ຊາວພຸດສາສະນິກກະຊົນ ຮ່ວມເຮັດບຸນຫໍ່ເຂົ້າປະດັບດິນ

ຕອນເຊົ້າ ແຮມ 14 ຄໍ່າ ເດືອນ 9 ລາວ, ພສ. 2567, ຊຶ່ງກົງກັບວັນທີ 2 ກັນຍາ, ຄສ. 2024 ນີ້ , ຊາວພຸດສາສະນິກກະຊົນທັງພາຍໃນ ແລະແຂກຕ່າງປະເທດ ທີ່ມີຈິດໃຈເຫຼືອມໃສສັດທາທາງພຸດທະສາສະໜາ ໄດ້ພ້ອມກັນເຮັດບຸນຫໍ່ເຂົ້າປະດັບດິນ, ໂດຍເລີ່ມຈາກການຢາຍຫໍ່ເຂົ້າໃນຕອນເຊົ້າມືດ ຕາມວັດວາ, ຕາມຮົ້ວຮາວ, ກໍາແພງ ສະຖານທີ່ຕ່າງໆ ເພື່ອບູຊາເຈົ້າບ່ອນເຈົ້າທີ່ ແລະສິ່ງສັກສິດທັງຫຼາຍ ລວມທັງໃຫ້ຍາດພີ່ນ້ອງທີ່ລ່ວງລັບດັບຂັນຕາຍຈາກໄປແລ້ວນັ້ນ ຕະຫລອດຮອດພວກເປດທັງຫລາຍ, ຫລັງຈາກນັ້ນກໍ່ພາກັນເຂົ້າວັດຟັງທັມ ໃສ່ບາດຢາດນ້ຳ.

ການເຮັດບຸນຫໍ່ເຂົ້າປະດັບດິນຈຸດປະສົງ:
1) ເພື່ອບູຊາເທບພະເຈົ້າຂອງແຜ່ນດິນ ທີ່ມີບຸນຄຸນຕໍ່ທຸກໆຊີວິດ
2) ເພື່ອອຸດທິດແຜ່ຜົນບຸນ ໃຫ້ແກ່ສັບພະສັດທັງຫລາຍ ທີ່ມີຍາດ ແລະ ບໍ່ມີຍາດ ຫຼື​ ເປັນການ​ເຮັດບຸນ​ໃຫ້​ຜີ​ເຜດ (ເຮັດບຸນໃຫ້​ເປດ)
3) ເປັນເທດສະການເຮັດບຸນອຸທິດຫາບັນພະບຸລຸດ ຕາມ​ຮີດ 12 ຂອງ​ປະ​ເພນີ​ລາວ​ເຮົາ.