ສວນພຶກສາ ໄດ້ຮັບກາໝາຍໂອດັອບຜະລິດຕະພັນ ຮູບແບບການບໍລິການ

ໃນວັນທີ 16 ກັນຍາ 2024 ຜ່ານມານີ້, ທ່ານ ພູວົງ ພະມີສິດ ປະທານສວນພຶກສາ ໄດ້ຂຶ້ນຮັບໃບອະນຸຍາດນຳໃຊ້ກາໝາຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ (ໂອດັອບ) ປະເພດຜະລິດຕະພັນ: ຮູບແບບການບໍລິການ. ໂດຍການມອບຂອງທ່ານ ວິທູນ ສິດທິມໍລະດາ ຫົວຫນ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອູດສາຫະກຳ ແລະ ການຄ້າ ເຊິ່ງພິທີໄດ້ຈັດຂຶ້ນໃນງານວາງສະແດງ ແລະ ຈຳໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ຄັ້ງທີ X ປະຈຳປີ 2024 ທີ່ສູນການຄ້າລາວ-ໄອເຕັກ ຕຶກເກົ່າ ໃນລະຫວ່າງ ວັນທີ 14-22 ກັນຍາ.

ສວນພຶກສາ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳບັນດາເຜົ່າ ເປີດໃຫ້ບໍລິການຫລາກຫລາຍກິດຈະກຳການທ່ອງທ່ຽວບໍ່ວ່າຈະເປັນ ທ່ຽວຊົມຫ້ອງວາງສະແດງບັນດາເຜົ່າ, ທ່ຽວຊົມເຮືອນຊົນເຜົ່າ, ທ່ຽວຊົມວັງພະຍານາກ ພ້ອມກາບໄຫ້ວອົງປູ່ສີສຸດໂທ ແລະ ອົງປູ່ສີສັດຕະນາກ, ທ່ຽວຊົມສວນສັດນ້ອຍ ແລະ ສວນນ້ຳຕົກ, ທ່ຽວຊົມສວນແບ້ຄຳນຳໂຊກ, ມ່ວນຊື່ນກັບ ສະໄລເດີ້ນ້ຳ, ພ້ອມນັ້ນ ພວກເຮົາ ຍັງມີຮ້ານອາຫານ ພ້ອມອາຫານແຊບ ແລະ ມີຣີສອດໄວ້ໃຫ້ນັກທ່ອງທ່ຽວໄດ້ພັກແຮມແບບຫລາຍວັນຕື່ມອີກ.
ປະຈຸບັນ ສວນພຶກສາ ໂດຍເຫັນໄດ້ເຖິງຄວາມຫມາຍຄວາມສຳຄັນຂອງວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ທັງເປັນການອະນຸລັກຮັກສາ ບໍ່ໃຫ້ຫລົງລືມໄປຕາມການເວລາ. ດັ່ງນັ້ນ ສວນພຶກສາ ໂດຍປະທານ ພູວົງ ພະມີສິດ ຈຶ່ງໄດ້ສ້າງສວນພຶກສາ ສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳບັນດາເຜົ່າ ໂດຍສະເພາະທາງດ້ານວັດທະນະທໍາ ເຊິ່ງມີເອກະລັກພິເສດ ແລະ ແຕກຕ່າງຈາກສະຖານທີ່ທ່ອງທ່ຽວອື່ນໆ. ໃນນັ້ນ ຈະມີຫ້ອງວາງສະແດງບັນດາເຜົ່າ ແລະ ຫມູ່ບ້ານຊົນເຜົ່າ ອັນເປັນແຫລ່ງຮວບຮວມປະຫວັດຄວາມເປັນມາ ກໍຄືວິຖີຊີວິດ ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ ຂອງ 50 ຊົນເຜົ່າໃນລາວມາໄວ້ໃນສະຖານທີ່ແຫ່ງນີ້. ເພື່ອເປີດໂອກາດໃຫ້ບັນດານັກຄົ້ນຄວ້າທັງພາຍໃນ ແລະ ຕ່າງປະເທດ, ນັກຮຽນ, ນັກສຶກສາ ທີ່ມີຄວາມສົນໃຈ ມາທັດສະນະສຶກສາ ຮຽນຮູ້ຄວາມເປັນມາບັນດາຊົນເຜົ່າຕ່າງໆໃນ ສປປ ລາວ.