ອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫຼວງພະບາງ

ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຄົນໃໝ່ ໄດ້ເຂົ້າຢ້ຽມຂໍ່ານັັບ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງຫຼວງພະບາງ ໃນວັນທີ 15 ສິງຫາ 2024.

ໃນໂອກາດນີ້ ທ່ານເຈົ້າແຂວງໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ເພາະເປັນສືບຕໍ່ການພົວພັນຮ່ວມມືຂອງສອງຊາດລາວ-ຈີນ, ຈີນ-ລາວ ທີ່ມີມາແຕ່ດົນນານ, ເຊີ່ງຜ່ານມາພັກ-ລັດຖະບານ ສປ ຈີນ ໄດ້ໃຫ້ການຊ່ວຍ ສປປ ລາວໃນຫຼາຍດ້ານ ເປັນຕົ້ນ ໂຄງການກໍ່ສ້າງເສັ້ນທາງລາວ-ຈີນ, ເສັ້ນທາງດ່ວນວັງວຽງ-ນະຄອນຫຼວງວຽງ ຈັນ, ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ແລະອື່ນໆ. ສະເພາະຢູ່ຫຼວງພະບາງ ສປ ຈີນ ໃຫ້ການຊ່ວຍເຫຼືອ ດ້ານການສຶກສາ, ສາທາລະນະສຸກ ແລະວຽກງານພັດທະນາການທ່ອງທ່ຽວຕື່ມອີກ. ຈາກນັ້ນ ທ່ານ ຟາງຫົງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພາຍຫຼັງທີ່ທ່ານໄດ້ເດີນທາງມາຮັບໜ້າທີ່ໃໝ່ ບໍ່ວ່າຈະຢູ່ນະຄອນຫຼວງວຽງຈັນ ກໍ່ຄື ຫຼວງພະບາງ, ການມາຄັ້ງນີ້ນອກຈາກມາຢ້ຽມຢາມແລ້ວ ແມ່ນເປັນການສຶກສາແຂວງຫຼວງພະບາງໄປພ້ອມໆ ກັນ ເຊີ່ງກ່ອນໜ້ານີ້ 23 ປີ ເຄີຍມາຢ້ຽມ ຢາມ ແລະ ທ່ອງທ່ຽວຫຼວງພະບາງ ໃນຖານະທີ່ຮັບຜິດຊອບວຽກງານການຮ່ວມມືລະ ຫວ່າງອາຊຽນ-ຈີນ ແຕ່ກັບມາຄັ້ງນີ້ ເຫັນວ່າຫຼວງພະບາງມີການະພັດທະນາ ແລະປ່ຽນແປງໄປຫຼາຍ ຍ້ອນມີການນຳພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນປະ ຕິວັດລາວກໍ່ຄືການນຳຂອງແຂວງ.
ໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ, ໃນວັນທີ 16 ສິງຫາ 2024, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ແລະທ່ານ ຈາງ ເຊີຜິງ ກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ພ້ອມດ້ວຍທີມງານໄດ້ມາຢ້ຽມຢາມ ແລະຊີ້ນຳວຽກງານຢູ່ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ໂດຍ ທ່ານ ວິລະ ອາໂນລັກ, ອະທິການບໍດີ ມະຫາວິທະຍາໄລສຸພານຸວົງ, ທ່ານ ນາງ ສຸດທິດາ ຮຸ່ງແສງຟ້າ ຜູ້ອຳນວຍການ ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ຝ່າຍລາວ, ທ່ານ ຊົງ ໝິນອິງ ຜູ້ອໍານວຍການສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ຝ່າຍຈີນ ແລະພະນັກງານ-ອາຈານໃນສະຖາບັນໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນໂອກາດນີ້ ທ່ານ ຊົງ ໝິນອິງ ໄດ້ລາຍງານກ່ຽວກັບຜົນງານການເຄື່ອນໄຫວທີ່ສໍາຄັນ ແລະພົ້ນເດັ່ນທີ່ຍາດມາໄດ້, ຈາກນັ້ນ, ທ່ານ ນາງ ສຸດທິດາ ຮຸ່ງແສງຟ້າ ໄດ້ລາຍ ງານກ່ຽວກັບທີມງານຂອງສະຖາບັນຂົງຈື ໄດ້ສຳເລັດການແປປື້ມ “ຫຼຸດຜ່ອນຄວາມທຸກຍາກ” ເປັນພາສາລາວ ແລະວາງແຜນໃນການປັບປຸງໃນອະນາຄົດ.
ໂອກາດນີ້ ທ່ານທູດໄດ້ສະແດງຄວາມຍິນດີ ແລະຕີລາຄາສູງ ຕໍ່ຜົນງານທີ່ສະຖາ ບັນຂົງຈື ມະຫາວິທະຍາໄລ ສຸພານຸວົງໄດ້ປະຕິບັດສໍາເລັດຫຼາຍວ-ກງານ, ພ້ອມທັງສະແດງຄວາມຍິນດີ ທີ່ຈະໃຫ້ການສະໜັບສະໜູນ ຕໍ່ການພັດທະນາສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ຢ່າງເຕັມທີ່.