ຈີນ ແລະ ລາວ ຮ່ວມມືກັນອະນຸລັກຊີວະນານາພັນຢູ່ເຂດຊາຍແດນສອງປະເທດ

ເມື່ອບໍ່ດົນມານີ້, ຊ້າງປ່າອາຊີໂຕໜຶ່ງໄດ້ຍ່າງຂ້າມຜ່ານດ່ານກວດກາຊາຍແດນຈີນ-ລາວ ແລະ ຍ່າງເລາະຢູ່ໃນເຂດປະເທດລາວຊົ່ວໄລຍະໜຶ່ງ ແລ້ວກັບຄືນສູ່ປະເທດຈີນຕາມເສັ້ນທາງເກົ່າ. ໃນຫຼາຍປີມານີ້,ຄຽງຄູ່ກັບສິ່ງແວດລ້ອມນິເວດຢູ່ເຂດຊາຍ ແດນຈີນ-ລາວນັບມື້ນັບດີຂຶ້ນ, ຊ້າງປ່າອາຊີ ແລະ ສັດປ່າອື່ນໆທີ່ດຳລົງຊີວິດຢູ່ເຂດຊາຍແດນດັ່ງກ່າວບໍ່ໄດ້ຢ້ານມະນຸດຫຼາຍຄືແຕ່ກ່ອນແລ້ວ. ສັດປ່າຈຳນວນໜຶ່ງເລີ່ມມັກພາກັນຍ່າງອອກຈາກປ່າດົງ, ຍິ່ງໄປກວ່ານັ້ນຍັງ “ເຂົ້າ-ອອກຢ່າງເສລີ” ຜ່ານດ່ານສອງປະເທດ, ຍ່າງເລາະຢ່າງສະໜຸກສະໜານ ແລ້ວກໍກັບຄືນສູ່ບ່ອນຢູ່ອາໄສຂອງຕົນໃນປ່າ.

ໃນເມື່ອກ່ອນ, ປະຊາຊົນທີ່ຢູ່ຕາມເຂດຊາຍແດນຈີນ-ລາວຈຳນວນໜຶ່ງຍັງບໍ່ທັນມີສະຕິໃນການປົກປັກຮັກສາສິ່ງແວດລ້ອມນິເວດທີ່ເຂັ້ມແຂງ, ເຮັດໃຫ້ເກີດມີກໍລະນີທຳລາຍສິ່ງແວດລ້ອມນິເວດເລື້ອຍໆ, ຍິ່ງໄປກວ່ານັ້ນ ຍັງໄດ້ເກີດມີຄະດີຍິງຊ້າງປ່າອາຊີ ແລະ ສັດປ່າອື່ນໆທີ່ຊອກຫາຢູ່ຫາກິນໄປມາຕາມຊາຍແດນສອງປະເທດ. ນັບແຕ່ປີ 2006 ເປັນຕົ້ນມາ, ຜ່ານຈາກການເຈລະຈາຂອງ ຈີນ ແລະ ລາວ, ສອງປະ ເທດໄດ້ສ້າງກົນໄກຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນເພື່ອປົກປັກຮັກສາສັດປ່າ ແລະ ພືດ ພ້ອມທັງໃຫ້ການໂຄສະນາເຜີຍແຜ່ນະໂຍບາຍ ແລະ ກົດລະບຽບຂອງສອງປະ ເທດ. ຈີນ ແລະ ລາວໄດ້ເລີ່ມປະຕິບັດແຜນການປະຕິບັດງານເພື່ອປົກປັກຮັກສາຊີວະນານາພັນຂ້າມຊາຍແດນ ໂດຍຜ່ານການຈັດການແລກປ່ຽນລະຫວ່າງປະຊາຊົນເຂດຊາຍແດນ, ການເຝິກອົບຮົມເຕັກນິກຂ້າມຊາຍແດນ, ການດຳເນີນການຕິດຕາມ ແລະ ການລາດຕະເວນຮ່ວມກັນ ແລະ ຮູບແບບອື່ນໆ. ນັບມາຮອດປັດຈຸບັນ, ສອງປະເທດໄດ້ສ້າງແລວທາງລະບົບນິເວດສີຂຽວຢູ່ຕາມເຂດຊາຍແດນຈີນ-ລາວ ທີ່ມີຄວາມຍາວປະມານ 220 ກິໂລແມັດ ແລະ ມີເນື້ອທີ່ປະມານ 2 ແສນເຮັກຕາ ເຊິ່ງພາກໃຕ້ເລີ່ມຈາກເຂດປ່າສະຫງວນແຫ່ງຊາດນ້ຳຫ້າຂອງລາວ ແລະ ເໜືອຂຶ້ນໄປຈົນຮອດເຂດປ່າສະຫງວນເມືອງຫຼ້າສິບສອງພັ່ນນາຂອງຈີນ.

