ບໍລິຄໍາໄຊ ຕ້ອງການຄູສອນຫລາຍກວ່າ 400 ຄົນ ຂະນະທີ່ອັດຕາການເຂົ້າຮຽນຫລຸດລົງ

ອັດຕາເຂົ້າຮຽນຂອງນັກຮຽນສາຍສາມັນສຶກສາ ຢູ່ພາຍໃນແຂວງບໍລິຄໍາໄຊ ໃນສົກຮຽນ 2024-2025 ມີທ່າອ່ຽງຫລຸດລົງ ເມື່ອທຽບໃສ່ສົກຮຽນ 2023-2024 ຜ່ານມາ, ແຕ່ທົ່ວແຂວງຍັງມີຄວາມຕ້ອງການຄູສອນເຖິງ 413 ຄົນ.

ທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 2 ກັນຍາ 2024 ຜ່ານມານີ້ວ່າ: ອີງຕາມສະຖິຕິເບື້ອງຕົ້ນ ທີ່ນັກຮຽນທົ່ວແຂວງ ມາລົງທະບຽນຮຽນໃນສົກຮຽນ 2024-2025 ມີ 70 500 ກວ່າຄົນ ໃນນີ້, ຊັ້ນອະນຸບານ 8,900 ກວ່າຄົນ, ປະຖົມ 38,100 ກວ່າຄົນ ແລະ ມັດທະຍົມ 23,500 ກວ່າຄົນ ເຫັນວ່າຈໍານວນນັກຮຽນໃນແຕ່ລະຊັ້ນ ມີທ່າອ່ຽງຫລຸດລົງຫລາຍສົມຄວນ ເມື່ອທຽບໃສ່ສົກຮຽນຜ່ານມາ. ສຳລັບການຈັດຕັ້ງປະຕິບັດແຜນພັດທະນາ ຂະແໜງການສຶກສາ ແລະ ກິລາ ຂອງແຂວງໃນສົກຮຽນ 2023-2024 ຜ່ານມາ, ໃນຈໍານວນ 14 ຄາດໝາຍທີ່ກໍານົດໄວ້, ມີ 6 ຄາດໝາຍ ສາມາດບັນລຸໄດ້ຕາມແຜນ, 1 ຄາດໝາຍທີ່ມີຄວາມກ້າວໜ້າແຕ່ບໍ່ສາມາດບັນລຸ ແລະ 7 ຄາດໝາຍ ຍັງເປັນສິ່ງທ້າທາຍ ໂດຍສະເພາະ ບັນຫາອັດຕາການປະລະການຮຽນ ຂອງນັກຮຽນເພີ່ມຂຶ້ນ ແລະ ນັກຮຽນບໍ່ຢາກຮຽນຕໍ່ ເຊັ່ນ: ຮຽນຈົບປະຖົມແລ້ວ ບໍ່ຢາກຮຽນຕໍ່ຊັ້ນ ມ1 ແລະ ຮຽນຈົບຊັ້ນ ມ3 ແລ້ວບໍ່ຢາກຮຽນຕໍ່ຊັ້ນ ມ4.
ທ່ານ ໂພເພັດ ກຸນນາວົງ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ທົ່ວແຂວງບໍລິຄໍາໄຊ ມີໂຮງຮຽນປະຖົມ 319 ແຫ່ງ, ມັດທະຍົມຕົ້ນ 28 ແຫ່ງ, ມັດທະຍົມຕອນປາຍ 2 ແຫ່ງ ແລະ ມັດທະຍົມສົມບູນ 24 ແຫ່ງ, ມີພະນັກງານໃນຂົງເຂດສຶກສາທັງໝົດ 3,200 ກວ່າຄົນ, ເປັນຄູສອນ 2,909 ຄົນ, ພະນັກງານບໍລິ ຫານ 366 ຄົນ, ຄູອາສາສະໝັກ 100 ກວ່າຄົນ. ເຖິງວ່າຈໍານວນນັກຮຽນຫລຸດລົງ ແຕ່ຕາມການປະເມີນແລ້ວທົ່ວແຂວງຍັງຕ້ອງການຄູສອນເພີ່ມຕື່ມ 413 ຄົນ ເພື່ອໃຫ້ພຽງພໍກັບຄວາມຕ້ອງການ. ໃນນີ້, ຊັ້ນອະນຸບານ ຕ້ອງການ 30 ຄົນ, ປະຖົມ 85 ຄົນ ແລະ ມັດທະຍົມ 298 ຄົນ.