ຫົວໜ້າພະແນກ ຖວທ ເຄື່ອນໄຫວຊຸກຍູ້ວຽກງານການທ່ອງທ່ຽວ ຢູ່ບ້ານໜອງຫຼວງ ເມືອງປາກຊ່ອງ

ໃນລະຫວ່າງວັນທີ 16-17 ສິງຫາ 2024 ນີ້ ທ່ານ ປອ ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກ ຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຈໍາປາສັກ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານການທ່ອງທ່ຽວ ຢູ່ບ້ານໜອງຫຼວງ,ເມືອງປາກຊ່ອງ, ແຂວງ ຈໍາປາສັກ.
ໃນການລົງເຄື່ອນໄຫວຄັ້ງນີ້, ທ່ານ ປອ ວັນນະໄຊ ຊາດຕະກຸນ ໄດ້ເນັ້ນໃສ່ຄຸນນະພາບຂອງການບໍລິການ ດ້ານການທ່ອງທ່ຽວຢູ່ໃນເຂດຊຸມຊົນເຊັ່ນ: ການຮັກສາຄວາມສະອາດຂອງເຮືອນພັກປະຊາຊົນ ( Homestay ), ເຊິ່ງມີເຮືອນຮອງຮັບໃຫ້ແກ່ນັກທ່ອງທ່ຽວຈໍານວນ 30 ຫຼັງຄາເຮືອນໃນເຂດທ່ອງທ່ຽວບ້ານໜອງຫຼວງ ເພື່ອຕ້ອນຮັບນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ, ເຊິ່ງມີຫຼາຍກິດຈະກໍາຄື: ກິດຈະກໍາຍ່າງປ່າ(Trekking ), ກິດຈະກໍາຂີ່ສະລິງ ( Zip-line ), ນອນເຮືອນເທິງຕົ້ນໄມ້, ກິດຈະກໍາແຄັມປິ້ງ (Camping ) ແລະ ອື່ນໆ..., ນອກນັ້ນ, ທ່ານ ຫົວໜ້າ ພະແນກ ຖວທ ແຂວງ ຍັງໄດ້ເນັ້ນໜັກວຽກງານປ້ອງກັນຄວາມສະສະຫງົບ ເພື່ອຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ ທີ່ເຂົ້າຮ່ວມກິດຈະກໍາດັ່ງກ່າວ.
ໃນການລົງເຄື່ອນໃຫວຊຸກຍູ້ວຽກງານການທ່ອງທ່ຽວ ຢູ່ບ້ານໜອງຫຼວງ,ເມືອງປາກຊ່ອງໃນຄັ້ງນີ້, ທ່ານ ຍັງໄດ້ນໍາພາ ທີມງານສາຍທ່ອງທ່ຽວ, ນັກຣີວີວ ທີ່ມີຊື່ສຽງດ້ານການສ້າງສັນຜົນງານການທ່ອງທ່ຽວ ແລະອື່ນໆ ເຂົ້າຮ່ວມສໍາຫຼວດຖ່າຍທໍາ, ເພື່ອເປັນການໂຄສະນາແຫຼ່ງທ່ອງທ່ຽວຂອງເມືອງປາກຊ່ອງອອກສູ່ສາຍຕານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໄດ້ເຫັນ, ກໍຄືເຂດແຫຼ່ງທ່ອງທ່ຽວຊຸມຊົນບ້ານໜອງຫຼວງອີກດ້ວຍ.