ອົສຕຣາລີ ມອບເຄື່ອງຊ່ວຍເຫຼືອເພື່ອຮັບມືໄພພິບັດສຸກເສີນໃນລາວ ຈຳນວນ 8 ໂຕນ ລວມມູນຄ່າ 1,4 ຕື້ກີບ

ລັດຖະບານອົສຕຣາລີ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອສົ່ງມອບໃຫ້ແກ່ລັດຖະບານລາວ ເພື່ອປະກອບສ່ວນຮັບມືກັບໄພພິບັດ ໃນ ສປປ ລາວ ຈຳນວນ 8 ໂຕນ ລວມມູນຄ່າ 1,4 ຕື້ກີບ ຊຶ່ງເຄື່ອງຊ່ວຍເຫຼືອເຫຼົ່ານີ້ ເປັນສິ່ງທີ່ຈໍາເປັນສໍາລັບຊຸມຊົນ ກໍຄືປະຊາຊົນ ຫຼັງຈາກໄດ້ຮັບຜົນກະທົບຈາກໄພພິບັດ, ການທີ່ໄດ້ມອບ-ຮັບຄັ້ງນີ້ ຈະສາມາດຊ່ວຍເຫຼືອປະຊາຊົນ ໄດ້ຫຼາຍກວ່າ 200 ຄອບຄົວ.

ພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 12 ກັນຍານີ້2024 ພາຍຫຼັງທີ່ເຮືອບິນ C-17 ຂອງກອງກຳລັງທະຫານອາກາດອົສຕຣາລີ ເດີນທາງມາເຖິງສະໜາມບິນສາກົນວັດໄຕ; ທ່ານ ນາງ ເມແກັນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ທ່ານ ລີປາວ ຢ່າງຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ຕາງໜ້າລັດຖະບານລາວຂຶ້ນຮັບ.

ເຄື່ອງຊ່ວຍເຫຼືອທີ່ນໍາມາມອບໃນຄັ້ງນີ້, ເປັນເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາຊຶ່ງເປັນສ່ວນໜຶ່ງຂອງກິດຈະກໍາຮ່ວມມືດ້ານວຽກງານການປ້ອງກັນຊາດ ນໍາພາໂດຍກອງທັບປ້ອງກັນຊາດຂອງອົສຕຣາລີ - ກິດຈະກໍາການຮ່ວມມືທຸກຂະແໜງການຂອງລັດຖະບານອົສຕຣາລີ ເພື່ອຍົກສູງການຮ່ວມມື ລະຫວ່າງ ກະຊວງປ້ອງກັນປະເທດອົສຕຣາລີ ກັບບັນດາປະເທດໃນພາກພື້ນ, ລວມທັງ ສປປ ລາວ. ການມອບເຄື່ອງຊ່ວຍເຫຼືອຄັ້ງນີ້, ຊ່ວຍໃຫ້ ສປປ ລາວ ເພີ່ມປະລິມານການກະກຽມເຄື່ອງຊ່ວຍເຫຼືອໄວ້ພາຍໃນປະເທດຊຶ່ງຈະສາມາດຮັບມືກັບໄພພິບັດສຸກເສີນໄດ້ຢ່າງວ່ອງໄວ ແລະມີປະສິດຕິພາບເພື່ອຊ່ວຍເຫຼືອຊຸມຊົນກໍຄືປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ຫຼືເຫດການສຸກເສີນອື່ນໆ.

ໂອກາດດັ່ງກ່າວ, ທ່ານ ນາງ ເມແກັນ ຈອນສ ກໍໄດ້ກ່າວວ່າ: ອົສຕຣາລີ ຍິນດີທີ່ໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ສປປ ລາວ ໃນການກຽມຄວາມພ້ອມເພື່ອຮັບມືກັບໄພພິບັດສຸກເສີນ ທາງທໍາມະຊາດ, ເຄື່ອງທີ່ນໍາມາມອບປະກອບມີ: ຊຸດເຄື່ອງຄົວ 80 ຊຸດ, ຜ້າຫົ່ມ 400 ຜືນ, ມຸ້ງ 240 ດາງ, ສາດຢາງ 400 ຜືນ, ຜ້າບັດຢາງ 448 ຜືນ, ຊຸດອຸປະກອນຈົກສຽມ 224 ຊຸດ. ການກຽມພ້ອມຢ່າງມີປະສິດທິພາບແມ່ນມີຄວາມສໍາຄັນໃນການປົກປ້ອງຊຸມຊົນ ແລະຊີວິດການເປັນຢູ່ຂອງປະຊາຊົນ.

ທ່ານ ລີປາວຢ່າງ ກ່າວວ່າ: ພວກເຮົາຮູ້ສຶກຍິນດີທີ່ ອົສຕຣາລີ ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ຢ່າງຕໍ່ເນື່ອງ ໃນການຮັບມືກັບໄພພິບັດ. ລັດຖະບານລາວ ຕີລາຄາສູງ ຕໍ່ກັບການຊ່ວຍເຫຼືອຈາກລັດຖະບານ ອົສຕຣາລີ ໂດຍສະເພາະ ແມ່ນເຄື່ອງຊ່ວຍເຫຼືອທີ່ໄດ້ຮັບໃນມື້ນີ້ເພື່ອນໍາໃຊ້ຮັບມືກັບໄພພິບັດ. ບັນດາເຄື່ອງຊ່ວຍເຫຼືອດັ່ງກ່າວ, ຈະຊ່ວຍເພີ່ມທະວີການກຽມຄວາມພ້ອມໃນການຮັບມືກັບໄພພິບັດໂດຍສະເພາະແມ່ນໄພນໍ້າຖ້ວມໃນລະດູຝົນ.

ອົສຕຣາລີ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ສປປ ລາວ ເປັນເວລາ 3 ປີຕິດຕໍ່ກັນ, ໃນເວລາເກີດໄພນໍ້າຖ້ວມ ໃນໄລຍະເດືອນສິງຫາປີ 2023, ເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາ ຂອງອົສຕຣາລີ ໄດ້ຖືກລໍາລຽງເພື່ອຊ່ວຍເຫຼືອປະຊາຊົນທີ່ປະສົບໄພນໍ້າຖ້ວມຢູ່ 3 ແຂວງ ລວມມີ: ແຂວງບໍລິຄໍາໄຊ, ຄໍາມ່ວນ ແລະສະຫວັນນະເຂດ; ໃນປີ 2022, ເຄື່ອງຊ່ວຍເຫຼືອຈາກອົສຕຣາລີ ກໍໄດ້ມອບໃຫ້ແກ່ລັດຖະບານລາວໂດຍຜ່ານກິດຈະກໍາຮ່ວມມືດ້ານວຽກງານປ້ອງກັນຊາດຂອງອົສຕຣາລີ. ອົສຕຣາລີ ມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນລັດຖະບານລາວໃນວຽກງານດ້ານມະນຸດສະທໍາ ແລະການຮັບມືກັບໄພພິບັດ, ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ໂດຍຜ່ານໂຄງການຮ່ວມມືເພື່ອການພັດທະນາຂອງອົສຕຮາລີ.
ຂ່າວ-ພາບ: ສຸກສະຫວັນ