ເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້-ຕິດຕາມໂຄງການການຜະລິດຕະພັນພໍ່ແມ່ພັນໝູ ແລະສູນຄົ້ນຄວ້າກະສິກຳທ່າຊະໂນ

ໃນວັນທີ 14-15 ສິງຫາ 2024 ຜ່ານມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະຈາກພະແນກການກ່ຽວຂ້ອງ, ໄດ້ລົງຢ້ຽມ ຢາມ-ຊຸກຍູ້ ແລະ ຕິດຕາມໂຄງການການຜະລິດຕະພັນພໍ່ແມ່ພັນ ແລະ ຊີ້ນໝູແປຮູບຢູ່ບໍລິສັດ ອີນເທັກສະວາຍບຣິດເດີ້ຟາມລາວ ຈຳກັດ ຕັ້ງຢູ່ບ້ານດົງຄໍາຫຼວງນະຄອນໄກສອນພົມວິຫານ ແລະ ໄດ້ລົງຕິດຕາມສະພາບການດຳເນີນງານຕົວຈິງຂອງສູນຄົ້ນຄວ້າກະສິກຳທ່າຊະໂນ ແລະ ເບິ່ງການລ້ຽງປານິນໃສ່ກະຊັງຂອງຜູ້ປະກອບການຄົນຈີນໃນເຂດບ້ານທ່າສະໂນ, ບ້ານນາແກ ນະຄອນໄກສອນ ພົມວິຫານ ແລະ ເບິ່ງຕົວຈິງການຜະລິດລູກປາ; ໂດຍມີທ່ານ ສຸບິນ ຫຼວງດ້ວງ ວ່າການຫົວໜ້າພະແນກກະສິກຳ ແລະ ປ່າໄມ້, ພ້ອມດ້ວຍຄະນະຮ່ວມຕິດ-ເຮັດວຽກກັບທ່ານເຈົ້າແຂວງໃນຄັ້ງນີ້ດ້ວຍ.

ຜ່ານການລົງຕິດຕາມໃນຄັ້ງນີ້ສໍາລັບໂຄງການການຜະລິດຕະພັນພໍ່ແມ່ພັນ ແລະ ຊີ້ນໝູແປຮູບ,ເຫັນວ່າ ໂຄງການດັ່ງກ່າວແມ່ນສາມາດຜະລິດພໍ່ພັນໄດ້ຈຳນວນ 20 ໂຕ, ແມ່ພັນ 2,400 ແມ່ ແລະ ສາມາດຜະລິດລູກໝູໄດ້ 6,000 ໂຕ/ເດືອນ. ນອກນັ້ນ, ໂຄງການແມ່ນກຳລັງເລັ່ງສ້າງຂະຫຍາຍຟາມແຫ່ງທີ 2; ຄາດຄະເນຈະໃຫ້ແລ້ວພາຍໃນທ້າຍປີ 2024 ເຊິ່ງຖ້າສ້າງສໍາເລັດໝົດທັງ 2 ຟາມຈະສາມາດຂະຫຍາຍແມ່ພັນເພີ່ມອີກຈໍານວນ 2,400 ແມ່ ເພື່ອມາຜະລິດລູກໝູຈໍານວນ 6,000ໂຕ (ລວມທັງສອງໂຄງການຈະມີລູກໝູ  12,000ໂຕ/ເດືອນ), ເຊິ່ງຈະສາມາດຕອບສະໜອງໄດ້ການຈໍາຫນ່າຍພາຍໃນແຂວງຢ່າງພຽງພໍ ແລະ ຍັງຈະສາມາດສົ່ງອອກຂາຍໄປຕ່າງແຂວງໄດ້ຕື່ມ.

ສ່ວນໃນວັນທີ 15 ສິງຫາ 2024 ນີ້, ທ່ານ ເຈົ້າແຂວງສະຫວັນນະເຂດ ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມດ້ວຍຄະນະໄດ້ລົງຕິດຕາມສະພາບການດຳເນີນງານຕົວຈິງຂອງສູນຄົ້ນຄວ້າກະສິກຳທ່າຊະໂນ ແລະ ລົງເບິ່ງການລ້ຽງປານິນໃສ່ກະຊັງຂອງຜູ້ປະກອບການຄົນຈີນໃນເຂດບ້ານທ່າສະໂນ ແລະ ບ້ານນາແກ ນະຄອນໄກສອນ ພົມວິຫານ ແລະ ລົງເບິ່ງຕົວຈິງການຜະລິດລູກປາຂອງສູນປາກບໍ່.

ສໍາລັບສູນຄົ້ນຄວ້າກະສິກຳທ່າຊະໂນ, ສ້າງຕັ້ງຂຶ້ນໃນປີ 1983 ເປັັນໜ່ວຍງານໜຶ່ງທີ່ຂຶ້ນກັບຂະແໜງປູກຝັງ ພະແນກກະສິກຳ-ປ່າໄມ້ແຂວງ, ໃນປີ 2013 ໄດ້ປ່ຽນຊື່ມາເປັນສູນຄົ້ນຄວ້າກະສິກຳທ່າຊະໂນຈົນຮອດປັດຈຸບັນ; ສູນດັ່ງກ່າວມີໜ້າທີ່ຄົ້ນຄວ້າແນວພັນໃໝ່, ວຽກຮ່ວມມື, ວຽກຄົ້ນຄວ້າເຕັກນິກ, ວຽກຜະລິດແນວພັນເຂົ້າ, ວຽກສ້າງຄວາມເຂັ້ມແຂງໃຫ້ວິຊາການ ແລະ ຊາວນາ, ສູນຄົ້ນຄວ້າກະສິກຳທ່າຊະໂນມີເນື້ອທີ່ທັງໝົດ 26,7 ເຮັກຕາ. ໃນນີ້, ມີເນື້ອທີ່ປຸກສ້າງ 6,5 ເຮັກຕາ, ເນື້ອທີ່ທົດລອງ ແລະ ຂະຫຍາຍເມັດພັນ 17 ເຮັກຕາ, ເນື້ອທີ່ໄມ້ໃຫ້ໝາກ 1,5 ເຮັກຕາ, ເນື້ອທີ່ຫວ່າງເປົ່າ 1,7 ເຮັກຕາ.

