ຫຼາຍພາກສ່ວນມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ວັນທີ 16 ກັນຍາ 2024 ນີ້, ຫຼາຍພາກສ່ວນມອບເງິນ ໃຫ້ລັດຖະບານ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ທ່ານ ນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການມອບເງິນໃນຄັ້ງນີ້ປະກອບມີ: ກຸ່ມບໍລິສັດ ຈະເລີນເຊກອງ ຈໍາກັດ 2 ຕື້ກີບ, ກຸ່ມບໍລິສັດ ພົງຊັບທະວີ ຈໍາກັດ 2 ຕື້ກີບ, ບໍລິສັດພີທີ ຈໍາກັດ 2 ຕື້ກີບ, ກຸ່ມບໍລິສັດ ພອນສັກ 2 ຕື້ກີບ, ບໍລິສັດວັນນິດາ ສໍາຫຼວດແຮ່ທາດ ແລະ ການລົງທຶນ 2 ຕື້ກີບ, ບໍລິສັດ PTL- Holding (ປີໂຕຣເທຣດ, ທ່າບົກທ່ານາແລ້ງ, VLP ແລະ ຂວັນໃຈການຄ້າ) 2 ຕື້ກີບ, ບໍລິສັດ ພັດທະນາບໍ່ແຮ່ ໄຊສົມບູນ 1 ຕື້ກີບ, ບໍລິສັດ AIF ແລະ ບໍລິສັດ AIDC 1 ຕື້ກີບ, ທະນາຄານຮ່ວມພັດທະນາ 1 ຕື້ກີບ, ບໍລິສັດ ຍອດງື່ມພາວເວີ ຈໍາກັດ 1 ຕື້ກີບ, ບໍລິສັດ ໄຊຊະນະພະລັງງານ ແລະ ບໍລິສັດ ເມືອງຂົງກລິນເອເນຈີ ຈໍາກັດ 1 ຕື້ກີບ, ບໍລິສັດ ໄຟຟ້າດອນສະໂຮງ 1 ຕື້ກີບ, ບໍລິສັດ ສີທັນດອນພັດທະນາ ຈໍາກັດ 800 ລ້ານກີບ, ບໍລິສັດ ເພັດສີສະເກດ 600 ລ້ານກີບ, ບໍລິສັດວິໄຈ ແລະ ພັດທະນາມາກເກີ ປີໂຕລຽມ ຂາເຂົ້າ-ຂາອອກ ຈໍາກັດ 600 ລ້ານກີບ, ບໍລິສັດຄູນຄໍາ 500 ລ້ານກີບ, ບໍລິສັດ ດວງຈະເລີນ 500 ລ້ານກີບ, ກຸ່ມບໍລິສັດ ໂຊກໄຊ 500 ລ້ານກີບ, ສະຖານທູດ ສສ ຫວຽດນາມປະຈໍາ ສປປລາວ 300 ລ້ານກີບ, ກຸ່ມບໍລິສັດ ຄໍາພູວົງ 300 ລ້ານກີບ ແລະ ວຽງພັດທະນາ ຈໍາກັດ 100 ກີບ ລວມເປັນເງິນທັງໝົດ 23,77 ຕື້ກີບ ໂດຍການກ່າວຮັບຂອງ ທ່ານ ນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຂອບໃຈ ຕໍ່ທຸກພາກສ່ວນທີ່ໄດ້ນໍາເອົາວັດຖຸປັດໃຈມາມອບ ໃຫ້ລັດຖະບານ ໃນຄັ້ງນີ້, ພ້ອມທັງ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເງິນຈໍານວນດັ່ງກ່າວ ໄປໝູນໃຊ້ເຂົ້າໃນວຽກງານຊ່ວຍເຫຼືອຜູ້ປະສົບໄພ ນໍ້າຖ້ວມໃຫ້ເກີດປະໂຫຍດສູງສຸດ.
ໂດຍ: ບູນຊ້ອຍ