EU ຕ້ອງການ 800 ຕື້ເອີໂຣ ເພື່ອຟື້ນຟູເສດຖະກິດທີ່ຢຸດຊະງັກ

ຂ່າວສານຫວຽດນາມລາຍງານວ່າ: ສະຫະພາບເອີຣົບ (EU) ກໍາລັງປະເຊີນກັບສະພາບການເສດຖະກິດຊຸດໂຊມຢ່າງຮ້າຍແຮງ. ເພື່ອຜ່ານຜ່າສິ່ງດັ່ງກ່າວ, ທ່ານ ມາຣິໂອ ດຣາກີ ອະດີດປະທານທະນາຄານກາງເອີຣົບ (ECB) ໄດ້ຮຽກຮ້ອງໃຫ້ມີການລົງທຶນ ມູນຄ່າ 800 ຕື້ເອີໂຣ.
ຂ່າວລະບຸວ່າ: ໃນບົດລາຍງານທີ່ນຳສະເໜີຢູ່ຄະນະກຳມະການເອີຣົບ (EC) ທີ່ນະຄອນບັຣສເຊວ ປະເທດແບນຊິກ, ທ່ານ ມາຣິໂອ ດຣາກີ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງ EU ໃນການປະຕິບັດບັນດາບາດກ້າວຢ່າງແຂງແຮງເພື່ອປັບປຸງຜະລິດຕະພັນ ແລະ ການເຕີບໂຕດ້ານເສດຖະກິດ ຊຶ່ງເຮັດໃຫ້ EU ຍັງຄົງຢູ່ໃນອັນດັບທີ່ຮອງລົງມາຈາກ ອາເມຣິກາ ແລະ ຈີນ. ທ່ານໄດ້ແນະນຳໃຫ້ອອກໜີ້ສາທາລະນະໃໝ່ເພື່ອສະໜອງທຶນໃຫ້ແກ່ບັນດາໂຄງການລົງທຶນຕົ້ນຕໍໃນຂົງເຂດປະດິດສ້າງ, ການຫັນປ່ຽນສີຂຽວ ແລະ ປ້ອງກັນປະເທດ. ທ່ານອະດີດປະທານ ECB ໃຫ້ຮູ້ວ່າ: EU ຕ້ອງລົງທຶນເພີ່ມເຕີມ 800 ຕື້ເອີໂຣຕໍ່ປີ ເພື່ອແກ້ໄຂສະພາບການຢຸດສະງັກໃນປັດຈຸບັນ. ນີ້ຈະເປັນການລົງທຶນທີ່ບໍ່ເຄີຍມີມາກ່ອນ ແລະ ຈະຊ່ວຍໃຫ້ EU ເປັນຜູ້ນຳໃນດ້ານເຕັກໂນໂລຊີໃໝ່, ພ້ອມກັນນັ້ນຍັງບັນລຸເປົ້າໝາຍອື່ນໆອີກຈໍານວນຫຼາຍ. ນອກນີ້, ທ່ານຍັງໄດ້ແນະນຳໃຫ້ EU ສຸມໃສ່ສ້າງສູນປະດິດສ້າງນຳໜ້າ ແລະ ພັດທະນາເຕັກໂນໂລຊີສະອາດ.
ບົດລາຍງານຂອງທ່ານຍັງໄດ້ສະເໜີການປັບກົດລະບຽບການແຂ່ງຂັນເພື່ອເຮັດໃຫ້ງ່າຍຂຶ້ນສໍາລັບ EC ໃນການອະນຸມັດຂໍ້ຕົກລົງການລວມຕົວໃນອຸດສາຫະກໍາເຕັກໂນໂລຊີ ແລະ ການປ້ອງກັນ. ທ່ານຍັງກ່າວວ່າ, ລະບຽບການຄຸ້ມຄອງອຸດສາຫະກຳໂທລະຄົມຄວນໄດ້ຮັບການຜ່ອນຄາຍ ແລະ ສະໜັບສະໜູນການຂະຫຍາຍຕົວຂອງອຸດສາຫະກຳນີ້ໂດຍຜ່ານການກວດກາຕະຫຼາດໃນທົ່ວ EU.