ລາວ-ຈີນ ຮ່ວມກັນສົ່ງເສີມການທ່ອງທ່ຽວ

ກົມແລກປ່ຽນ ແລະຮ່ວມມືສາກົນ ກະຊວງວັດທະນະທຳ ແລະທ່ອງທ່ຽວຈີນ ໄດ້ຈັດກິດຈະກໍາທັດສະນະສຶກສາທີ່ປະເທດຈີນຂອງນັກທຸລະກິດການທ່ອງທ່ຽວອາຊີ ພາຍໃຕ້ຫົວຂໍ້," ສະບາຍດີ ປະເທດຈີນ" ໃນລະຫວ່າງວັນທີ 20-29 ສິງຫາຜ່ານມາ. ນໍາພາຄະນະໂດຍທ່ານ ນາງ ຫຼີ ຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳ ສປປ ລາວ. ມີຕາງໜ້ານັກທຸລະກິດການທ່ອງທ່ຽວລາວ ຈາກ 3 ພາກສ່ວນເຂົ້າຮ່ວມ.

ກິດຈະກໍາຄັ້ງນີ້, ໄດ້ແບ່ງອອກເປັນ 3 ເສັ້ນທາງຄື: ພາກເໜືອ, ພາກຕາເວັນອອກ ແລະພາກໃຕ້, ໂດຍຕາງໜ້ານັກທຸລະກິດການທ່ອງທ່ຽວລາວ ແມ່ນຮ່ວມກິດຈະກໍາການທັດສະນະສຶກສາທາງພາກຕາເວັນອອກ. ເລີ່ມເດີນທາງຈາກຊຽງໄຮ້, ຫຼັງຈາກນັ້ນມຸ່ງໜ້າສູ່ເຈ່ຍຊີ້ງ, ຫູໂຈ່ວ ແຂວງເຈີ້ຈ່ຽງ, ຈິວຈ່ຽງແຂວງຈ່ຽງຊີ, ຫວູຮັ້ນ ແຂວງຫູເປີຍ. ໃນນີ້ຍັງມີການຈັດກອງປະຊຸມແລກປ່ຽນ 2 ຄັ້ງທີ່ນະຄອນຈິວຈ່ຽງ ແລະນະຄອນຫວູຮັ້ນ ແລະ ໃນວັນທີ 26 ສິງຫາ ຜ່ານມາ ກໍໄດ້ຈັດກອງປະຊຸມຄົ້ນຄວ້າການພັດທະນາການທ່ອງທ່ຽວຂາເຂົ້າ ທີ່ເມືອງຫຼູຊ່ານ ແຂວງຈ່ຽງຊີ.

