ໂຄງການກໍ່ສ້າງຫໍການສະແດງສັງລວມ ແລະ ສູນວັດທະນະທຳຈິງຊາງ ຈະເປີດນຳໃຊ້ໃນມໍ່ໆນີ້

ຫໍການສະແດງສັງລວມ ແລະ ສູນວັດທະນະທຳຈິງຊາງ ໄດ້ດຳເນີນການກໍ່ສ້າງ ມາແຕ່ເດືອນກໍລະ ກົດ 2020 ເປັນໄລຍະ 3 ປີ, ປັດຈຸບັນໄດ້ສຳເລັດການກໍ່ສ້າງ ແລະ ກຳລັງກະກຽມຈະເປີດການນຳໃຊ້ຢ່າງເປັນທາງການໃນມໍ່ໆນີ້, ລວມມີມູນຄ່າການກໍ່ສ້າງທັງໝົດ 1,1 ຕື້ຢວນ (ສະກຸນເງິນຈີນ), ໂດຍແມ່ນ ກຸ່ມບໍລິສັດ ວິສະວະກຳກໍ່ສ້າງ ຈີນ ເລກ 3 ຈຳກັດ ເປັນຜູ້ດຳເນີນການກໍ່ສ້າງ; ທ່ານ ຖຽນເຈິງຊິງ ນັກວິສະວະກຳໂຄງການກໍ່ສ້າງຫໍການສະແດງສັງລວມ ແລະ ສູນວັດທະນະທຳຈິງຊາງ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວເປັນໂຄງສ້າງທີ່ເຮັດດ້ວຍເຫຼັກ, ອອກແບບດ້ວຍເຕັກໂນໂລຊີທີ່ທັນສະໄໝ, ມີເນື້ອທີ່ທັງໝົດ 67.000 ຕາແມັດ, ສຳລັບໂຄງການກໍ່ສ້າງຫໍການສະແດງສັງລວມເປັນອາຄານ 2 ຊັ້ນ, ຫໍການສະແດງໄດ້ອອກແບບທີ່ສະແດງເຖິງຄວາມຜາສຸກ ແລະ ຈິນຕະນາການດ້ວຍຄວາມມີສະເໜ່ ຄ້າຍຄືກັບມີກ້ອນເມກ,ພູຜາທີ່ເຂົ້າຮ່ວມຕົວຢູ່ນຳກັນ, ການກໍ່ສ້າງແມ່ນໄດ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ໃນນັ້ນການອອກແບບດ້ວຍວິທີການໃນການສ້າງເງື່ອນໄຂອຳນວຍຄວາມສະດວກສະບາຍໃຫ້ແກ່ກັບນັກສະແດງ ແລະ ຜູ້ມານັ່ງຊົມການສະແດງໄດ້ເປັນຢ່າງດີ, ສິ່ງສຳຄັນການອອກແບບຂອງໂຄງການແມ່ນໄດ້ຖືເອົາວັດທະນະທຳ ຈິງຊາງ ແລະ ວັດທະນະທຳຊາງຊິງເປັນຫຼັກ ທີ່ມີປະຫວັດສາດ 3.000 ປີຜ່ານມາ, ຫໍການສະແດງລະຄອນສາມາດບັນຈຸຜູ້ຊົມໄດ້ 1.300 ຄົນ. ເວທີການສະແດງແມ່ນມີເນື້ອທີ່ 600 ຕາແມັດ ເປັນເວທີທີ່ທັນສະໄໝໂດຍເວທີສາມາດໝູນປັບປ່ຽນໄດ້ດ້ວຍລະບົບອັດຕະໂນມັດໃນການໃຊ້ງານ, ໂຄງການດັ່ງກ່າວແມ່ນເປັນຂອງລັດ ຊຶ່ງໄວ້ທຳການສະແດງຮັບໃຊ້ທົ່ວໄປ ຂອງນະຄອນເສິນຕູ່ ແຂວງເສສວນ; ສຳລັບ ສູນກາງວັດທະນະທຳ ແມ່ນ ເປັນອາຄານ 5 ຊັ້ນ ໃນນັ້ນພາຍໃນສູນດັ່ງກ່າວແມ່ນປະກອບມີຫ້ອງຝຶກແອບການສະແດງບັນຈຸຄົນໄດ້ 100 ກວ່າຄົນ, ເປັນຫ້ອງທີ່ອອກແບບສາມາດເກັບສຽງດັງອອກໄປທາງນອກໄດ້ເປັນຢ່າງດີ, ນອກຈາກນັ້ນ ຍັງມີຫ້ອງສະໝຸດ, ຫ້ອງສາຍຮູບເງົາ ແລະ ອື່ນໆ.
(ຂ່າວ-ພາບ: ສຳນານ)