ເຜົ່າໄຕ໋ແດງ ສ້າງຕັ້ງເຮືອນວັດທະນະທໍາ ເພື່ອເຕົ້າໂຮມຄວາມສາມັກຄີຂອງເຜົ່າ

ທ່ານ ສິງຄາມ ວີບຸນທໍາ ປະທານເຜົ່າໄຕ໋ແດງ ບ້ານຫຼວງເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາໃຫ້ຮູ້ວ່າ: ເພື່ອເປັນການເຕົ້າໂຮມ ແລະ ຜູກແໜ້ນຄວາມສາມັກຄີຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ຂອງເຜົ່າໄຕ໋ແດງ ແລະ ບັນດາເຜົ່າອື່ນໆໃຫ້ມີຄວາມແໜ້ນແຟ້ນໜັກແໜ້ນກວ່າເກົ່າ ແລະ ທັງເປັນການອານຸລັກຮັກສາຮິດຄອງປະເພນີ, ວັດທະນະທໍາອັນດີງາມຂອງເຜົ່າໄຕ໋ແດງທີ່ໄດ້ສືບທອດກັນມາໃຫ້ຍັງຄົງຮັກສາໄວ້ຊົ່ວຫຼຸ້ນລຸກຫຼານໄດ້ຮັບຮູ້ ແລະ ສຶກສາຄົ້ນຄ້ວາແຫຼ່ງວັດທະນະທໍາຂອງເຜົ່າໄຕ໋ແດງ ແລະ ພ້ອມກັນອານຸລັກໄວ້ໃນຂັ້ນຕໍ່ໄປຈີ່ງໄດ້ກໍ່ສ້າງເຮືອນວັດທະນະທໍາຂອງເຜົ່າໄຕ໋ແດງນີ້ຂື້ນຢູ່ ບ້ານຫຼວງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້້າທາ .
ທ່ານໄດ້ກ່າວຕື່ມວ່າ: ໃນເມື່ອກ່ອນເຜົ່າໄຕ໋ແດງທີ່ໄດ້ອາໄສຢູ່ແຂວງຫຼວງນໍ້າທາ ແມ່ນພາກັນດໍາລົງຊີວິດຢູ່ແບບກະແຈກ-ກະຈາຍ ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການພົບປະ - ແລກປ່ຽນ, ໄປມາຫາສູ່ ແລະ ອື່ນໆ. ຕົກມາໃນປີ 2008 - 2009 ເປັນຕົ້ນມາຈີ່ງໄດ້ມີການສ້າງຕັ້ງສະມາຄົມເຜົ່າໄຕ໋ແດງຂື້ນເຊີ່ງໄດ້ເຕົ້າໂຮມຄວາມສາມັກຄີ, ເປັນການ ອານຸລັກຮັກສາຮີດຄອງປະເພນີອັນດີງາມຂອງເຜົ່າ, ມາຮອດປັດຈຸບັນເປັນເວລາ 15 ປີ ເຫັນວ່າປະຊາຊົນເຜົ່າໄຕ໋ແດງຈຸດບ້ານ ຫຼວງ ເມືອງຫຼວງນໍ້າທາ ສາມາດພັດທະນາທາງດ້ານເສດຖະກິດ, ຊິວິດການເປັນຢູ່ນັບມື້ດີຂື້ນເທື່ອລະກ້າວ ແລະ ສະມາຄົມເຜົ່າໄຕ໋ແດງສາມາດສ້າງຕັ້ງຈຸ , ໜ່ວຍ ຊົນເຜົ່າໄຕ໋ແດງຂື້ນລວມມີ 11 ໜ່ວຍ ແລະ ສ້າງຕັ້ງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນມີສະມາຊິກເຂົ້າກອງທຶນທັງໝົດ 181 ຄອບຄົວ, ເຂົ້າສະຫັວດດີການ 182 ຄອບຄົວ ລວມເງິນກອງທຶນມີທັງໝົດ 200 ລ້ານກວ່າກີບ, ມາໃນປີ 2024 ອິງໃສ່ຄວາມຈໍາເປັນຂອງເຜົ່າ ຈິ່ງໄດ້ສ້າງຕັ້ງເຮືອນວັດທະນະທໍາເຜົ່າຂື້ນຢູ່ທີ່ບ້ານຫຼວງ ເມືອງ ແລະ ແຂວງຫຼວງນໍ້າທາ, ເຊິ່ງເປັນອາຄານ 2 ຊັ້ນ ມີຂະໜາດ 8 X 12 ແມັດ ມາຮອດປັດຈຸບັນລວມມູນຄ່າການກໍ່ສ້າງໄປແລ້ວ 376 ລ້ານກວ່າກີບ , ສ່ວນແຫຼ່ງລາຍຮັບທືນຕົ້ນຕໍໃນການກໍ່ສ້າງແມ່ນນໍາໃຊ້ເງີນຂອງກອງທືນ ແລະ ຮັບຈາກການອຸປະຖໍາ, ໃຫ້ການຊ່ວຍເຫຼືອເປັນຕົ້ນຈາກ ທ່ານ ຄໍາຊາວ ກອງຈໍາປາ ແລະ ອີກຫຼາຍໆທ່ານເພື່ອກໍ່ສ້າງເຮືອນຊົນເຜົ່າໃຫ້ສໍາເລັດຕາມລະດັບຄາດໝາຍ, ໂດຍຍຶດໝັ້ນປັດໃຈຫຼັກ 4 ຂໍ້ ຂອງວຽກງານຟື້ນຟູ ແລະ ສົ່ງເສີມວັດທະນະທໍາເຜົ່າໄຕ໋ແດງເປັນຕົ້ນ: ການເຕົ້າໂຮມຄວາມສາມັກຄີພາຍໃນເຜົ່າ, ປັບປຸງ ແລະ ອານຸລັກຮັກສາຮີດຄອງປະເພນີ, ພົວພັນ - ໃກ້ຊິດຂັ້ນເທິງຢູ່ສະເໝີ ແລະ ພົວພັນ ສາມັກຄີກັບຕ່າງເຜົ່າຢ່າງກວ້າງຂວາງ.
ໂອກາດນີ້ ທ່ານ ສິງຄາມ ວີບຸນທໍາ ປະທານເຜົ່າໄຕ໋ແດງ ບ້ານຫຼວງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໃຫ້ຮູ້ອີກວ່າ: ອິງໃສ່ການກໍ່ສ້າງເຮືອນຊົນເຜົ່າຕົວຈິງ ງົບປະມານບໍ່ພຽງພໍ ຈິ່ງຢາກເຊີນຊວນຊາວຫຼວງນໍ້າທາ, ແຂກພາຍໃນ ແລະ ຕ່າງປະເທດ ,ນັກທຸລະກິດ ແລະ ບັນດາທ່ານຜູ້ທີ່ມີນໍ້າໃຈສັດທາ ຢາ ກຊ່ວຍເຫຼືອໃນການກໍ່ສ້າງເຮືອນວັດທະນະທໍາຂອງເຜົ່າ ໄຕ໋ແດງສາມາດຕິດຕໍ່ມາໄດ້ທີ່ເບີໂທ: 020 9999 7488
ຂ່າວ: ສົມພອນ ຂຸນດາວົງ