ນາຍົກລັດຖະມົນຕີ ໄດ້ຮັບລາງວັນ ຜູ້ນໍາອາຊຽນດີເດັ່ນ ປະຈໍາປີ 2024

ໃນຕອນຄໍ່າວັນທີ 16 ກັນຍາ 2024 ໄດ້ມີພິທີມອບລາງວັນ “ຜູ້ນໍາອາຊຽນ ດີເດັ່ນປະຈໍາປີ 2024 ໃຫ້ແກ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດກອງປະຊຸມເວທີປຶກສາຫາລື ກ່ຽວກັບການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 ທີ່ຈັດຂຶ້ນ ໃນວັນທີ 16-17 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ເຊິ່ງເປັນລາງວັນຜູ້ນຳອາຊຽນດີເດັ່ນເປັນລາງວັນທີ່ມີຄວາມໝາຍສຳຄັນຂອງສະຖາບັນຍຸດທະສາດອາຊີ-ປາຊີຟິກ ມອບໃຫ້ຜູ້ນໍາຂອງອາຊຽນ ທີ່ມີຜົນງານໃນການປະຕິບັດໜ້າທີ່ຂອງຕົນ.

ທ່ານ ຕັນ ສຣິ ມາຈິດ ຄັນ (Tan Sri Majid Khan), ປະທານສະຖາບັນຍຸດທະສາດອາຊີ- ປາຊີຟິກ ໄດ້ຕາງໜ້າໃຫ້ກອງປະຊຸມປຶກສາຫາລືກ່ຽວກັບການເປັນຜູ້ນໍາ ແລະຄູ່ຮ່ວມມືອາຊຽນ ປະຈໍາປີ 2024 ເປັນຜູ້ມອບລາງວັນ ຜູ້ນໍາອາຊຽນດີເດັ່ນ ປະຈໍາປີ 2024 ໃຫ້ແກ່ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເພື່ອຊົມເຊີຍຜົນງານຂອງທ່ານໃນການປະກອບສ່ວນສ້າງສາພັດທະນາ ສປປ ລາວ ແລະປະກອບສ່ວນເຂົ້າໃນວຽກງານອາຊຽນໃນໄລຍະຜ່ານມາລວມທັງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ໃນປີ 2019, ທ່ານ ທອງລຸນ ສີສຸລິດ ໃນເວລານັ້ນເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຮັບລາງວັນ “ຜູ້ນໍາອາຊຽນ ທີ່ມີຜົນສໍາເລັດດີເດັ່ນ ເຊັ່ນດຽວກັນ.

ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຖາບັນຍຸດທະສາດອາຊີ-ປາຊີຟິກ ແລະສະໂມສອນເສດຖະກິດອາຊຽນ ທີ່ໄດ້ມອບລາງວັນທີ່ສໍາຄັນດັ່ງກ່າວເຊິ່ງບໍ່ພຽງແຕ່ເປັນລາງວັນທີ່ເປັນການຊົມເຊີຍຜົນງານຂອງທ່ານນາຍົກລັດຖະມົນຕີເທົ່ານັ້ນ, ແຕ່ຍັງເປັນລາງວັນທີ່ຮັບຮູ້ ແລະ ຊົມເຊີຍການປະກອບສ່ວນຂອງປະຊາຊົນລາວ ເຂົ້າໃນການສ້າງສາພັດທະນາ ສປປ ລາວ ແລະ ການສະໜັບສະໜູນຈາກບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກຂອງອາຊຽນຕະຫລອດໄລຍະຜ່ານມາ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ສະຖາບັນຍຸດທະສາດອາຊີ-ປາຊີຟິກ ທີ່ໄດ້ໃຫ້ການສະໜັບສະໜູນວຽກງານອາຊຽນ ໂດຍສະເພາະ ການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະຄວາມເຂັ້ມແຂງອາຊຽນ”. ການຮ່ວມມື ແລະການສະໜັບສະໜູນດັ່ງກ່າວເປັນການປະກອບສ່ວນທີ່ສໍາຄັນ ເພື່ອເຮັດໃຫ້ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ພາບ: ຂັນໄຊ