ລາວ ຈະເປັນເຈົ້າພາບຈັດງານແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ 2024

ວັນທີ 3 ກັນຍາ 2024, ທີ່ໂຮງແຮມ ແລນມາກ ຣີເວີໄຊ ນະຄອນຫລວງວຽງຈັນ ມີພິທີຖະແຫຼງຂ່າວກ່ຽວກັບລາວຈະເປັນເຈົ້າພາບຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ WTT Youth Contender Vientiane 2024 ໂດຍການເປັນປະທານຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ປະທານຄະນະກໍາມະການໂອລິມປິກແຫ່ງຊາດລາວ.

ໂອກາດນີ້, ທ່ານ ພຸດ ສິມມາລາວົງ ໃຫ້ຮູ້ວ່າ ການທີ່ລາວໄດ້ຮັບກຽດເປັນເຈົ້າພາບຈັດງານແຂ່ງຂັນລະດັບສາກົນນີ້ແມ່ນເປັນຂີດໝາຍປະຫວັດສາດ, ເປັນການຢັ້ງຢືນການອ້າງອີງເຖິງບັນດາປະເທດສະມາຊິກ ແລະ ໃນໂລກທີ່ໄດ້ຮັບຮູ້ ແລະ ເຊື້ອໝັ້ນຕໍ່ການຊີ້ນຳ-ນຳພາຂອງພັກ-ລັດຖະບານລາວຕໍ່ວຽກງານກິລາ- ກາຍຍະກຳ ກໍຄືກິລາປີ່ງປ່ອງ. ບົດບາດໃນການເປັນເຈົ້າພາບແມ່ນມີຄວາມໝາຍຄວາມສຳຄັນເປັນການຮັດແໜ້ນຄວາມສາມັກຄີກັບບັນດາ ປະເທດສະມາຊິກຕອບສະໜອງແນວທາງນະໂຍບາຍການຕ່າງປະເທດ, ເປັນໂອກາດໃນການພັດທະນາບຸກຄະລາກອນ ແລະ ພື້ນຖານໂຄງລ່າງວຽກງານກິລາ-ກາຍຍະກຳ ແລະ ເປັນການໂຄສະນາເຜີຍແຜ່ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ໃຫ້ມີບັນນາກາດຟົດຟື້ນ ແລະ ຂະຫຍາຍຕົວໄປອີກບາດ ກ້າວໜື່ງ.
ທ່ານຍັງໄດ້ສະແດງຄວາມຂອບໃຈມາຍັງສະຫະພັນກິລາປີ່ງປ່ອງແຫ່ງຊາດລາວ, ຜູ້ໃຫ້ການສະໜັບສະໜູນ ແລະ ທຸກພາກ ສ່ວນທີ່ມີສ່ວນຮ່ວມໃນການເປັນເຈົ້າພາບຈັດງານທີ່ສຳຄັນນີ້, ເພື່ອເຮັດໃຫ້ການເປັນເຈົ້າພາບຈັດງານແຂ່ງຂັນເຍົາວະຊົນໂລກຄັ້ງນີ້ໃຫ້ໄດ້ຮັບຜົນສຳເລັດຕາມຕາມທີໄດ້ວາງໄວ້, ພ້ອມນີ້ ຍັງໄດ້ແນະນໍາໃຫ້ຄະນະຮັບຜິດຊອບຈັດງານໃຫ້ຍົກລະດັບຄວາມ ຮັບຜິດຊອບໃນການຈັດໃຫ້ໄດ້ມາດຕະຖານສາກົນ, ຖືໂອກາດນີ້ເປັນການຮຽນຮູ້ລະບົບການຈັດງານ, ກຳມະການເຕັກນິກ, ການຖ່າຍທອດສົດ, ການໂຄສະນາລວມທັງຍົກລະດັບມາດຕະການຮັກສາໄດ້ຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍດີ.
ສໍາລັບ ການຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ 2024 ທີ່ ລາວ ໄດ້ຮັບກຽດເປັນເຈົ້າພາບຈະມີຄະນະກຳມະການເຕັກນິກ ແລະ ຈັດການແຂ່ງຂັນ, ກຳມະການຕັດສິນ, ຄະນະນໍາ ແລະ ນັກກິລາຈາກສາກົນທັງໝົດ 200 ກວ່າຄົນ, 17 ປະເທດ ເຂົ້າຮ່ວມໂດຍ ຈະແຂ່ງຂັນເລີ່ມແຕ່ ວັນທີ 18 ຫາ 21 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ.