ສ້າງຕັ້ງສະມາຄົມສີລະປິນລາວສາຂາແຂວງສະຫວັນນະເຂດ

ແຂວງສະຫວັນນະເຂດ ໄດ້ປະກາດສ້າງຕັ້ງສະມາຄົມສີລະປິນລາວສາຂາແຂວງ ໃນວັນ ທີ 15.08.2024 ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ (ຖວທ) ພາຍໃຕ້ການໃຫ້ກຽດເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ທ່ານ ບົວເງິນ ຊາພູວົງ ສິລະປິນແຫ່ງຊາດ ປະທານສະມາ ຄົມສີລະປິນລາວ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖວທ ແຂວງ, ມີແຂກຖືກເຊີນ, ນັກສີລະປີນອາຊີບ, ເຄິ່ງອາຊີບ ແລະສະໝັກຫຼິ້ນ ລວມເຖິງສີລະປີນຮຸ່ນສືບທອດພາຍໃນແຂວງເຂົ້າຮ່ວມຢ່າງຫຼວງຫຼາຍ.

ກ່ອນເຂົ້າສູ່ພິທີທາງການ, ບັນດາທ່ານ ທີ່ເຂົ້າ ຮ່ວມ ໄດ້ຮັບຊົມຮັບຊົມຜະລິດຕະພັນແຄນ ແລະ ການເປົ່າແຄນລວມໝູ່ຈາກນັກຝຶກອົບ ຮົມເປົ່າແຄນຊັ້ນມັດທະຍົມ, ຊົມການສະ ແດງຂອງຄະນະດົນຕີພື້ນບ້ານ(ແຄນ, ພິນ) ແລະການສະແດງດົນຕີລາວເດີມຮຸ່ນສືບທອດ, ການຟ້ອນປະກອບລຳ 4 ຈັງຫວະທຳ ນອງຂອງແຂວງ ຈາກສິລະປະວັດທະນະທຳເຜົ່າຂອງສະມາຄົມສິລະປິນແຂວງ.

ຈາກນັ້ນ, ທ່ານ ຄຳສິດ ພົມມະຈັນ ຄະນະບໍລິຫານງານນັກສິລະປິນແຫ່ງຊາດລາວ ທັງເປັນປະທານສະມາຄົມສີລະປິນລາວ ສາຂາແຂວງໄດ້ຂຶ້ນຜ່ານບົດລາຍງານການກະກຽມ ຄວາມພ້ອມ ໃນການສ້າງຕັ້ງສະມາຄົມສິລະ ປິນລາວສາຂາແຂວງ.

ວາລະຕໍ່ມາ, ໄດ້ມີການຜ່ານຂໍ້ຕົກຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການອະນຸຍາດ ໃຫ້ມີຫ້ອງການສາຂາຂອງສະມາ ຄົມສີລະປິນລາວ ໂດຍມີສຳນັກງານຕັ້ງຢູ່ຖະ ໜົນຄັນທະບູລີ ໜ່ວຍທີ 21 ບ້ານໄຊຍະມຸງ ຄຸນ ນະຄອນໄກສອນ ພົມວິຫານ ພ້ອມທັງໄດ້ແຕ່ງຕັ້ງຄະນະທີ່ປືກສາທາງດ້ານນິຕິກຳ ແລະວິຊາການດ້ານຕ່າງໆຂອງວຽກງານສະ ມາຄົມຄື: ຫົວໜ້າພະແນກ ຖວທ ແຂວງ ເປັນປະທານ, ທ່ານ ສີທົນ ນັນທະລາດ ເປັນຮອງປະທານ , ທ່ານ ວາລິຍະ ສີຈັນທອງທິບ ແລະທ່ານ ນ ບຸນມີ ຂັນຕິວົງ ເປັນຄະນະ ແລະ ໄດ້ແຕ່ງຕັ້ງຄະນະທີ່ປືກສາປຸກລະດົມຂົນຂວາຍການສະໜັບສະໜູນທາງດ້ານວັດຖຸ ແລະງົບປະມານຈາກສັງຄົມ ແລະຕ່າງປະເທດ 5 ທ່ານ ແລະຍັງໄດ້ຜ່ານຂໍ້ຕົກລົງຂອງສະມາຄົມສິລະປິນລາວ ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານ ແລະຄະນະ ທີ່ປືກສາຂອງສະມາຄົມສີລະປິນລາວສາຂາແຂວງ ຊຶ່ງໄດ້ເຫັນດີແຕ່ງຕັ້ງທ່ານ ຄຳສິດ ພົມມະຈັນ ເປັນປະທານ, ທ່ານ ຄຳຫຼັ່ງ ແສງອາພອນ ແລະທ່ານ ສີພອນ ວົງຈິນດາ ເປັນຮອງປະທານ ພ້ອມຄະນະອີກ 4 ທ່ານ.

ໂອກາດດັ່ງກ່າວນີ້, ທາງໂຄງການຮ່ວມໃຈສາຍໄຍໂລມາຄຳ ຍັງໄດ້ສະໜັບສະໜູນທຶນຮອນ ເພື່ອຈັດຊື້ເຄື່ອງດົນຕີລາວເດີມ ແລະເພີ່ມຊຸດອົບຮົມໃຫ້ຮຸ່ນສືບທອດພາຍໃນແຂວງ 120 ລ້ານກີບ ແລະຄອບຄົວທ່ານ ນາງ ທູນສະຫວັນ ສີຈັນທອງທິບ ໄດ້ມອບທຶນຊື້ດົນຕີພື້ນບ້ານໃຫ້ທາງສະມາຄົມສິລະ ປິນລາວ ສາຂາແຂວງສະຫວັນນະເຂດ ອີກ 80 ລ້ານກີບ ພ້ອມນັ້ນ, ທ່ານ ຄຳສິດ ພົມມະຈັນ ຍັງໄດ້ມອບແຄນ 1 ດວງ ໃຫ້ທ່ານເຈົ້າແຂວງ ແລະທ່ານປະທານສິລະປິນລາວນຳອີກ.
+ ທີ່ມາ: ຖວທ ສະຫວັນນະເຂດ.