ທ່ານ ນາງ ເບັນຈະມາດ ພົນຊຽງດີ ອໍານວຍການ ບໍລິສັດ ລາວນິດຊິນ ທ່ອງທ່ຽວ ຮອງຫົວໜ້າສະມາຄົມການທ່ອງທ່ຽວລາວ ໄດ້ກ່າວໃນກອງປະຊຸມວ່າ: ສໍາລັບ “ກິດຈະກໍາທັດສະນະສຶກສາໃນຄັ້ງນີ້, ຕົນແມ່ນຮູ້ສຶກປະທັບໃຈຢ່າງຍິ່ງຕໍ່ກັບການພັດທະນະນາການທ່ອງທ່ຽວຂອງປະເທດຈີນໃນປັດຈຸບັນ ແລະ ຄົນລາວກໍມີຄວາມສົນໃຈຫຼາຍຕໍ່ກັບວິຖີຊີວິດທີ່ທັນສະໄໝຂອງຄົນຈີນ, ຫວັງຢ່າງຍິ່ງວ່ານີ້ຈະເປັນໂອກາດໃນການສົ່ງເສີມການຂາຍເສັ້ນທາງໃໝ່ໆໃຫ້ກັບບໍລິສັດທ່ອງທ່ຽວລາວ ແລະ ເປັນອີກບາດກ້າວໜຶ່ງໃນການພັດທະນາ ການທ່ອງທ່ຽວໃນອະນາຄົດ ນັກທຸລະກິດການທ່ອງທ່ຽວອາຊີ ໄດ້ເຕົ້າໂຮມກັນທີ່ນະຄອນຫວູຮັ້ນ, ເພື່ອລົງເລິກທັດສະນະສຶກສາທິວທັດທໍາມະຊາດ, ຊັບພະຍາກອນທາງປະຫວັດສາດ ແລະວັດທະນະທໍາ. ຕາງໜ້ານັກທຸລະກິດການທ່ອງທ່ຽວລາວ ກໍໄດ້ກ່າວວ່າ: ປະເທດລາວ ແລະປະເທດຈີນ ມີລົດໄຟເຊື່ອມຈອດກັນ, ເຮັດໃຫ້ໄລຍະທາງລະຫວ່າງປະຊາຊົນສອງປະເທດໄດ້ໃກ້ຊິດກັນຍິ່ງຂຶ້ນ, ການເດີນທາງມາປະເທດຈີນກໍນັບມື້ນັບສະດວກສະບາຍງ່າຍຂຶ້ນ. ອີງຕາມການສັງເກດການທ່ອງທ່ຽວຈີນຂອງພວກເຮົາເຫັນວ່າ, ໃນປັດຈຸບັນ ປະເທດຈີນກາຍເປັນຈຸດມຸ່ງໝາຍໃນການມາທ່ອງທ່ຽວຂອງນັກທ່ອງທ່ຽວລາວ. ໃນການເດີນທາງຄັ້ງນີ້, ຕົນໄດ້ສໍາຜັດໄດ້ເຖິງມົນສະເໜ່ແມ່ນໍ້າ - ທະເລສາບອັນກວ້າງໃຫຍ່ຂອງຫວູຮັ້ນ ແລະຕົນກໍເຊື່ອໝັ້ນວ່າປະຊາຊົນລາວຈະນັບມື້ນັບຫຼົງຮັກຫວູຮັ້ນຫຼາຍຂຶ້ນ.

ໃນໂອກາດດັ່ງກ່າວຕາງໜ້ານັກທຸລະກິດການທ່ອງທ່ຽວຝ່າຍລາວກໍໄດ້ລົງນາມໃນສັນຍາວ່າດ້ວຍການຮ່ວມມືຍຸດທະສາດກັບຄະນະກໍາມະການຄຸ້ມຄອງເຂດທັດສະນີຍະພາບແມ່ນໍ້າຕົ່ງ, ອຳນາດການປົກຄອງເມືອງຫວງພີ ແລະກຸ່ມບໍລິສັດວັດທະນະທໍາ ແລະທ່ອງທ່ຽວຫວູຮັ້ນ, ພ້ອມນີ້ຕາງໜ້ານັກທຸລະກິດການທ່ອງທ່ຽວລາວ ຍັງໄດ້ຮັບລາງວັນຄູ່ຮ່ວມມືສົ່ງເສີມວັດທະນະທໍາ ແລະການທ່ອງທ່ຽວສາກົນຫວູຮັ້ນອີກດ້ວຍ.

ທ່ານ ສືເຈີ້ອີ້ (shi ze yi) ຮອງຫົວໜ້າກົມແລກປ່ຽນ ແລະຮ່ວມມືສາກົນກະຊວງວັດທະນະທຳ ແລະທ່ອງທ່ຽວຈີນ ໄດ້ກ່າວວ່າ: ຫວັງຢ່າງຍິ່ງວ່າກິດຈະກໍາຄັ້ງນີ້ຈະເປັນໂອກາດອັນດີໃນການສໍາຫຼວດຢ່າງເລິກເຊິ່ງທາງດ້ານຊັບພະຍາກອນການທ່ອງທ່ຽວທີ່ນະຄອນຫວູຮັ້ນ ແລະສະຖານທີ່ອື່ນໆ, ຍົກສູງຄຸນນະພາບການບໍລິການທາງດ້ານການທ່ອງທ່ຽວ, ສ້າງຜະລິດຕະພັນການທ່ອງທ່ຽວ ແລະສ້າງເສັ້ນທາງການທ່ອງທ່ຽວທີ່ມີເອກະລັກສະເພາະຂອງທ້ອງຖິ່ນໃຫ້ຫຼາຍຂຶ້ນ.