ນາຍົກລັດຖະມົນຕີ ຂົ້າຮ່ວມກອງປະຊຸມສຸດຍອດກະບອກສຽງປະເທດເຂດໂລກໃຕ້ ຄັ້ງທີ 3 ແບບທາງໄກ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ແຫ່ງ ອິນເດຍ, ໃນວັນທີ 17 ສິງຫາ ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ສຸດຍອດກະບອກສຽງປະເທດເຂດໂລກໃຕ້ ຄັ້ງທີ 3 ແບບທາງໄກ, ພາຍໃຕ້ຫົວຂໍ້ບຸລິມະສິດ: “ອຳນາດຂອງປະເທດເຂດໂລກໃຕ້ ເພື່ອອະນາຄົດທີ່ຍືນຍົງ” ທີ່ ສໍານັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ.
ກອງປະຊຸມສຸດຍອດຄັ້ງນີ້, ແມ່ນຂໍ້ລິເລີ່ມຂອງ ອິນເດຍ ໃນຖານະປະເທດປະທານ G20 ປະຈຳປີ 2023 ໂດຍມີການນໍາຂັ້ນສູງ ແລະ ຂັ້ນລັດຖະມົນຕີ ຕາງໜ້າຈາກ 17 ປະເທດເຂດໂລກໃຕ້ ໄດ້ເຂົ້າຮ່ວມ. ກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບ ການທີ່ຜັນແປຂອງໂລກໃນປັດຈຸບັນ ແລະ ຄວາມພະຍາຍາມໃນການສືບຕໍ່ສ້າງຄວາມເຂັ້ມແຂງ ຂອງບັນດາປະເທດກຳລັງພັດທະນາໃນເຂດໂລກໃຕ້ ເພື່ອອະນາຄົດທີ່ຍືນຍົງ ໂດຍສະເພາະໃນທ່າມກາງສະພາບປະຈຸບັນ ທີ່ພາກພື້ນ ແລະ ໃນໂລກ ຍັງສືບຕໍ່ປະສົບກັບສິ່ງທ້າທາຍຫລາຍປະການ ເປັນຕົ້ນ ບັນຫາຂໍ້ຂັດແຍ່ງທາງດ້ານພູມສາດການເມືອງ, ບັນຫາເສດຖະກິດ, ການຄ້າ, ໄພເງິນເຟີ້, ການປ່ຽນແປງຂອງດິນຟ້າອາກາດ ແລະ ໄພທຳມະຊາດ, ຕ່ອງໂສ້ການສະໜອງໂລກ, ການບໍລິຫານລັດ, ການພັດທະນາຊັບພະຍາກອນມະນຸດ, ການຫັນເປັນດີຈິຕອນ ແລະ ອື່ນໆ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຢໍ້າຄືນຄວາມສໍາຄັນຂອງການພົວພັນຮ່ວມມືຫລາຍຝ່າຍ ເພື່ອການພັດທະນາແບບຍືນຍົງ ເຊິ່ງເຫັນວ່າ ເປັນບູລິມະສິດທີ່ຈຳເປັນ ສໍາລັບປະເທດກຳລັງພັດທະນາ ເພື່ອຄວາມຈະເລີນກ້າວໜ້າ ກໍຄື ການສືບຕໍ່ຮັກສາ ແລະ ສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຜາສຸກໃນ ພາກພື້ນ ແລະ ທົ່ວໂລກ, ລວມທັງ ຊຸກຍູ້ສົ່ງເສີມການຮ່ວມມືກັນຂອງບັນດາປະເທດ ກໍຄື ລະຫວ່າງອົງການຈັດຕັ້ງພາກພື້ນຂອງເຂດໂລກໃຕ້ ແລະ ບັນດາຄູ່ຮ່ວມມືພາຍນອກ ໂດຍສະເພາະໃນຂົງເຂດທີ່ເປັນທ່າແຮງຕ່າງໆ ເຊັ່ນ: ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຫັນເປັນດີຈິຕອນ, ພະລັງງານສະອາດ, ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ກໍຄື ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ຊາວໜຸ່ມ. ໃນຖານະທີ່ ສປປ ລາວ ເປັນປະທານອາຊຽນ ໃນປີ 2024, ສປປ ລາວ ມີຄວາມໝາຍໝັ້ນເພື່ອຊຸກຍູ້ສົ່ງເສີມການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສົ່ງເສີມການຮ່ວມມື ລະຫວ່າງ ບັນດາປະເທດສະມາຊິກອາຊຽນ ແລະ ກັບຄູ່ຮ່ວມມືພາຍນອກຂອງອາຊຽນ ໃຫ້ແໜ້ນແຟ້ນຂຶ້ນ ເພື່ອໃຫ້ເຮັດໃຫ້ ອາຊຽນ ສືບຕໍ່ເປັນພາກພື້ນແຫ່ງ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ເຊື້ອເຊີນ ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ແຫ່ງ ອິນເດຍ ເພື່ອເດີນທາງມາເຂົ້າຮ່ວມກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 8-11 ຕຸລາ 2024 ທີ່ ນະຄອນຫລວງວຽງຈັນ.
ໃນໄລຍະກອງປະຊຸມສຸດຍອດກະບອກສຽງປະເທດເຂດໂລກໃຕ້ ຄັ້ງທີ 3 ນີ້, ກໍຍັງມີກອງປະຊຸມລັດຖະມົນຕີຕ່າງປະເທດ, ກອງປະຊຸມລັດຖະມົນຕີສາທາລະນະສຸກ ແລະ ບັນດາກອງປະຊຸມ ແລະ ກິດຈະກຳອື່ນໆ ທີ່ປິ່ນອ້ອມຈຳນວນໜຶ່ງ.