ໄພພິບັດຢູ່ເຂດລ້ອງນໍ້າໂມ້ເມືອງໝອກ ສ້າງຄວາມເສຍຫາຍ 6 ຕື້ກ່ວາກີບ

ໃນວັນທີ 20 ສິງຫານີ້, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍທ່ານ ບຸນໂຮມ ເທດທານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ-ເມືອງ, ພະແນກການທີ່ກ່ຽວຂ້ອງລົງ ໄດ້ລົງກວດກາ ເບິ່ງຜົນເສຍຫາຍຕົວຈິງ ຈາກໄພພິບັດໃນລະຫ່ວາງວັນທີ 29-30 ກໍລະກົດ ຢູ່ເຂດລ້ອງນ້ຳໂມ້ ເມືອງໝອກ ຊຶ່ງໄດ້ຮັບຟັງການລາຍງານ ໄພພິບັດທີ່ເກີດຂຶ້ນຢູ່ລ້ອງນ້ຳໂມ້ ຈາກທ່ານ ມີສຸກ ຂັນທະຍົງທອງ ເລຂາພັກເມືອງ ເຈົ້າເມືອງໆໝອກ ແລະ ບັນດານາຍບ້ານເຂດລ້ອງນ້ຳໂມ້ ທີ່ສະໂມສອນບ້ານນາໝໍ້ ຊຶ່ງໄດ້ໃຫ້ຮູ້ວ່າໄພພິບັດເກີດຂຶ້ນຢູ່ເມືອງໝອກ ເປັນຕົ້ນແມ່ນເຂດລ້ອງນ້ຳໂມ້ ເຮັດໃຫ້ດິນເຈື່ອນທັບເຮືອນປະຊາຊົນ1ຫຼັງຄາເຮືອນເສຍຫາຍໝົດ, ນ້ຳຖ້ວມເນື້ອທີ່ການຜະລິດຈຳນວນ 6 ບ້ານ ເນື້ອທີ່ນາ 210,8 ເຮັກຕາ, ນາເສຍຫາຍ 120,8 ເຮັກຕາ, ໄຮ່ເຂົ້າ 11 ເຮັກຕາ, ສວນສາລີ 45 ເຮັກຕາ, ເນື້ອທີ່ພືດຕ່າງໆ 42 ເຮັກຕາ, ໜອງປາ 1 ໜອງ, ງົວ 3 ໂຕ, ເສັ້ນທາງຂອງເມືອງເປ່ເພ 5 ເສັ້ນ, ລວມມູນຄ່າເສຍຫາຍທັງໝົດ 6 ຕື້ 50 ລ້ານກວ່າກີບ, ຄະນະກຳມະການຄຸ້ມຄອງໄພພິບັດຂັນແຂວງ ແລະ ເມືອງ ໄດ້ລົງຊ່ວຍສຸກເສີນຕໍ່ຄອບຄົວຜູ້ທີ່ຖືກຜົນກະທົບ ດິນເຈື່ອນຖົມເຮືອນ ເປັນຕົ້ນແມ່ນ: ສັງກະສີມຸງເຮືອນ, ເຫຼັກຕະປູ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງມູນຄ່າເກືອບ 10 ລ້ານກີບ.
ໂອກາດນີ້ທ່ານເຈົ້າແຂວງຊຽງຂວາງ ໄດ້ມີຄຳເຫັນ ໂອ້ລົມອຳນາດການປົກຄອງບ້ານ ແລະ ພໍ່ແມ່ ປະຊາຊົນເຂດລ້ອງນ້ຳໂມ້ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ເຕົ້າໂຮມ ຄວາມສາມັກຄີໃຫ້ແໜ້ນໜາ, ຕິດຕາມ ເຝົ້າ ລະວັງໄພພິບັດທີ່ຈະເກີດຂຶ້ນ, ກວດກາ ປ້ອງກັນພະຍາດ ໃນ ລະດູຝົນ, ພະແນກການທີ່ກ່ຽວຂ້ອງ ລົງກວດ ກາ ປະເມີນ ແກ້ໄຂສຸກເສີນ ແລະ ຍາວນານ ຕໍ່ກັບຜົນ ເສຍຫາຍ ຈາກໄພພິບັດໃນຄັ້ງນີ້, ລົງຊຸກຍູ້ປະ ຊາຊົນ ໃນການແກ້ໄຂ ແລະ ປູກພືດທົດແທນ ພາຍຫຼັງ ນ້ຳຫຼຸດລົງ, ໂອກາດນີ້ ການນຳແຂວງ ໄດ້ມອບ ເຄື່ອງຊ່ວຍເຫຼືອປະຊາຊົນ ທີ່ຖືກຜົນກະທົບ ເປັນຕົ້ນແມ່ນ: ເຂົ້າສານ, ນ້ຳດື່ມ, ແນວພັນພືດ, ໝີ່ໄວໆ, ປ໋ອງປາ, ເກີບ, ປື້ມຂຽນ ມູນຄ່າທັງໝົດ 56 ລ້ານກີບ ນອກນີ້ແຂວງໄດ້ມອບເງິນໃຫ້ເມືອງ 60 ລ້ານກີບ, ທະນາຄານກາງສາຂາຊຽງຂວາງມອບ 5 ລ້ານກີບ ເພື່ອໝູນໃຊ້ເຂົ້າໃນວຽກງານຂອງເມືອງ.
(ຂ່າວ: ບຸນມີ ແສງທຸມມີ)