ຫຼາຍພາກສ່ວນແລກປ່ຽນຄໍາເຫັນໃສ່ຮ່າງຂໍ້ຕົກລົງກ່ຽວກັບເງິນຕາຕ່າງປະເທດ

ໃນວັນທີ 16 ກັນຍາ 2024 ນີ້, ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດກອງປະຊຸມແລກປ່ຽນຄໍາເຫັນຕໍ່ຮ່າງຂໍ້ຕົກລົງວ່າດ້ວຍການນໍາໃຊ້ເງິນຕາຕ່າງປະເທດ ແລະ ຮ່າງຂໍ້ຕົກລົງວ່າດ້ວຍບັນຊີເງິນຝາກເປັນເງິນຕາຕ່າງປະເທດຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໂດຍມີພາກສ່ວນກ່ຽວຂ້ອງຈາກພາກທຸລະກິດເຂົ້າຮ່ວມທັງເຊິ່ງໜ້າ ແລະ ຜ່ານລະບົບອອນລາຍເພື່ອປຶກສາຫາລືປະກອບຄຳເຫັນໃສ່ 02 ຮ່າງຂໍ້ຕົກລົງດັ່ງກ່າວ ແລະ ນໍາໄປປັບປຸງເຂົ້າໃນນິຕິກໍາໃຫ້ມີເນື້ອໃນຄວາມຄົບຖ້ວນສົມບູນ ແລະຮັບປະກັນໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີປະສິດທິຜົນສູງ.

ທ່ານຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວວ່າ: ສປປ ລາວ ໄດ້ຄົ້ນຄວ້າສ້າງ ແລະປະກາດນໍາໃຊ້ນິຕິກໍາເພື່ອເປັນບ່ອນອີງໃນການຄຸ້ມຄອງເງິນຕາຕ່າງປະເທດຫລາຍສະບັບ ນັບແຕ່ປີ 1990 ປະກອບມີ: ດໍາລັດວ່າດ້ວຍການຄຸ້ມຄອງຈາລະຈອນເງິນຕາຕ່າງປະເທດ ແລະ ວັດຖຸມີຄ່າ ແລະ ຍົກເປັນລັດຖະບັນຍັດໃນປີ 2002 ແລະ ຍົກຂຶ້ນເປັນກົດໝາຍໃນ ປີ 2014 ແລະ ໄດ້ມີການປັບປຸງໃນປີ 2022 ເພື່ອໃຫ້ສອດຄ່ອງກັບສະພາບການ ພັດທະນາເສດຖະກິດ ແລະການຄຸ້ມຄອງເງິນຕາຕ່າງປະເທດໃນໄລຍະໃໝ່. ອີງໃສ່ສະພາບເງື່ອນໄຂເສດຖະກິດ ແລະ ສັງຄົມ ກໍຄື ປັດໃຈພາຍໃນປະເທດທີ່ຍັງເຫັນວ່າ ປະຊາຊົນ, ທຸລະກິດ, ຜູ້ປະກອບການສ່ວນໜຶ່ງແມ່ນຍັງມີການຊົມໃຊ້ ຫລື ຖືຄອງເງິນຕາຕ່າງປະເທດທີ່ເປັນ ຄວາມຊິນເຄີຍ ແລະ ແກ່ຍາວມາຕັ້ງແຕ່ການເປີດປະເທດແລ້ວນັ້ນ, ລັດຖະບານ ກໍມີຄວາມພະຍາຍາມທີ່ຈະກໍານົດອອກມາເປັນກົດໝາຍຄຸ້ມຄອງໃຫ້ມີຄວາມຮັດກຸມ ແລະ ຕາມສະພາບຕົວຈິງຂອງສັງຄົມທີ່ມີເງິນຕາຕ່າງປະເທດຢູ່ແລ້ວນັ້ນ ເຂົ້າສູ່ລະບຽບກົດໝາຍຫລາຍຂຶ້ນ, ດັ່ງທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດ (ສະບັບປັບປຸງ) ໄດ້ອະນຸຍາດໃຫ້ຜູ້ມີ ແລະ ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ສາມາດຄອບຄອງເງິນຕາຕ່າງປະເທດ ທີ່ໄດ້ມາຢ່າງຖືກຕ້ອງຕາມກົດໝາຍ ດ້ວຍການເປີດບັນຊີ ເງິນຝາກໄວ້ນໍາທະນາຄານທຸລະກິດ ຢູ່ ສປປ ລາວ ຫລື ຖືຄອງເປັນເງິນສົດຕາມລະບຽບການ. ເຖິງຢ່າງໃດກໍຕາມກ່ອນຈະນໍາໃຊ້ເຂົ້າໃນ ການຮັບຊໍາລະ ແລະ ຊໍາລະຄ່າສິນຄ້າ, ບໍລິການ, ໜີ້ສິນ, ເງິນປັນຜົນ, ເບີກຈ່າຍເງິນເດືອນ ຫລື ຄ່າແຮງງານ ແລະ ປະຕິບັດພັນທະຕໍ່ລັດ ໃນ ສປປ ລາວ ຕ້ອງແລກປ່ຽນເປັນເງິນກີບ ຊຶ່ງການແລກປ່ຽນດັ່ງກ່າວຕ້ອງ ດໍາເນີນຢູ່ທະນາຄານທຸລະກິດເທົ່ານັ້ນ.
ໃນໄລຍະຜ່ານມາ ທຫລ ຍັງບໍ່ໄດ້ຜັນຂະຫຍາຍເປັນນິຕິກໍາອັນສະເພາະ ເພື່ອຄຸ້ມຄອງການນໍາໃຊ້ເງິນຕາຕ່າງປະເທດ ແລະ ການເປີດບັນຊີ ເງິນຝາກເປັນຕາຕ່າງປະເທດ ຢູ່ ສປປ ລາວ, ເຮັດໃຫ້ການຄອບຄອງເງິນຕາຕ່າງປະເທດ ທັງໃນຮູບແບບເງິນຝາກ ແລະ ເງິນສົດໃນສັງຄົມລາວ ຍັງມີການປະຕິບັດບໍ່ເປັນເອກະພາບ ແລະ ບໍ່ມີມາດຕະຖານທີ່ຊັດເຈນ. ສະນັ້ນ, ໂດຍອີງຕາມຄວາມຈໍາເປັນທະນາຄານແຫ່ງ ສປປ ລາວ ຈະໄດ້ນໍາສະເໜີ 2 ນິຕິກໍາທີ່ສໍາຄັນຄື: ຮ່າງຂໍ້ຕົກລົງວ່າດ້ວຍການນໍາໃຊ້ເງິນຕາຕ່າງປະເທດຢູ່ ສປປ ລາວ ແລະຮ່າງຂໍ້ຕົກລົງວ່າດ້ວຍບັນຊີເງິນຝາກເປັນເງິນຕາຕ່າງປະເທດຢູ່ ສປປ ລາວ ເຊິ່ງ 2 ນິຕິກໍານີ້, ຈະເປັນເຄື່ອງມືຂອງ ທະນາຄານແຫ່ງ ສປປ ລາວ ລວມທັງພາກສ່ວນກ່ຽວຂ້ອງ ເພື່ອນໍາໃຊ້ເຂົ້າໃນການຄຸ້ມຄອງ ການນໍາໃຊ້ເງິນຕາຕ່າງປະເທດ ແລະ ການເປີດບັນຊີເງິນຝາກເປັນເງິນຕາຕ່າງປະເທດ ຢູ່ພາຍໃນ ສປປ ລາວ, ສ້າງຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມເປັນເອກະພາບຕໍ່ການຈັດຕັ້ງປະຕິບັດຂອງທຸກພາກສ່ວນທີ່ກ່ຽວຂ້ວງ ທັງສູນກາງ ແລະ ທ້ອງຖິ່ນ, ເພື່ອເປັນການຊຸກຍູ້ສົ່ງເສີມການຄ້າ, ການບໍລິການ ແລະ ການລົງທຶນ ລະຫວ່າງປະເທດ ເຮັດໃຫ້ມີລາຍຮັບເປັນເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານຫລາຍຍິ່ງຂຶ້ນ.

ຢ່າງໃດກໍຕາມ, ເປົ້າໝາຍສູງສຸດຂອງ ທຫລ ແມ່ນຢາກເຫັນທຸກພາກສ່ວນນໍາໃຊ້ເງິນກີບຢ່າງເປັນເອກະພາບ, ນໍາໃຊ້ເງິນຕາຕ່າງປະເທດຢ່າງເປັນລະບຽບຮຽບຮ້ອຍ ຖືກຕ້ອງຕາມວັດຖຸປະສົງ ແລະ ເປົ້າໝາຍ, ນໍາໃຊ້ເງິນຕາຕ່າງປະເທດຢ່າງປະຢັດ ແລະຮັບປະກັນຖານະເງິນຕາຕ່າງປະເທດຊໍາລະກັບຕ່າງປະເທດໃຫ້ມີຄວາມເຂັ້ມແຂງ.