ສນຊ ແລະ ກະຊວງກະສິກຳ-ປ່າໄມ້ ຫາລືກຽມສ້າງຕັ້ງພະແນກຊາວກະສິກອນລາວ

ໃນວັນທີ 2 ກັນຍານີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ), ຄະນະພັກສູນກາງແນວລາວສ້າງຊາດໄດ້ພົບປະກັບຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງນຳໂດຍ ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານຜູ້ປະຈຳການ ສນຊ, ມີສະຫາຍ ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະພັກ, ຫົວໜ້າກົມ-ຮອງກົມທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ການພົບປະຄັ້ງນີ້, ສະຫາຍ ຄຳໄຫຼ ສີປະເສີດ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ລິນຄຳ ດວງສະ ຫວັນ ພ້ອມທັງຍົກໃຫ້ເຫັນບາງວຽກງານທີ່ ສນຊ ແລະ ກະຊວງກະສິກຳ ແລະ ປ່າໄມ້ຈະໄດ້ສືບຕໍ່ເຄື່ອນໄຫວຮ່ວມ ກັນໃນຕໍ່ໜ້າ ເປັນຕົ້ນການກະກຽມສ້າງຕັ້ງພະແນກຊາວກະສິກອນລາວຂຶ້ນກັບ ສນຊ ຍົກໃຫ້ເຫັນຄວາມສຳຄັນຄວາມຈຳເປັນທີ່ຕ້ອງໄດ້ສ້າງຕັ້ງພະແນກຊາວກະສິກອນລາວ.
ທ່ານ ເຍ່ຍເກີ ຢ່າໜໍຈໍຈົງຕົວ ຄະນະປະຈຳພັກ ຮອງປະທານ ສນຊ ໄດ້ລາຍງານການຜັນຂະຫຍາຍທິດຊີ້ນຳ ຂອງກົມການເມືອງສູນກາງພັກຕໍ່ວຽກງານຊາວກະສິກອນລາວ, ຮ່າງມະຕິຂອງຄະນະພັກ ສນຊ. ພ້ອມກັນນີ້, ທ່ານ ວັນດີ ຈັນສົມບັດ ກຳມະການຄະນະພັກ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສນຊ ໄດ້ຜ່ານຮ່າງບົດວິພາກສະ ເໜີສ້າງຕັ້ງພະແນກ "ຊາວກະສິກອນລາວ" ຢູ່ ສນຊ.
ສະຫາຍ ລິນຄຳ ດວງສະຫວັນ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວຽກງານຊາວກະສິກອນລາວທີ່ຕ້ອງໄດ້ເອົາ ໃຈໃສ່ ຊຶ່ງເປັນຄວາມຮັບຜິດຊອບຂອງສອງອົງການເພື່ອປຸກລະດົມຊາວກະສິກອນລາວໃຫ້ເຂັ້ມແຂງ, ໄດ້ຮັບການສະ ໜັບສະໜູນ ແລະ ສະຫາຍໄດ້ມີຄຳເຫັນແລກປ່ຽນ 7 ປະເດັນສຳຄັນຄື: 1. ຍູ້ແຮງດ້ານເສດຖະກິດທາງດ້ານກະສິກຳ, 2. ຍູ້ແຮງການຜະລິດກະສິກຳໃຫ້ເປັນສິນຄ້າໂດຍເນັ້ນໃສ່ຄຸນນະພາບ ແລະ ປະລິມານ, 3. ປຸກລະດົມຊາວກະສິກອນລາວ ແລະ ກຳນົດໃຫ້ເປັນເຂດການຜະລິດສະເພາະ, 4. ຊຸກຍູ້ສົ່ງເສີມການຜະລິດກະສິກຳໃຫ້ຫຼາຍຂຶ້ນຈຶ່ງກາຍເປັນສິນຄ້າ, 5. ພົວພັນໂດຍກົງກັບກົມສົ່ງເສີມກະຊວງກະສິກຳ, 6. ການພັດທະນາທາງດ້ານກະສິກຳໃຫ້ຮອບດ້ານ, 7. ອີງໃສ່ຕົວຊີ້ວັດການພັດທະນາດ້ານກະສິກຳແຫ່ງຊາດ. ຈາກນັ້ນຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນຕໍ່ບັນດາຮ່າງ ເອ ກະສານດັ່ງກ່າວເພື່ອເຮັດໃຫ້ເອກະສານມີເນື້ອໃນຄົບຖ້ວນສົມບູນແທດເໝາະກັບຊາວກະສິກອນລາວໃນໄລຍະໃໝ່ຕື່ມອີກ.
ຂ່າວ-ພາບ: ສນຊ