ສິ່ງທີ່ໜ້າສົນໃຈນັ້ນກໍຄື, ເພື່ອຮັບປະກັນຕໍ່ແຫ່ງອາໄສຂອງຊ້າງອາຊີ ແລະ ທາງລົດໄຟຈີນ-ລາວສາມາດຢູ່ຮ່ວມກັນຢ່າງກົມກຽວກັນນັ້ນ, ບໍລິສັດທາງລົດໄຟຈີນສາຂາຄຸນໝິງໄດ້ສ້າງຮົ້ວ ແລະ ຊ່ອງທາງສະເພາະສຳລັບຝຸງຊ້າງ, ຍັງໄດ້ຄົ້ນຄວ້າ ແລະ ສ້າງ “ລະບົບແຈ້ງເຕືອນການບຸກລຸກເຂົ້າມາຂອງຊ້າງອາຊີຕາມທາງລົດໄຟຈີນ-ລາວ”. ຢູ່ໃນຂອບເຂດການເຄື່ອນຍ້າຍຂອງຊ້າງອາຊີ, ພາກສ່ວນທາງລົດໄຟຂອງຈີນໄດ້ວາງແຜນການຮັບມືສຸກເສີນ ໂດຍນຳໃຊ້ APP ເພື່ອສະດວກໃນການຕິດຕາມຂໍ້ ມູນການເຄື່ອນຍ້າຍຂອງຊ້າງປ່າ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ທາງລົດໄຟຈີນ-ລາວ ກໍຄືຊ້າງປ່າ.

ໂດຍຜ່ານຄວາມພະຍາຍາມຂອງຈີນ ແລະ ລາວ, ກອງປະຊຸມແລກປ່ຽນລະຫວ່າງປະຊາຊົນເຂດຊາຍແດນ, ກອງປະຊຸມຊຸກຍູ້ວຽກງານໂຄງການປົກປັກຮັກສາຊີວະນານາພັນ ແລະ ກອງປະຊຸມເຝິກອົບຮົມຕ່າງໆໄດ້ຈັດຂຶ້ນເປັນປົກກະຕິ. ໂດຍຜ່ານຄວາມພະຍາຍາມມາເປັນເວລາດົນນານ, ຊ້າງອາຊີ ແລະ ສັດປ່າທີ່ມີຄວາມສ່ຽງໃກ້ຈະສູນພັນ ພ້ອມທັງແຫ່ງທີ່ຢູ່ອາໄສຂອງພວກມັນໄດ້ຮັບການປົກປັກຮັກສາຢ່າງມີປະສິດທິຜົນ.

ນັບແຕ່ປີ 2006 ຈົນເຖິງປັດຈຸບັນ, ການປົກປັກຮັກສາຊີວະນານາພັນຂ້າມຊາຍ ແດນຈີນ-ລາວໄດ້ດຳເນີນມາເປັນເວລາ 17 ປີແລ້ວ. ໃນ 17 ປີທີ່ຜ່ານມາ, ໂດຍຜ່ານລັດຖະບານ ແລະ ອົງການຄຸ້ມຄອງເຂດປ່າສະຫງວນຂອງສອງປະເທດ, ວຽກງານການອະນຸລັກໄດ້ເລີ່ມຈາກການອະນຸລັກສັດ ຫຼື ພືດຊະນິດດຽວ ກາຍມາເປັນການອະນຸລັກຊີວະນານາພັນໃນປັດຈຸບັນ, ການອະນຸລັກຊີວະນານາພັນໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນ, ພູເຂົາຢູ່ຕາມເຂດຊາຍແດນຈີນ-ລາວມີຄວາມຂຽວງາມກວ່າເກົ່າ ແລະ ສາຍນໍ້າຂອງແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງກໍມີຄວາມສະອາດກວ່າເກົ່າ.