ໄຂຂຶ້ນແລ້ວ ກອງປະຊຸມ ສະພາເຂດການຄ້າເສລີ ອາຊຽນ ຄັ້ງທີ 38. (The 56th AEM-38th AFTA Council Meeting)

ກອງປະຊຸມສະພາເຂດການຄ້າເສລີ ອາຊຽນ ຄັ້ງທີ 38 (The 56th AEM-38th AFTA Council Meeting) ຈັດຂຶ້ນວັນທີ 16 ກັນຍາ 2024 ທີ່ໂຮງແຮມຄຣາວພາຊາ, ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ, ມີລັດຖະມົນຕີສະພາເຂດການຄ້າເສລີອາຊຽນ, ທ່ານ ກາວ ກິມຮູນ ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕິມໍເລດສເຕ, ບັນດາຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຊຶ່ງກອງປະຊຸມ ໄດ້ສຸມໃສ່ປຶກສາຫາລື, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງຄະນະເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ບົດລາຍງານຄະນະເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ຖະແຫຼງການຮ່ວມຂອງກອງປະຊຸມສະພາເຂດການຄ້າເສລີອາຊຽນ ຄັ້ງທີ 38.
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ກ່າວເປີດກອງປະຊຸມວ່າ: ການພົບປະຂອງພວກເຮົາ ໃນກອງປະຊຸມ ສະພາເຂດການຄ້າເສລີ ອາຊຽນ ຄັ້ງທີ 38 (The 56th AEM-38th AFTA Council Meeting) ຄັ້ງນີ້ ສະແດງເຖິງຄວາມໝາຍໝັ້ນຂອງປະເທດສະມາຊິກ ທີ່ຈະສືບຕໍ່ຮ່ວມກັນເພື່ອສ້າງໃຫ້ອາຊຽນ ກາຍເປັນຖານການຜະລິດໜຶ່ງດຽວທີ່ມີຄວາມສາມາດດ້ານການແຂ່ງຂັນໃນພາກພື້ນ ແລະ ນັບແຕ່ອາຊຽນໄດ້ສ້າງຕັ້ງເຂດການ ຄ້າເສລີອາຊຽນ ໃນປີ 1992 ເປັນຕົ້ນມາ, ພາກພື້ນອາຊຽນ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະ ການຫຼຸດຜ່ອນ ແລະ ລົບລ້າງອັດຕາພາສີ, ການສ້າງຄວາມສະດວກທາງດ້ານການຄ້າ ແລະ ການຫັນເປັນທັນສະໄໝດ້ານການເຊື່ອມໂຍງລະບົບແຈ້ງພາສີ ແລະ ອື່ນໆ. ມາຮອດປະຈຸບັນ, ອາຊຽນ ໄດ້ລົບລ້າງອັດຕາພາສີເກືອບໝົດທຸກລາຍການສິນຄ້າ, ກວມເອົາ 98.6% ຂອງລາຍການອັດຕາພາສີທັງໝົດ ແລະ ສືບຕໍ່ພັດທະນາລະບົບແຈ້ງພາສີ ປະຕູດຽວອາຊຽນຢ່າງຕໍ່ເນື່ອງ ເຊິ່ງເປັນການຫຼຸດຜ່ອນຕົ້ນທຶນການຄ້າ ແລະ ອໍານວຍຄວາມສະດວກແກ່ພາກທຸລະກິດ ໃນພາກພື້ນຂອງພວກເຮົາ. ບັນດາຜົນສໍາເລັດດັ່ງກ່າວ ໄດ້ຊຸກຍູ້ການຄ້າພາຍໃນອາຊຽນ ໃຫ້ມີການຂະຫຍາຍຕົວ, ສະແດງອອກ ໃນປີ 2023 ມູນຄ່າການຄ້າພາຍໃນອາຊຽນ ສາມາດບັນລຸໄດ້ 759 ຕື້ ໂດລາສະຫະລັດ, ກວມເອົາ 21.5 % ຂອງມູນຄ່າການຄ້າທັງໝົດຂອງອາຊຽນ.
ທ່ານຍັງໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດດັ່ງກ່າວ ເຊິ່ງເກີດມາຈາກ ຄວາມເອົາໃຈໃສ່ ແລະ ຄວາມເປັນເຈົ້າການຂອງ ຄະ ນະເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແລະ ບັນດາໜ່ວຍງານທີ່ກ່ຽວຂ້ອງ ທີ່ໄດ້ຈັດຕັ້ງປະຕິບັດບັນດາຄຳໝັ້ນສັນຍາ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ແຜນງານອາຊຽນ ເພື່ອຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ ປີ 2025.
ພ້ອມນີ້, ທ່ານ ມະໄລທອງ ກົມມະສິດ ຍັງໄດ້ຍົກໃຫ້ເຫັນ ໃນປີຜ່ານມາ, ອາຊຽນໄດ້ຈັດຕັ້ງປະຕິບັດບັນດາແຜນວຽກກ່ຽວກັບການສ້າງເຂດການຄ້າເສລີອາຊຽນ ໄດ້ບັນລຸຕາມເປົ້າໝາຍຫຼາຍດ້ານ ໂດຍສະເພາະພວກເຮົາສາມາດແກ້ໄຂ ບັນດາຂໍ້ຄົງຄ້າງທີ່ເກີດຈາກການຈັດຕັ້ງປະຕິບັດສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ການນໍາໃຊ້ການແລກປ່ຽນບັນດາເອກະສານການຄ້າແບບເອເລັກໂຕຼນິກ ຜ່ານລະບົບບໍລິການແຈ້ງພາສີປະຕູດຽວອາຊຽນ. ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຄວາມຄືບໜ້າຂອງການເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ຫວັງຢ່າງ ຍິ່ງວ່າ ການເຈລະຈາຍົກລະດັບສັນຍາດັ່ງກ່າວ ຈະສາມາດສຳເລັດໃນປີ 2025 ຕາມທີ່ໄດ້ກໍານົດໄວ້.