ແນະນໍາເຕັກນິກການເພາະພັນລູກໄກ່ ລາດ ຢູ່ເມືອງ ບ້ານພູຖໍ້າພວງ

ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທ ປະຈໍາແຂວງສະຫວັນນະເຂດ ແລະບໍລິສັດພັດທະນາແຫ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ຈໍາກັດ ລົງຊຸກຍູ້ສົ່ງເສີມດ້ານເຕັກນິກເພາະພັນລູກໄກ່ນ້ອຍ, ການໃຊ້ວັກຊິນ ແລະ ການນໍາໃຊ້ອຸນຫະພູມຕູ້ຟັກໄຂ່ ຢູ່ສູນເພາະພັນລູກໄກ່ລາດພື້ນເມືອງ ບ້ານພູຖໍ້າພວງ ເມືອງລະຄອນເພັງ ແຂວງສາລະວັນ ໃນວັນທີ 5 ກັນຍາ 2024 ພາຍໃຕ້ໂຄງການຂະຫຍາຍຜົນຂອງສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ໜອງເຕົ່າ (ແຂວງສະຫວັນນະເຂດ) ໂດຍມີ ທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະຄອນເພັງ, ທ່ານ ປັດ ປັດທະມະຈິດ ກົງສູນໃຫຍ່ແຫ່ງຣາຊະອານາຈັກໄທ ປະຈໍາແຂວງສະຫວັນນະເຂດ, ທ່ານນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ຈໍາກັດ ແລະ ຜູ້ປະການລ້ຽງໄກ່ ເຂົ້າຮ່ວມ.

ທ່ານ ຕໍ່ພົງ ປະເສີດສັງ ສັດຕະວະແພດ ສູນພັດທະນາ ແລະການບໍລິການກະສິກໍາ-ປ່າໄມ້ໜອງເຕົ່າ ໄດ້ໃຫ້ຮູ້ວ່າ: ການລົງຊຸກຍູ້ສົ່ງເສີມດ້ານເຕັກນິກເພາະພັນລູກໄກ່ນ້ອຍ, ການໃຊ້ວັກຊິນ ແລະ ການນໍາໃຊ້ອຸນຫະພູມຕູ້ຟັກໄຂ່ຢູ່ສູນເພາະພັນລູກໄກ່ລາດພື້ນເມືອງ ບ້ານພູຖໍ້າພວງ ເມືອງລະຄອນເພັງ ໃນຄັ້ງນີ້, ເພື່ອຊຸກຍູ້ສົ່ງເສີມໃຫ້ສູນເພາະພັນລູກໄກ່ລາດພື້ນເມືອງ ກໍຄື ກຸ່ມເປົ້າໝາຍຜູ້ລ້ຽງໄກ່ເປັນສິນຄ້າ ໃຫ້ໄດ້ລູກໄກ່ 5.000 ກວ່າໂຕຕໍ່ເດືອນ ໂດຍທາງສູນໄດ້ແນະດ້ານວິຊາການໃນການນໍາໃຊ້ຕູ້ຟັກໄຂ່ໃຫ້ໄດ້ຜົນຜະລິດທີ່ດີ, ສະໜອງລູກໄກ່ໃຫ້ພຽງພໍກັບຄວາມຕ້ອງ ການຂອງສັງຄົມ. ທັງນີ້, ກໍເພື່ອສ້າງສູນນີ້ ເປັນສູນຜະລິດລູກໄກ່ຕົວແບບ ໃຫ້ແກ່ກະສິກອນ ແລະ ສ້າງລາຍຮັບໃຫ້ກັບຊຸມຊົນໃນການລ້ຽງໄກ່ເປັນສິນຄ້າ.

ທ່ານ ຕໍ່ພົງ ປະເສີດສັງ ຍັງໃຫ້ຮູ້ອີກວ່າ: ການດຳເນີນໂຄງການພັດທະນາທາງດ້ານວິຊາການ ແລະ ການສົ່ງເສີມດ້ານເຕັກນິກວິຊາການກະສິກຳ-ປ່າໄມ້ ຖືເປັນໂອກາດທີ່ດີໃນການຫັນເອົາເຕັກນິກວິຊາການດ້ານກະສິກຳລົງສູ່ຊຸມຊົນໃຫ້ເຖິງຜູ້ເຮັດການຜະລິດໂດຍກົງ ແລະ ຫວັງຢ່າງຍິ່ງວ່າກິດຈະກຳໃນຄັ້ງນີ້, ຈະເກີດມີຄວາມຮູ້ຄວາມເຂົ້າໃຈ ແລະນຳເອົາບົດຮຽນອັນໃໝ່ທີ່ໄດ້ຮັບ ມາປັບໃຊ້ເຂົ້າໃນຄອບຄົວຂອງຕົນໃຫ້ເກີດດອກອອກຜົນ, ມີປະສິດທິພາບສູງສຸດ, ສາມາດຜະລິດໃຫ້ກຸ້ມກິນ, ແຮໄວ້ ແລະຂາຍເປັນສິນຄ້າ.
ຂ່າວ-ພາບ: ວີລະວັນ