.

ສາຍພົວພັນສອງຝ່າຍລະຫວ່າງ ຈີນກັບບັນດາປະເທດອາຟຣິກາ ທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນໄດ້ຍົກສູງຂຶ້ນ
ສູ່ລະດັບສາຍພົວພັນຍຸດທະສາດ

.
ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຕອນເຊົ້າ ວັນທີ 5 ກັນຍານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມື ຈີນ-ອາຟຣິກາ ຢູ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫລວງປັກກິ່ງຂອງຈີນ ພ້ອມທັງກ່າວຄຳປາໄສພິເສດພາຍໃຕ້ຫົວຂໍ້ກອງປະຊຸມ. ທ່ານ ສີຈິ້ນຜິງປະກາດວ່າ: ສາຍພົວພັນສອງຝ່າຍລະຫວ່າງ ຈີນກັບບັນດາປະເທດອາຟຣິກາທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນໄດ້ຮັບການຍົກສູງຂຶ້ນເປັນລະດັບສາຍພົວພັນຍຸດທະສາດ, ສາຍພົວພັນ ຈີນ-ອາຟຣິກາ ໂດຍລວມໄດ້ຍົກສູງຂຶ້ນ ເປັນປະຊາຄົມຮ່ວມຊາຕາກຳ ຈີນ-ອາຟຣິກາ ໃນທຸກສະພາບການໃນ ຍຸກໃໝ່.

ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ໂດຍຜ່ານການພັດທະນາຢ່າງຂະຫຍັນຂັນແຂງມາເປັນເວລາເກືອບ 70 ປີ, ສາຍພົວພັນ ຈີນ-ອາຟຣິກາ ພວມຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ. ໂດຍຫັນໜ້າສູ່ອະນາຄົດ,ຂ້າພະເຈົ້າ ສະເໜີວ່າ ຈະຈັດເອົາສາຍພົວພັນສອງຝ່າຍລະຫວ່າງ ຈີນກັບບັນດາປະເທດອາຟຣິກາ ທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນນັ້ນຂຶ້ນເປັນລະດັບສາຍພົວພັນຍຸດທະສາດ ແລະກຳນົດເອົາສາຍພົວພັນ ຈີນ-ອາຟຣິກາ ໂດຍລວມຍົກສູງຂຶ້ນເປັນປະຊາຄົມຮ່ວມຊາຕາກຳ ຈີນ-ອາຟຣິກາ ໃນທຸກສະພາບການໃນ ຍຸກໃໝ່.