ສໍາມະເນນ ພົບເຫັນວັດຖຸຖ້ວຍດິນ ທີ່ວັດສີຈອມດອຍ

ເມື່ອບໍ່ດົນມານີ້, ທ່ານ ອິນທອງ ດວງປະເສີດ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງນາແລ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຊຸກຍູ້ວຽກງານ ແລະສໍາຫຼວດ ເກັບກໍາຂໍ້ມູນວັດຖຸທີ່ຄົ້ນພົບປະເພດຖ້ວຍທີ່ວັດສີຈອມດອຍ ບ້ານວາດ ມີບັນດາອົງການຈັດຕັ້ງຕະຫຼອດຮອດປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ຕາມການໃຫ້ຮູ້ຂອງສໍາມະເນນ ຄໍາແພງ ອິນທະວົງ ອາຍຸ 9 ປີ ຜູ້ທີ່ໄດ້ພົບເຫັນຖ້ວຍດິນ ໃນວັນທີ 12 ສິງຫາ 2024 ທີ່ມີລວດລາຍດອກແຕ້ມ ສະພາບຍັງດີມີ 20 ໃບ ມີຂະໜາດນ້ອຍ, ກາງ, ໃຫ່ຍ. ໃນນີ້, ຍັງມີຖ້ວຍທີ່ເເຕກຈໍານວນໜຶ່ງທີ່ບໍ່ສາມາດບົ່ງບອກຈໍານວນ, ຊະນິດ ແລະວັນເດືອນປີທີ່ຜະລິດໄດ້.

ທັງໝົດນີ້ຍັງຢູ່ໃນຂັ້ນຕອນການສຶກສາ, ເກັບກໍາຂໍ້ມູນທີ່ແທ້ຈິງ. ທ່ານ ອິນທອງ ດວງປະເສີດ ໄດ້ເເນະນໍາໃຫ້ອົງການຈັດຕັ້ງຕະຫຼອດຮອດປະຊາຊົນພາຍໃນບ້ານໃຫ້ພ້ອມກັນປົກປັກຮັກສາວັດຖຸທີ່ຄົ້ນພົບໃນຄັ້ງນີ້ໄວ້ໃຫ້ດີເພື່ອຈະນໍາມາເປັນສ່ວນໜຶ່ງໃນການວາງສະເເດງ ແລະສັນນິຖານ, ວິເຄາະ, ວິໄຈ ທີ່ໄປ-ທີ່ມາຂອງວັດຖຸດັ່ງກ່າວ ໃນປະເພດເຄື່ອງປັ້ນດິນເຜົາ, ລວດລາຍທີ່ເປັນເອກະລັກໂດຍບົ່ງບອກເຖິ່ງສີມືຂອງຄົນບູຮານ, ບັນພະບຸລຸດ, ເພື່ອນໍາມາໃຫ້ຄົນລຸ້ນໃໝ່ໄດ້ຮັບຮູ້ ແລະສຶກສາຮຽນຮູ້ປະຫວັດສາດໃນອະນາຄົດ.
ຂ່າວ: ອຸດົມສຸກ ວັນສະໝອນ