ເຮືອຊ່ວງທະນາຄານພັດທະນາລາວຊະນະເລີດທີ່ນະຄອນຫຼວງພະບາງ

ຜົນການແຂ່ງຂັນຊ່ວງເຮືອເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດີນ ທີ່ນະຄອນຫຼວງພະບາງແຂວງຫຼວງພະບາງທີ່ຈັດຂຶ້ນໃນວັນທີ 2 ກັນຍາຜ່ານມາປະກົດວ່າເຮືອຊ່ວງທະນາຄານພັດທະນາລາວ LDB ຄອງແຊ້ມ ແລະເປັນແຊ້ມປີທຳອິດໄດ້ຮັບຂັນເງິນນ້ຳໜັກ 1.500 ກຼາມ 1 ໜ່ວຍ,ເງິນສົດ 35.000.000 ກີບ. ທີສອງແມ່ນເຮືອຊ່ວງທະນາຄານຮ່ວມພັດທະນາ JDBໄດ້ຮັບຂັນເງິນນ້ຳໜັກ 800 ກຼາມ 1 ໜ່ວຍ ພ້ອມເງິນສົດ 32.000.000 ກີບ ແລະທີສາມແມ່ນເຮືອຊ່ວງຫຼວງພະບາງສະມາດຊິດຕີໄດ້ຮັບຂັນເງິນນໍ້າໜັກ 500 ກຼາມ 1 ໜ່ວຍ ພ້ອມເງິນສົດ 30.000.000 ກີບ.
ບຸນຊ່ວງເຮືອປະເພນີປະຈໍາປີ ພສ 2567, ຄສ 2024 ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດີນ ທີ່ນະຄອນຫຼວງພະບາງຄັ້ງນີ້ມີເຮືອຊວ່ງເຂົ້າຮວ່ມບຸນທັງໝົດ 25 ລໍາ ທີ່ມາຈາກບັນດາບ້ານພາຍໃນນະຄອນຫຼວງພະບາງ, ຕາງໜ້າຈາກເມືອງອ້ອມຂ້າງ ແລະຕ່າງແຂວງຈຳນວນໜຶ່ງ.ການແຂ່ງຂັນແມ່ນດຳເນີນໄປທ່າມກາງບັນຍາກາດທີ່ເບີກບານມ່ວນຊື່ນຄຶກຄື້ນຮັກສາໄດ້ເຖິງຮີດຄອງປະເພນີອັນດີງາມ ແລະວັດທະນະທໍາທີ່ເປັນມູນເຊື້ອຂອງຊາວລາວກໍ່ຄືຊາວຫຼວງພະບາງ.
ແຫຼ່ງຂໍ້ມູນ: ແຂວງຫຼວງພະບາງ.