ໄຂກອງປະຊຸມບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ

ກອງປະຊຸມບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ RVASE (AIMF) ໄດ້ໄຂຂຶ້ນທີ່ ນະຄອນຫຼວງວຽງຈັນ ໃນວັນທີ 17 ກັນຍາ 2024 ນີ້ ໂດຍການເປັນປະທານຮ່ວມມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ເຟເດຣິກ ວານລິເອ ຜູ້ແທນຂັ້ນສູງຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ, ທ່ານ ດີໂອນາດ ເນວ ເອກຄະນະຜູ້ແທນສະຫະພາບເອີຣົບ, ພ້ອມດ້ວຍບັນດາທ່ານ ຄະນະຜູ້ແທນຂອງແຂວງ, ນະຄອນເຂົ້າຮ່ວມ.

ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກ່າວເປີດກອງປະຊຸມວ່າ: ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງ ສະມາຄົມບັນດາເຈົ້າຄອງ ນະຄອນທີ່ນໍາໃຊ້ພາສາຝຣັ່ງ AIMF (RVASE) ໄດ້ຈັດຂຶ້ນຄັ້ງທໍາອິດ ປີ 2017 ໂດຍບັນດາອຳນາດການປົກຄອງທ້ອງຖິ່ນ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ມີການຈັດກອງປະຊຸມຮ່ວມກັນ ໃນກອບຂອງຄູ່ຮ່ວມຍຸດທະສາດ ລະຫວ່າງ ສະມາຄົມສາກົນເຈົ້າຄອງນະຄອນທີ່ນຳໃຊ້ພາສາຝຣັ່ງ (AIMF) ຮ່ວມກັບ ສະຫະພາບເອີຣົບ (EU), ໃນກອງປະຊຸມດັ່ງກ່າວ ແມ່ນໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຈຳເປັນຂອງການສ້າງຕັ້ງເຄື່ອຂ່າຍບັນດານະຄອນໃນພາກພື້ນອາຊີຕາເວັນອອກສຽງໃຕ້ (RVASE), ຈຸດປະສົງ ເພື່ອການເສີມຂະຫຍາຍການຮ່ວມມື ແລະ ການແລກປ່ຽນແນວທາງການຈັດຕັ້ງປະຕີບັດທີ່ແທດເຫມາະໃນການຮັບມືກັບວິກິດການ, ການເຊື່ອມໂຍງພົນລະເມືອງ ເເລະ ການສົ່ງເສີມທາງດ້ານການພັດທະນາຕົວເມືອງ. ແຜນຈັດຕັ້ງປະຕິບັດງານ ແມ່ນໄດ້ມີການຮັບຮອງ ໂດຍລະບຸຊັດເຈນດ້ານກອບຂອງການຮ່ວມມື ເພື່ອໃຫ້ບັນລຸເປົ້າຫມາຍຮ່ວມກັນ ເຊັ່ນ: ການຄຸ້ມຄອງຂໍ້ມູນດ້ານເຕັກໂນໂລຊີ, ການຫັນເປັນນະຄອນອັດສະລິຍະ, ການຫັນເປັນຕົວເມືອງຕົວແບບມາດຖານ ແລະ ມີຄວາມເຂັ້ມແຂງ ໃນການຕ້ານກັບການປ່ຽນແປງທາງດ້ານດິນຟ້າອາກາດ.

ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ (AIMF) ໃນຄັ້ງນີ້ ແມ່ນຈະກາຍເປັນຂີດໝາຍອັນສໍາຄັນເບື້ອງຕົ້ນທີ່ບັນດາທ່ານ ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ ຈະໄດ້ປະກອບຄໍາເຫັນ, ປຶກສາຫາລື, ແລກປ່ຽນທັດສະນະຢ່າງເປັນຮູບປະທໍາ ແລະດ້ວຍເຫດຜົນຢ່າງເໝາະສົມ. ແນໃສ່ເພື່ອເສີມສ້າງການພົວພັນ ແລະ ການຮ່ວມມືຂອງຂົງເຂດ. ພ້ອມນັ້ນນະຄອນ ຫຼວງວຽງຈັນ ແມ່ນໄດ້ປະກອບ ສ່ວນອັນສໍາຄັນເຂົ້າໃນການເສີມສ້າງຄວາມສາມັກຄີ, ການພົວພັນຮ່ວມມື ຈະສືບຕໍ່ຊຸກຍູ້ນະໂຍບາຍແລະການຈັດຕັ້ງປະຕິບັດເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງເພື່ອການພັດທະນາແບບຍືນຍົງ.

ພ້ອມນີ້ ສປປລາວ ຍັງໄດ້ກຳນົດເອົາປີນີ້ເປັນ “ປີທ່ອງທ່ຽວລາວ 2024” ເພື່ອສົ່ງເສີມການທ່ອງທ່ຽວ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ຮ່ວມກັບບັນດາປະເທດອາຊຽນໃນພາກພື້ນ ແລະໃນໂລກ. ເຊິ່ງຈະນໍາເອົາຜົນປະໂຫຍດທາງດ້ານເສດຖະກິດໃນທາງກົງ ແລະທາງອ້ອມເຊື່ອມຈອດກັບພາກພື້ນແລະສາກົນ.
ຂ່າວ: ສາວລາວໃຕ້