ພະນັກງານທະນາຄານຊື່ດັງແຫ່ງຫນຶ່ງ ເສຍຊີວິດຄາໂຕະ 4 ວັນບໍ່ມີໃຜຮູ້

ວັນທີ 3 ກັນຍາ 2024 ນີ້, ສື່ຕ່າງປະ​ເທດ​ລາຍ​ງານ​ ເລື່ອງສະເທືອນໃຈສໍາລັບຄົນເຮັດວຽກ, ພະນັກງານຫ້ອງການທະນາຄານເສຍຊີວິດຄາໂຕະເຮັດວຽກ 4 ວັນ ບໍ່ມີໃຜຮູ້.

ເລື່ອງດັ່ງກ່າວໄດ້ຖືກນໍາສະເຫນີໂດຍຫ້ອງການຂ່າວຕ່າງປະເທດ CNN ຊຶ່ງລະບຸບວ່າ: ຕຳຫຼວດໃນລັດ Arizona, ສະຫະລັດອາເມລິກາ ໄດ້ຮັບລາຍງານການເສຍຊີວິດຂອງ Denise Prudhomme ຍິງອາຍຸ 60 ປີ ເປັນພະນັກງານທະນາຄານຊື່ດັງແຫ່ງຫນຶ່ງ​ ຕາມ​ຂໍ້​ມູນລະບຸບວ່າ ຜູ້ເສຍຊີວິດໄດ້ສະແກນບັດເຂົ້າຫ້ອງການ ເວລາ 7:00 ໂມງເຊົ້າ ວັນທີ 16 ສິງຫາ 2024.ໃນຂະນະທີ່ຕໍາຫຼວດບໍ່ພົບການສະແກນເລີກງານ.

ໃນເວລາ 16:55 ໂມງຂອງວັນທີ 20 ສິງຫາ 2024 ເຈົ້າໜ້າທີ່ຮັກສາຄວາມປອດໄພຢູ່ໃນອາຄານດັ່ງກ່າວໄດ້​ພົບ​ເຫັນ​ແລ້ວແຈ້ງຕໍ່ເຈົ້າຫນ້າທີ່ຕໍາຫລວດ.

ຂະນະດຽວກັນ, ເພື່ອນຮ່ວມງານໃນຊັ້ນດຽວກັນໄດ້ເປີດເຜີຍວ່າ: ໄດ້ກິ່ນເໝັນຄ້າຍຄືກັບກິ່ນເນົ່າ, ແຕ່ຄິດວ່າເປັນກິ່ນຫ້ອງນໍ້າ ເພາະທໍ່ນ້ຳ ຫ້ອງນ້ຳໄດ້ຮັບຄວາມເສຍຫາຍ (ແຕກ) ສະນັ້ນບໍ່ໄດ້ຄິດຫຍັງຫຼາຍ ແລະບໍ່ໄດ້ສຳຫຼວດແຫຼ່ງທີ່ມາຂອງກິ່ນ.

ຂໍ້ມູນຈາກເຈົ້າໜ້າທີ່ຕຳຫຼວດເປີດເຜີຍວ່າ: ນາງ Denise Prudhomme ເຮັດວຽກຢູ່ໃນຈຸດທີ່ບໍ່ຄ່ອຍມີຜູ້ຄົນ, ຈາກນີ້ ຕໍາຫຼວດຈະໄດ້ສົ່ງສົບໄປສັນນະສູດຢ່າງລະອຽດ.

ສ່ວນທາງທະນາຄານ​ ກໍໄດ້ອອກມາສະແດງຄວາມເສຍໃຈຢ່າງຍິ່ງກັບການຈາກໄປຂອງ Denise Prudhomme ແລະຈະໃຫ້ການຊ່ວຍເຫລືອກັບ​ຄອບຄົວຜູ້ເສຍຊີວິດເປັນຢ່າງດີ. ນອກຈາກນີ້ຍັງມີການໃຫ້ຄໍາປຶກສາສໍາລັບພະນັກງານທີ່ໄດ້ຮັບຜົນກະທົບທາງຈິດໃຈຈາກເຫດການນີ້ດ້ວຍ.