ວັງວຽງ ເກັບລາຍຮັບໄດ້ 536 ຕື້ກວ່າກີບຈາກທ່ອງທ່ຽວ

ເມືອງວັງວວຽງ ເປັນເມືອງຍອດນິຍົມຂອງການທ່ອງທ່ຽວ ແລະເປັນທີ່ຮູ້ຈັກດີກັນດີແຂກພາຍໃນ ແລະຕ່າງປະເທດ ຖືກເປັນໜຶ່ງທ່າແຮງພາໃຫ້ເສດຖະກິດມີການຂະຫຍາຍຕົວດີ ຊຶ່ງພຽງ 7 ເດືອນມີລາຍຮັບຈາກການທ່ອງທ່ຽວ536 ຕື້ກວ່າກີບ.

ທ່ານ ດວງດາລາ ພວງຈັນລາ ຮອງຫົວຫນ້າຫ້ອງການ ຖວທ ເມືອງວັງວຽງ ໄດ້ລາຍງານຕໍ່ກອງປະຊຸມແກ້ໄຂປະກົດການຫຍໍ້ທໍ້ ໃນຂົງເຂດວຽກງານການທ່ອງທ່ຽວຢູ່ເມືອງວັງວຽງ ແຂວງວຽງຈັນ ໃນວັນທີ 16 ເດືອນສິງຫາ 2024 ວ່າ: ເມືອງວັງວຽງ ມີຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນ ມີພູຜາ-ປ່າໄມ້, ແຮ່ທາດ, ມີຖໍ້າ, ມີສາຍນໍ້າ, ມີອາກາດສົດຊື່ນ ແລະມີທັດສະນິຍະພາບທີ່ສວຍງາມ ບວກກັບຈຸດພິເສດດ້ານທີ່ຕັ້ງ ເປັນຍຸດທະສາດທີ່ເປັນເອກະລັກ, ມີສະເໜ່ສະເພາະທີ່ເປັນທ່າແຮງ ແລະເງື່ອນໄຂເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.

ນັບແຕ່ເດືອນມັງກອນ ຫາ ກໍລະກົດ 2024 ມີນັກທ່ອງທ່ຽວເຂົ້າມາທັງໝົດ 670.525 ຄົນ, ຍິງ 302.304 ຄົນ, ເປັນນັກທ່ອງທ່ຽວພາຍໃນ 398.099 ຄົນ, ຍິງ 179.540 ຄົນ, ເປັນນັກທ່ອງທ່ຽວຕ່າງປະເທດ 272.426 ຄົນ, ຍິງ 122.764 ຄົນ ສະເລ່ຍລາຍຮັບເຂົ້າເມືອງວັງວຽງປະມານ 536 ຕື້ກວ່າກີບ.

ປັດຈຸບັນເມືອງວັງວຽງ ມີສິ່ງອໍານວຍຄວາມສະດວກອັນເປັນພື້ນຖານຮອງຮັບນັກທ່ອງທ່ຽວດັ່ງນີ້: ມີສະຖານທີ່ພັກແຮມທັງໝົດມີ 241 ຫົວໜ່ວຍ, ມີຕຽງນອນລວມທັງໝົດ 7.278 ຕຽງ ສາມາດຮອງຮັບແຂກໄດ້ປະ ມານ 20 ພັນຄົນຕໍ່ວັນ, ມີຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທີງລວມທັງໝົດ 160 ຫົວໜ່ວຍ, ມີສະຖານທີ່ທ່ອງທ່ຽວທຳມະ ຊາດທັງໝົດ 37 ແຫ່ງ, ໃນນີ້ເປັນ ຖ້ຳ 24 ແຫ່ງ, ຈຸດຊົມວິວ 6 ແຫ່ງ, ນໍ້າຕົກຕາດ 6 ແຫ່ງ.

ນອກຈາກນີ້ຍັງມີບັນດາກິດຈະກໍາທາງການທ່ອງທ່ຽວຄື: ມີກຸ່ມບໍລິການເຮືອກາຍັກ 29 ຫົວໜ່ວຍ, ກຸ່ມບໍລິການກຸ່ມກົງເບັງ 11 ຫົວ ໜ່ວຍ, ກຸ່ມບໍລິການເຮືອຈັກຫາງຍາວ ມີ 6 ໜ່ວຍ, ມີບໍລິການສະລິງ 7 ຫົວໜ່ວຍ, ປີນຜາ 2 ຫົວໜ່ວຍ, ກິດຈະກໍາທ່ອງທ່ຽວທາງອາກາດ (ບາລູນ-ພາລາໂມເຕີ) ມີບໍລິສັດທ່ອງທ່ຽວ 24 ບໍລິສັດ, ສາຂາບໍລິສັດທ່ອງ ທ່ຽວ 3 ສາຂາ; ນອກນີ້ຍັງມີຮ້ານລົດຈັກ 4 ລໍ້ - 2 ລໍ້ ໃຫ້ນັກທ່ອງທ່ຽວເຊົ່າ ແລະ ມີຮ້ານນວດ 30 ຫົວໜ່ວຍ.