ເຊີນທ່ຽວປ່າສະຫງວນແຫ່ງຊາດນໍ້າກ່ານ ແຂວງບໍ່ແກ້ວ

    ແຂວງບໍ່ແກ້ວ ເປັນແຂວງ ທີ່ມີຊື່ສຽງທາງດ້ານອັນຍະມະນີ ແລະຍັງຢູ່ໃນເຂດສາມຫຼ່ຽມຄໍາອີກດ້ວຍ. ນອກນັ້ນເຂດນີ້ເຄີຍມີບົດບາດອັນສຳຄັນອັນຍິ່ງໃຫຍ່ທາງດ້ານປະຫວັດສາດໃນສະໄໝສັດຕະວັດທີ 20 ມີຮ່ອງຮອຍຄວາມຈະເລີນຮຸ່ງເຮືອງທາງດ້ານສາສະໜາ,ການປົກຄອງ, ກະສັດ, ປະຫວັດດ້ານສົງຄາມ ແລະການຄ້າໃນສະໄໝກ່ອນ, ພ້ອມທັງປູຊະນີຍະສະຖານ, ອະຣິຍະທຳອັນລ້ຳຄ່າ, ສະຖາປັດຕະຍະກຳອັນເປັນເອກະລັກ ແລະ ວັດວາອາຮາມທີ່ເກົ່າແກ່ທີ່ໜ້າສົນໃຈຫຼາຍບໍ່ວ່າຈະເປັນທາງທໍາມະຊາດ, ປະຫວັດສາດ ແລະວັດທະນະທໍາ.

   ປ່າສະຫງວນແຫ່ງຊາດນໍ້າກ່ານ ແຂວງບໍ່ແກ້ວ ເປັນສະຖານທີ່ທ່ຽວທີ່ມີມົນສະເໜ່ທາງທຳມະຊາດທີ່ໜ້າສົນໃຈຊວນໃຫ້ໄປສຳຜັດກັບບັນ ຍາກາດແບບສົດໆ ແລະໜ້າຕື່ນເຕັ້ນນອກນັ້ນຍັງເປັນອີກສະຖານທີ່ທ່ຽວໜຶ່ງທີ່ທ່ານບໍ່ຄວນພາດເມື່ອໄດ້ມາຍາມແຂວງບໍ່ແກ້ວຕ້ອງມາທ່ຽວສະຖານທີ່ແຫ່ງນີ້ໃຫ້ໄດ້. ສໍາລັບປ່າສະຫງວນແຫ່ງຊາດນ້ຳກ່ານມີທີ່ຕັ້ງຢູ່ບ້ານຕູບເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ. ຫ່າງຈາກເທສະບານ ແຂວງ 85 ກິໂລແມັດ, ມີເນື້ອທີ່ 1,36 ແສນເຮັກຕາ. ນັບແຕ່ເດືອນກັນຍາ 2008 ປ່າສະຫງວນແຫ່ງຊາດນ້ຳກ່ານໄດ້ຖືກປະກາດເປັນປ່າສະຫງວນແຫ່ງຊາດ ແຫ່ງທີ 21 ເປັນທາງການຂອງ ສປປ ລາວ.

   ເຂດປ່າສະຫງວນດັ່ງກ່າວໄດ້ເປັນປ່າທີ່ໄດ້ຮັບການຢ້ຽມຢາມຫຼາຍທີ່ສຸດເນື່ອງຈາກປ່າສະຫງວນແຫ່ງຊາດນ້ຳກ່ານ, ໄດ້ກາຍເປັນປາຍທາງການທ່ອງທ່ຽວແບບອະນຸລັກຊີວະນາໆພັນກໍຄືການທ່ອງທ່ຽວຍ່າງປ່າດົງເລິກທີ່ມີຄວາມຕື່ນເຕັ້ນ ແລະການພະຈົນໄພຊຶ່ງໃຊ້ເວລາ 2-3 ຊົ່ວ ໂມງຕໍ່ວັນຕາມລຳນ້ຳງາ ແລະປ່າສະຫງວນແຫ່ງຊາດນໍ້າກ່ານກຳລັງເປັນທີ່ນິຍົມຂອງຊາວຕ່າງປະເທດ ແລະຄົນລາວຫາກທ່ານໃດມັກການທ່ອງທ່ຽວແບບພະຈົນໄພແບບທຳມະຊາດໄດ້ເຫັນສັດແບບໃກ້ຊິດຕ້ອງມາທີີ່ນີ້. ນອກຈາກນີ້ແລ້ວແຂວງບໍ່ແກ້ວຍັງມີແຫຼ່ງທ່ອງທ່ຽວອີກຫຼາຍແຫ່ງທີ່ໜ້າສົນໃຈເຊັ່ນ: ບ້ານຕູບເມືອງຫ້ວຍຊາຍ, ພູຜາແດງ, ຄຸກເກົ່າ 24 ຫ້ອງ, ບໍ່ນໍ້າຮ້ອນຫົວນໍ້າເກິ່ງ, ເມືອງເກົ່າສຸວັນນະໂຄມຄໍາ ແລະອື່ນໆຊຶ່ງສະຖານທີ່ເຫຼົ່ານີ້ຍັງຄົງລໍຄອຍພວກທ່ານມາສຳພັດ.