ປີ 2023 ທົ່ວໂລກມີຜູ້ເສຍຊີວິດຍ້ອນພະຍາດອະຫິວາ 4.000 ກວ່າຄົນ

ຂ່າວສານຊີອາໄອລາຍງານ ໃນວັນທີ 9 ກັນຍາ ຜ່ານມາ, ອົງການອະນາໄມໂລກ ຫຼື WHO ປະກາດໂຕເລກຂໍ້ມູນໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ: ເມື່ອທຽບໃສ່ປີ 2022 ແລ້ວ, ຈຳນວນຜູ້ຕິດເຊື້ອພະຍາດອະຫິວາທົ່ວໂລກ ໃນປີ 2023 ເພີ່ມຂຶ້ນ 13% ແລະ ມີຜູ້ເສຍຊີວິດເພີ່ມຂຶ້ນ 71%. ໃນປີ 2023 ຜ່ານມາ, ທົ່ວໂລກມີຜູ້ເສຍຊີວິດ 4.000 ກວ່າຄົນ ຍ້ອນພະຍາດອະຫິວາ ທີ່ປ້ອງກັນລ່ວງ ໜ້າໄດ້ ແລະ ປິ່ນປົວໄດ້ງ່າຍ.
ອົງການ WHO ລະບຸຕື່ມວ່າ: ຈຳນວນຜູ້ຕິດເຊື້ອພະຍາດອະຫິວາທົ່ວໂລກ ໃນປີ 2023 ຜ່ານມາ ກວມ 35% ແມ່ນເດັກນ້ອຍທີ່ອາຍຸຕໍ່າກວ່າ 5 ປີ.