ອິນເດຍ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກສຸກເສີນ ໃຫ້ ສປປ ລາວ ມູນຄ່າ 2,2 ຕື້ກີບ

ໃນຕອນຄໍ່າຂອງວັນທີ 15 ກັນຍາ 2024, ທີ່ ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ສປປ ລາວ, ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອບັນເທົາທຸກສຸກເສີນໄພພິບັດນໍ້າ ຖ້ວມຈາກ ລັດຖະບານ ແຫ່ງ ສາທາລະນະລັດ ອິນເດຍ ມອບໃຫ້ແກ່ ສປປ ລາວ, ໂດຍຕາງໜ້າລັດຖະບານແຫ່ງ ສປປ ລາວ ຮັບໂດຍ ທ່ານ ລີປາວ ຢ່າງ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຕາງໜ້າລັດຖະບານ ແຫ່ງ ສ.ອິນ ເດຍ ມອບໂດຍ ທ່ານ ປຼາຊານ ອາກຼາວາລ (Prashant Agrawal), ເອກອັກຄະລັດຖະທູດ ແຫ່ງ ສ.ອິນເດຍ ປະຈໍາ ສປປ ລາວ, ພ້ອມທັງມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂິພິຍານ.
ເຄື່ອງຊ່ວຍເຫຼືອທີ່ ສ. ອິນເດຍ ນໍາມາມອບໃນຄັ້ງນີ້ ແມ່ນເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາ ເພື່ອນໍາໃຊ້ເຂົ້າໃນການຊ່ວຍ ເຫຼືອສຸກເສີນແກ່ຜູ້ປະສົບໄພພິບັດຕ່າງໆ, ຊຶ່ງຈະເປັນການປະ ກອບສ່ວນອັນສໍາຄັນໜຶ່ງໃຫ້ແກ່ ສປປ ລາວ ໃນການກຽມຄວາມພ້ອມເພື່ອສາມາດຮັບມືກັບໄພພິບັດສຸກເສີນໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບຍິ່ງຂຶ້ນ ໃນການຊ່ວຍເຫຼືອຊຸມຊົນ ກໍຄື ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ເຫດການສຸກເສີນຕ່າງໆ, ໂດຍສະເພາະກໍແມ່ນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍາຖ້ວມທີ່ກໍາລັງເກີດຂຶ້ນຢູ່ຫຼາຍຂົງເຂດຂອງ ສປປ ລາວ.
ເຄື່ອງຊ່ວຍເຫຼືອຄັ້ງນີ້ປະກອບມີ: ເມັດຄລໍຣິນ (chlorine) ຈໍານວນ 10 ລ້ານເມັດ, ຜົງຟອກຂາວ ຈໍານວນ 1,000 kg, ນໍ້າຢາຂ້າເຊື້ອໂລກ ຈໍານວນ 1,000 ລິດ, ເຄື່ອງກອງນໍ້າ ຈໍານວນ 2,000 ເຄື່ອງ, ເຄື່ອງປັ່ນໄຟ ຂະໜາດ 30 KVA ຈໍານວນ 2 ເຄື່ອງ, ຊຸດອານາໄມ ຈໍານວນ 1,000 ຊຸດ, ເຄື່ອງໃຊ້ພາຍໃນຄົວເຮືອນ ຈໍານວນ 1,000 ຊຸດ, ຖົງນອນ ຈໍານວນ 1,000 ຊຸດ, ມຸ້ງ ຈໍານວນ 2,500 ດາງ ແລະ ຢາກັນຍຸງ ຈໍານວນໜຶ່ງ ລວມມູນຄ່າປະມານ 100,000 ໂດລາສະຫະລັດ (ປະມານ 2,2 ຕື້ກີບ).
ຂ່າວ: ວສລ