັດຂາດທຸກດ້ານ ບາງໄລຍະທາງເເມ່ນເກີດຈາກສະພາບດິນເຈື່ອນ, ນໍ້າຖ້ວມເສັ້ນທາງເຮັດໃຫ້ເທດສະບານແຂວງຖືກຕັດຂາດການສັນຈອນກັບບັນດາເມືອງ, ພາຍຫຼັງນໍ້າບົກແຫ້ງໄດ້ສຸມກໍາລັງເຂົ້າແກ້ໄຂຈິ່ງສາມາດເປີດທາງໄດ້ຢູ່ຈຸດເສັ້ນທາງນໍ້າ ຫາ ນາເຕີຍ,ສໍາລັບ ເສັ້ນທາງ 13N ຊາຍແດນແຂວງອຸດົມໄຊ - ບໍ່ເຕ່ນ ໄດ້ລະດົມກໍາລັງ ບັນດາຜູ້ປະກອບການຕ່າງໆ ນໍາໃຊ້ລົດຈົກ ເຂົ້າມາຊ່ວຍສົບທົບກັບບໍລິສັດຜູ້ຮັບເໝົາທາງຫຼວງແຫ່ງຊາດເລັ່ງແກ້ໄຂ ມາຮອດວັນທີ 14 ກັນຍາ 2024 ສາມາດແກ້ໄຂການສັນຈອນໄປມາຊົ່ວຄາວໄດ້, ເສັ້ນທາງ R3 ຈຸດຂົວບວມພຽງ ສົ້ນຂົວນໍ້າທຸງມີການຊຸດຕົວເສົາເພ່ເປຫນັກສົມຄວນ ເຊິ່ງມີຄວາມ ສ່ຽງຕໍ່ການສັນຈອນໄປມາ, ເສັ້ນທາງ 17A ຫຼວງນ້ຳທາ - ເມືອງສິງ-ຊາຍແດນປົ່ງໄຮ ໄດ້ລະດົມກໍາລັງທະລຸເສັ້ນທາງຈາກເມືອງສິງ ແລະ ນໍ້າທາລັດໃສ່ກັນ, ມາຮອດວັນທີ 13 ກັນຍາ 2024 ສາມາດແກ້ໄຂການສັນຈອນໄປມາໄດ້ ເນື່ອງຈາກນໍ້າຈຽນຖ້ວມຂົວເປັນເວລາຫຼາຍວັນໄດ້ບົກເເຫ້ງລົງ; ເສັັ້ນທາງ 17B ຕອນທາງເມືອງສິງ - ເມືອງລອງ-ຊຽງກົກ-ຊາຍແດນລາວ-ມຽນມາ ເສັ້ນທາງຖືກນໍ້າເຊາະຄູທາງຂາດ ຢູ່ກິໂລເເມັດທີ 32+200 ໜ້າທາງຍຸບ, ທາງເຊາະເຈື່ອນ, ຫຼາຍຈຸດ ມາຮອດປັດຈຸບັນໄດ້ສ້າງທາງເວັ້ນເພື່ອການສັນຈອນຊົ່ວຄາວໃຫ້ຜ່ານໄປມາໄດ້ແຕ່ໜ້າທາງແມ່ນເປ່ເພເສຍຫາຍ ເເລະ ຊຸດໂຊມຫຼາຍໜັກໜ່ວງ; ທາງຫຼວງແຂວງ ເລກທີ 1501 ແຕ່ 3 ແຍກບ້ານໃໝ່ ເມືອງຫຼວງນໍ້າທາ - ເທດສະບານເມືອງນາແລ ເສັ້ນທາງຖືກຕັດຂາດນັບແຕ່ວັນທີ 9 ກັນຍາ 2024 ຮອດປັດຈຸບັນ ເນື່ອງຈາກມີດິນເຈື່ອນຂະໜາດໃຫຍ່ທັບຖົມ, ຕົ້ນໄມ້ລົ້ມທັບທາງ ຈຳນວນຫຼາຍຈຸດ ແລະ ຂ້າງທາງຖືກນ້ຳນອງໄຫລເຊາະ. ມາຮອດປະຈຸບັນສາມາດໄປມາໄດ້ ນອກຈາກນີ້, ບັນດາທາງຫຼວງແຂວງ, ທາງຫຼວງເມືອງ, ທາງຊົນນະບົດ ແລະ ທາງໃນຕົວເມືອງ ອີກຈຳນວນຫຼາຍເສັ້ນ ໄດ້ຮັບຜົນເສຍຫາຍ ໂຮງງານຜະລິດນໍ້າປະປາໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ, ເເລະ ສະໜາມບິນຖືກນໍ້າຖ້ວມພົບຄວາມເສຍຫາຍເຊັ່ນກັນ.

ທ່ານ ພູນເເກ້ວ ເຫລົາອີນ ໃຫ້ຮູ້ຕື່ມວ່າ: ສໍາລັບວິທີການແກ້ໄຂຕໍ່ໜ້າ ໂດຍໄດ້ຮັບການຊີ້ນໍາຢ່າງໄກ້ຊິດ ຈາກເຈົ້າແຂວງ, ການນໍາແຂວງ ແລະ ດ້ວຍຄວາມເປັນຮ່ວງເປັນໄຍຂອງກະຊວງໂຍທາທິການເເລະຂົນສົ່ງ ໄດ້ຊີ້ນໍາໂດຍກົງໃນການແກ້ໄຂຜົນກະທົບຄັ້ງນີ້ ໂດຍເລັ່ງເປົ້າໝາຍ ເພື່ອການເກັບກໍາຂໍ້ມູນຜົນເສຍຫາຍ ພ້ອມທັງສຸມກໍາລັງເຂົ້າແກ້ໄຂ ເພື່ອຕອບໂຕ້ໄພພິບັດໂດຍໄວ, ສືບຕໍ່ສໍາຫຼວດເກັບກໍາຂໍ້ມູນເພື່ອຟື້ນຟູຫຼັງໄພພິບັດໃຫ້ເຂົ້າສູ່ສະພາບປົກກະຕິ ເຮັດໃຫ້ການສັນຈອນສະດວກສະບາຍຂຶ້ນ, ສຸມໃສ່ຟື້ນຟູສະໜາມບິນ ໃຫ້ສາມາດກັບຄືນມານໍາໃຊ້ໄດ້ໂດຍໄວ ພ້ອມທັງ ເລັ່ງໃສ່ແກ້ໄຂນໍ້າປະປາໃຫ້ສາມາດບໍລິການໄດ້ປົກກະຕິ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ສັງຄົມທຸກພາກສ່ວນ ຮັບຮູ້ເຂົ້າໃຈ ໃນຄວາມພະຍາຍາມ ຂອງພາກລັດ ແລະ ຂໍອະໄພໃນຄວາມບໍ່ສະດວກ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະສຸມທຸກກໍາລັງເຫື່ອແຮງ ເຂົ້າໃນການແກ້ໄຂວຽກງານທີ່ເປັນອຸປະສັກໃຫ້ຜ່ານພົ້ນໄປເເລະ ສະເໜີໃຫ້ການນໍາພັກ-ລັດພາກສ່ວນກ່ຽວຂ້ອງ ອໍານວຍຄວາມສະດວກ ແລະ ອູ້ມຊຸຊ່ວຍເຫຼືອຂະແໜງການໂຍທາທິການ ເເລະ ຂົນສົ່ງເເຂວງ ໃນການຟື້ນຟູພື້ນຖານໂຄງລ່າງທີ່ຖືກຜົນກະທົບໃນຄັ້ງນີ້ໃຫ້ມີຜົນສໍາເລັດ.