ພິທີເປີດກອງທຶນ ອົງການພຸດທະສາສະໜາສໍາພັນລາວ (ກອງທຶນ ອພສຂ) ແຂວງຄຳມ່ວນ

ພິທີດັ່ງກ່າວຈັດຂື້ນໃນວັນທີ 4 ກັນຍາ 2024 ທີ່ສະໂມສອນແຂວງຄໍາມ່ວນ ໂດຍມີ ພຣະອາຈານໃຫຍ່ ບຸນທາຍ ຈັນທະໄພຈິດ ປະທານ ອພສ ແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານການນໍາຂອງແຂວງ, ປະທານແນວລາວສ້າງຊາດແຂວງ, ພະແນກການ, ພຣະເຖຣານຸເຖຣະ, ຄະນະບໍລິຫານງານ ອພສ 10 ເມືອງ, ເຈົ້າອະທິການວັດ, ພະນັກງານອາວຸໂສບໍານານ ຕະຫລອດຮອດພາກສ່ວນຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖຶກເຊີນເຂົ້າຮ່ວມ.
ໃນພິທີແມ່ນໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງຄໍາມ່ວນ ວ່າດ້ວຍການອະນຸມັດສ້າງຕັ້ງກອງທຶນ ອພສ ແຂວງ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງບຸກຄະລາກອນຮັບຜິດຊອບ ກອງທຶນ, ພ້ອມທັງຜ່ານກົດລະບຽບ ວ່າດ້ວຍຂອງກອງທຶນອົງການພຸດທະສາສະໜາສັມພັນລາວ ແຂວງຄໍາມ່ວນ, ກອງທຶນດັ່ງກ່າວສ້າງຕັ້ງຂຶ້ນບົນພື້ນຖານຄວາມເຫັນດີເປັນເອກະພາບ ຂອງກອງປະຊຸມຄົບຄະນະ ອພສ ແຂວງ, ພາຍໃຕ້ການຄຸ້ມຄອງຕິດຕາມ, ກວດກາ ແລະ ການນໍາພາ ຂອງ ອພສ ແຂວງ, ມີບົດບາດໃນການລະດົມທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານຂອງ ອພສ ແລະ ວຽກງານຊ່ວຍເຫຼືອສັງຄົມ. ພ້ອມນີ້ ຍັງໄດ້ຮັບຟັງການນໍາສະເໜີວິໃສທັດ, ແຜນຍຸດທະສາດ , ທິດທາງແຜນການ ແລະ ວຽກຈຸດສຸມຂອງກອງທຶນ, ໂດຍສະເພາະແມ່ນວຽກງານດ້ານການປົກຄອງສົງ, ວຽກສຶກສາສົງ, ວຽກເຜີຍແຜ່ສິລະທໍາ ແລະ ປະຕິບັດກໍາມະຖານ, ວຽກງານດ້ານສາທາລະນຸປະການ ແລະ ວຽກງານດ້ານການຕ່າງປະເທດ.
ໂອກາດນີ້ ຍັງໄດ້ມີການ ມອບ-ຮັບ ການອຸປະຖໍາກອງທຶນ ຈາກທຸກພາກສ່ວນອົງການຈັດຕັ້ງສັງຄົມ ຊັ້ນຄົນຕ່າງໆ ທັງພາກລັດ ແລະ ເອກກະຊົນ, ຕະຫຼອດຮອດບັນດາບໍລິສັດຫ້າງຮ້ານ, ບຸກຄົນ, ນິຕິບຸກຄົນ ທັງສູນກາງ ແລະ ທ້ອງຖິ່ນ, ທັງພາຍໃນ ແລະ ຕ່າງແຂວງ ທີ່ໄດ້ໃຫ້ການອຸປະຖໍາ ລວມຍອດເງິນທີ່ໄດ້ຮັບ ທັງໝົດໃນຄັ້ງນີ້ຈໍານວນ 367 ລ້ານກວ່າກີບ.
ໃນນາມຕາງໜ້າການນໍາແຂວງ ທ່ານ ວັນໄຊ ພອງສະຫວັນ ຍັງໄດ້ມີຄໍາເຫັນ ສະເໜີມາຍັງອົງການ ອພສ ທຸກຂັ້ນຈົ່ງໄດ້ນໍາເອົາແຜນຍຸດທະຍາດຂອງອົງການ ອພສ ກໍ່ຄືລະບຽບຂອງກອງທຶນ ນໍາໄປເຜີຍແຜ່ໃຫ້ພຣະສົງສໍາມະເນນທີ່ຢູໃນຄວາມຮັບຜິດ ຊອບຕົນໃຫ້ຮັບຮູ້ເຂົ້າໃຈ, ສືບຕໍ່ເຜີຍແຜ່ສິນລະທັມ, ກົດລະບຽບວິໄນຂອງສົງໃຫ້ພະສົງສໍາມະເນນປະຕິບັດໃນທໍາ, ສືບຕໍ່ຮັກສາຄວາມສາມັກຄີພາຍໃນສົງໃຫ້ເປັນປຶກແຜ່ນ ແລະ ສຶກສາອົບຮົມຊາວພຸດທະສາສະນິກະຊົນໃຫ້ມີຄວາມເຫຼື້ອມໃສສັດທາໃນພຸດທະສາສະນາ, ໃຫ້ກວດກາຄືນວັດວາອາຣາມພາຍໃນແຂວງ ແລະ ປັບປຸງບູລະນະປະຕິສັງຂອນວັດວາອາຣາມ ອັນຊົງຄຸນຄ່າທາງດ້ານວັດທະນະທໍາຕິດພັນກັບປະຫວັດສາດ ແລະ ພຸດທະສາສະໜາ ທີ່ເປັນສູນລວມຈິດໃຈຂອງຊາວພຸດທະສາ ສະນິກະຊົນ ໃຫ້ໄດ້ຮັບການພັດທະນາ.
ຂ່າວ : ມະນີວັນ
020 97661888