ທ່ານ ທອງລຸນ ສີສຸລິດ ໄດ້ຮັບລາງວັນການນໍາອາຊຽນດີເດັ່ນໃນການສ້າງສາພັດທະນາປະເທດຊາດ

ໃນຕອນເຊົ້າຂອງວັນທີ 16 ກັນຍານີ້ ທີ່ສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຕັນ ສຣິ ໄມເຄິນ ໂຢ ປະທານສະໂມສອນເສດຖະກິດອາຊຽນ ປະທານສະຖາບັນຍຸດທະສາດອາຊີ-ປາຊີຟິກ ພ້ອມດ້ວຍຄະນະຈາກສະຖາບັນຍຸດທະສາດອາຊີ-ປາຊີຟິກ, ສະໂມສອນເສດຖະກິດອາຊຽນ ແລະ ສະພາທຸລະກິດອາຊຽນ ໃນໂອກາດ ກອງປະຊຸມເວທີປຶກສາຫາລື ວ່າດ້ວຍ ການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 (2024 ASEAN Leadership and Partnership Forum) ຊຶ່ງຈັດຂຶ້ນໃນວັນທີ 16-17 ກັນຍາ ທີ່ ນະຄອນຫຼວງວຽງຈັນ.

ໃນໂອກາດນີ້, ສະຖາບັນຍຸດທະສາດອາຊີ-ປາຊີຟິກ ໄດ້ມອບລາງວັນ “ການນໍາອາຊຽນດີເດັ່ນ ໃນການສ້າງສາພັດທະນາປະເທດຊາດ (The ASEAN Master Nation Builder Lifetime Award)” ໃຫ້ແກ່ທ່ານ ທອງລຸນ ສີສຸລິດ ຊຶ່ງລາງວັນດັ່ງກ່າວ ເປັນລາງວັນທີ່ມີຄວາມໝາຍສໍາຄັນ ເພາະເປັນລາງວັນສູງສຸດຂອງສະຖາບັນດັ່ງກ່າວ ມອບໃຫ້ຜູ້ນໍາຂອງອາຊຽນ ຊຶ່ງ ທ່ານ ທອງລຸນ ສີສຸລິດ ເປັນຜູ້ນໍາ ຜູ້ທໍາອິດຂອງອາຊຽນ ທີ່ໄດ້ຮັບກຽດຮັບລາງວັນດັ່ງກ່າວ ຊຶ່ງເປັນການຮັບຮູ້ ແລະ ຊົມເຊີຍ ຜົນງານຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ ໃນການສ້າງສາພັດທະນາ ສປປ ລາວ ແລະ ການປະກອບສ່ວນ ເຂົ້າໃນພາລະກິດລວມຂອງອາຊຽນ.

ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການມອບລາງວັນຜູ້ນຳອາຊຽນດີເດັ່ນດັ່ງກ່າວ ແລະ ກ່າວວ່າ: ລາງວັນດັ່ງກ່າວນີ້, ເປັນລາງວັນ ທີ່ບໍ່ສະເພາະແຕ່ສໍາລັບພະນະທ່ານເອງ, ແຕ່ຍັງເປັນລາງວັນສໍາລັບທຸກພາກສ່ວນຂອງ ສປປ ລາວ ໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາ ສປປ ລາວ ແລະ ການປະກອບສ່ວນເຂົ້າໃນພາລະກິດລວມແຫ່ງການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະການພັດທະນາ ແລະ ເຊື່ອມໂຍງເສດຖະກິດຂອງອາຊຽນ ໃນໄລຍະຜ່ານມາ.

ພ້ອມດຽວກັນນີ້, ປະທານປະເທດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ສະຖາບັນຍຸດທະສາດອາຊີ-ປາຊີຟິກ, ສະໂມສອນເສດຖະກິດອາຊຽນ ແລະ ສະພາທຸລະກິດອາຊຽນ ທີ່ໄດ້ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຈັດກອງຊຸມເວທີປຶກສາຫາລື ວ່າດ້ວຍ ການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 ທີ່ ນະຄອນຫຼວງວຽງຈັນ ໃນຄັ້ງນີ້ ແລະ ອວຍພອນ ໃຫ້ກອງປະຊຸມປະສົບຜົນສໍາເລັດຕາມແຜນການ ປະກອບສ່ວນເຂົ້າໃນການຍົກລະດັບການສ້າງຂີດຄວາມສາມາດຂອງຂະແໜງການທາງດ້ານການເຊື່ອມໂຍງ-ເຊື່ອມຈອດ, ການອຳນວຍຄວາມສະດວກທາງການຄ້າ, ການລົງທຶນ, ການຫັນເປັນດີຈີຕອນ, ການສ້າງຄວາມເຂັ້ມແຂງດ້ານການຄໍ້າປະກັນສະບຽງອາຫານ ແລະ ການພັດທະນາແບບຍືນຍົງເວົ້າສະເພາະ ເວົ້າລວມກໍຄືການຮ່ວມມືກັບປະເທດຄູ່ເຈລະຈາອາຊຽນ ທັງພາກລັດ ແລະ ພາກທຸລະກິດໃນພາກພື້ນ ແນໃສ່ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນໃຫ້ສູງຂຶ້ນ.

ການຈັດກອງປະຊຸມດັ່ງກ່າວ, ເປັນໜຶ່ງໃນກິດຈະກໍາ ທີ່ປະກອບສ່ວນສະໜັບສະໜູນການເປັນປະ ທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໃຫ້ມີຜົນສໍາເລັດຢ່າງຈົບງາມ.
ຂ່າວ: ກະຊວງການຕ່າງປະເທດ; ພາບ: ສຸກສະຫວັນ