ສູນແຫ່ງນີ້ໄດ້ຮັບການຄົ້ນຄວ້າແນວພັນເຂົ້າໃໝ່ຕັ້ງແຕ່ອະດີດຈົນເຖິງປັດຈຸບັນລວມມີທ່າຊະໂນ1-ທ່າຊະໂນ14, ເຂົ້າຈ້າວຫອມສະຫວັນ ແລະ ເຂົ້າຈ້າວທິບສະຫວັນ, ນອກນັ້ນຍັງມີສາຍພັນດີເດັ່ນເຊັ່ນ: ສາຍພັນເຂົ້າທີ່ທົນທານຕໍ່ດິນເຄັມ,ສາຍພັນເຂົ້າຫອມທີ່ທົນທານຕໍ່ສະພາບນໍ້າຂັງ 3 ສາຍພັນທີ່ຈະອອກເປັນແນວພັນໃໝ່ໃນອະນາຄົດອັນໃກ້ນີ້.

ໃນໂອກາດນີ້, ທ່ານ ເຈົ້າແຂວງໄດ້ໂອ້ລົມຄະນະນໍາ ແລະ ພະນັກງານວິຊາການພາຍໃນສູນຄົ້ນຄວ້າກະສິກຳທ່າຊະໂນ; ເຊິ່ງທ່ານເຈົ້າແຂວງເນັ້ນໜັກຢາກໃຫ້ສູນລົງເລິກໃນດ້ານການຍົກສະມັດຕະພາບຂອງການປູກເຂົ້າໂດຍນຳໃຊ້ແນວພັນໃໝ່ທີ່ດີກວ່າເກົ່າ ຫຼື ປັບປຸງແນວພັນໃຫ້ມີຄວາມທົນທານຕໍ່ສະພາບອາກາດ ແລະ ໃຫ້ຜົນຜະລິດສູງ, ເຊິ່ງປະຈຸບັນນີ້ທົ່ວແຂວງສະຫວັນນະເຂດຕ້ອງການແນວພັນເຂົ້າປະມານ 12 ພັນໂຕນຕໍ່ປີ, ໃນຈໍານວນນີ້ຖ້າເປັນໄປໄດ້ທ່ານເຈົ້າແຂວງຢາກໃຫ້ສູນຜະລິດໃຫ້ໄດ້ປະມານ 50% (ປັດຈຸບັນທາງສູນຜະລິດໄດ້ພຽງຕ່ 18-20%), ສ່ວນທີ່ເຫຼືອແມ່ນຊາວນາເປັນຜູ້ຜະລິດເອງເພາະວ່າໃນໄລຍະຜ່ານມາໄດ້ມີໂຄງການສາກົນເຂົ້າມາເຝິກອົບຮົມໃນການຜະລິດແນວພັນເຂົ້າໃຫ້ປະຊາຊົນ,ພ້ອມນັ້ນເຈົ້າແຂວງຍັງໄດ້ແນະນຳໃຫ້ພະແນກກະສິກຳສົມທົບກັບສູນຄົ້ນຄວ້າກະສິກຳທ່າຊະໂນເຮັດການທົດລອງຜະລິດແນວພັນເຂົ້າຢູ່ນາໄຮ່ໃຫຍ່ ເຂດເມືອງຈຳພອນທີ່ມີເນື້ອທີ່ 50 ເຮັກຕາ, ເຊິ່ງຈະໄດ້ຮັບຜົນຜະລິດເປັນແນວພັນເຂົ້າປະມານ 200ໂຕນໂດຍທ່ານເຈົ້າແຂວງຈະຈັດສັນດ້ານງົບປະມານໃຫ້ສ່ວນໃດສ່ວນໜຶ່ງ.

ຈາກນັ້ນ, ທ່ານເຈົ້າແຂວງໄດ້ລົງເບິ່ງການຜະລິດລູກປາຂອງສູນປາກບໍ່ ເຊິ່ງສູນແຫ່ງນີ້ຜະລິດລູກປາໄດ້ 5 ລ້ານກວ່າໂຕ, ສະເພາະປີນີ້ຂາຍອອກໄປແລ້ວ 2 ລ້ານກວ່າໂຕ, ໃນໂອກາດນີ້ ທ່ານເຈົ້າແຂວງກໍ່ໄດ້ແນະນຳຫຼາຍບັນຫາໃຫ້ແກ່ຜູ້ບໍລິຫານງານໃນສູນດັ່ງກ່າວ ເພື່ອໃຫ້ໄດ້ແນວພັນປາທີ່ດີມີຄຸນນະພາບ ຖ້າເປັນໄປໄດ້ບໍ່ຢາກໃຫ້ນຳເຂົ້າລູກປາຈາກຕ່າງປະເທດ.