ແລກປ່ຽນບົດຮຽນດ້ານການທ່ອງທ່ຽວ

ໃນໂອກາດທີ່ກຸ່ມບໍລິສັດທ່ອງທ່ຽວສາກົນ ສປ ຈີນ ໄດ້ນໍາເອົານັກທ່ອງທ່ຽວ ໂດຍສະເພາະແມ່ນບັນ ດານັກປະພັນທີ່ມີຊື່ສຽງຂອງປະ ເທດຈີນເດີນທາງເຂົ້າມາທ່ອງທ່ຽວ ຢູ່ທີ່ແຂວງອຸດົມໄຊ ພ້ອມທັງເຂົ້າ ຮ່ວມສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562 ຫຼື ງານມະຫາສົງການ ສືບສານປະເພນີເດືອນ6 ຕົກປີໃໝ່ ບຸນບັ້ງໄຟໃຫຍ່ປະສານໃຈພັດທະນາ ປວງປະຊາສຸກສັນໃນລະຫວ່າງວັນທີ 12-16 ເມສາ 2019 ນີ້ທາງແຂວງອຸດົມໄຊ ໄດ້ຖືໂອກາດດັ່ງກາວພົບປະແລະແລກປ່ຽນບົດຮຽນ ເຊິ່ງກັນ ແລະກັນ.

ການພົບປະກັນໃນຄັ້ງນີ້ກໍເພື່ອ ເປັນການແລກປ່ຽນບົດຮຽນທາງ ດ້ານການທ່ອງທ່ຽວ ໂດຍສະເພາະ ແມ່ນການວາງແຜນຮ່ວມມືກັນລະຫວ່າງ 2 ຝ່າຍໃນນັ້ນຝ່າຍບໍລິສັດທ່ອງທ່ຽວສາກົນຂອງຈີນຈະນຳ ເອົານັກທ່ອງທ່ຽວພາຍໃນປະເທດ ຂອງຕົນເດີນທາງເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ເວົ້າລວມ, ເວົ້າສະ ເພາະແມ່ນຢູ່ພາຍໃນແຂວງອຸດົມໄຊ ສ່ວນແຂວງອຸດົມໄຊ ແມ່ນຕ້ອງອຳ ນວຍຄວາມສະດວກທັງດ້ານແຫຼ່ງ ທ່ອງທ່ຽວ, ການບໍລິການອື່ນໆແນໃສ່ເຮັດໃຫ້ນັກທ່ອງທ່ຽວມີຄວາມ ປະທັບໃຈ. ນອກນັ້ນຍັງເປັນການ ຕອບສະໜອງຕາມແຜນງານຂອງ ປີທ່ອງທ່ຽວລາວ-ຈີນ 2019 ເຮັດໃຫ້ນັກທ່ອງທ່ຽວຫຼັ່ງໄຫຼກັນເຂົ້າມາທ່ອງທ່ຽວຢູ່ພາຍໃນແຂວງອຸ ດົມໄຊ  ໃຫ້ນັບມື້ນັບຫຼາຍຂຶ້ນແນໃສ່ ການສ້າງໃຫ້ແຂວງອຸດົມໄຊ ກໍຄື ປະຊາຊົນມີລາຍຮັບເພີ່ມຂຶ້ນ.

ໃນການພົບປະກັນຄັ້ງນີ້ຍັງໄດ້ຮັບຟັງການລາຍງານສະພາບລວມ ດ້ານການທ່ອງທ່ຽວຂອງແຂວງ ອຸດົມໄຊ ໃຫ້ແກ່ບໍລິສັດທ່ອງທ່ຽວສາກົນ ສປ ຈີນຮັບຮູ້ເພື່ອເປັນແນວ ທາງໃນການກຳນົດແຜນການຮ່ວມມືກັນໃນຕໍ່ໜ້າ.ຕາງໜ້າການນໍາແຂວງອຸດົມໄຊ ເຂົ້າຮ່ວມໂດຍແມ່ນທ່ານ ບຸນຄົງຫຼ້າຈຽມພອນ ປະ  ທານກວດກາພັກລັດແຂວງ, ມີ ທ່ານບຸນກວມມິດເມືອງໄຊຮອງຫົວໜ້າພະແນກ ຖວທ ແຂວງ, ສ່ວນຝ່າຍຈີນແມ່ນນໍາໂດຍຕາງໜ້າກຸ່ມບໍລິສັດທ່ອງທ່ຽວສາກົນສປ ຈີນ ແລະບັນດານັກທ່ອງທ່ຽວ ຈາກ ສປ ຈີນ. 

ໂດຍ: ຄານມະນີ