ສຶກສາ ແລະອອກແບບເພື່ອພັດທະນາໂມດູນ ຕິດຕາມ ແລະຄຸ້ມຄອງການເກັບລາຍຮັບ ຄ່າບິນຜ່ານນ່ານຟ້າ ແລະ ຂຶ້ນລົງ-ຈອດຢູ່ ສປປ ລາວ

ພິທີລົງນາມຮ່ວມມືກັນ ລະຫວ່າງ ກະຊວງການເງິນ ແລະ ບໍລິສັດ ເອໄອດີຊີເທັກ ຈໍາກັດຜູ້ດຽວ ກ່ຽວກັບການສຶກສາ ແລະ ອອກແບບ ເພື່ອພັດທະນາ ໂມດູນ ຕິດຕາມ ແລະ ຄຸ້ມຄອງການເກັບລາຍຮັບ ຄ່າບິນຜ່ານນ່ານຟ້າ ແລະ ຂຶ້ນລົງ-ຈອດ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2024 ໂດຍການລົງນາມຂອງທ່ານ ສົມຈິດ ຄໍາມຸງຄຸນ ວ່າການຫົວໜ້າຫ້ອງການ ກະຊວງການເງິນ ແລະ ທ່ານ ພຶດສະພາ ພູມມະສັກ ປະທານ ບໍລິສັດ ເອໄອດີຊີເທັກ ຈໍາກັດຜູ້ດຽວ, ໃຫ້ກຽດເປັນສັກຂີພິຍານໂດຍ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະຊວງການເງິນ, ມີຕາງໜ້າບັນດາກົມອ້ອມຂ້າງ ກະຊວງການເງິນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການເຊັນສັນຍາຮ່ວມມືໃນຄັ້ງນີ້ແມ່ນເພື່ອຮັບປະກັນໃນການຈັດຕັ້ງປະຕິບັດການສຶກສາ ແລະອອກແບບເພື່ອພັດທະນາໂມດຸນຄຸ້ມຄອງເກັບລາຍຮັບການເຄື່ອນຍ້າຍແຮ່ທາດ ແລະ ສິນຄ້າຄວບຄຸມ ແລະພັດທະນາໂມດູນຕິດຕາມ ແລະ ຄຸ້ມຄອງການເກັບລາຍຮັບ ຄ່າບິນຜ່ານນ່ານຟ້າ ແລະ ຂຶ້ນ-ລົງຈອດຢູ່ ສປປ ລາວ, ລວມທັງ ຄ່າທໍານຽມ-ຄ່າບໍລິການ ແລະ ພັນທະອື່ນໆ ທີ່ຕິດພັນໃຫ້ສໍາເລັດ ຕາມຄວາມຕ້ອງການ ແລະ ຄາດຫມາຍ ພື່ອຄົ້ນຄວ້າກໍານົດຄວາມຕ້ອງການທາງດ້ານເຕັກນິກອອກແບບ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສອດຄ່ອງກັບ ທິດຫັນເປັນທັນສະໄຫມລວມສູນ ຂອງຂະແຫນງການເງິນ ໃນການຄຸ້ມຄອງງົບປະມານແຫ່ງລັດ ແລະ ຂະແຫນງການທີ່ກ່ຽວຂ້ອງແນໃສ່ຄຸ້ມຄອງການຂຸດຄົ້ນ, ປຸງແຕ່ງ ແລະ ເຄື່ອນຍ້າຍ ແຮ່ທາດ ແລະບັນດາສິນຄ້າຄວບຄຸມ ຂອງ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງທັງສາມາດເຊື່ອມຕໍ່ເຂົ້າລະບົບຂອງທະນາຄານ ແຫ່ງ ສປປ ລາວ ແລະບັນດາກະຊວງ ແລະຂະແຫນງການທີ່ກ່ຽວຂ້ອງ.

ໂອກາດນີ້, ທ່ານ ພຶດສະພາ ພູມມະສັກ ຍັງໃຫ້ຮູ້ວ່າ: ການຮ່ວມມືໃນຄັ້ງນີ້ເພື່ອພັດທະນາວຽກງານຄຸ້ມຄອງລາຍຮັບຂອງກະຊວງການເງິນໃນບາງໂມດູນໃຫ້ກາຍເປັນທັນສະໄໝ ເຊິ່ງມີຄວາມໝາຍຄວາມສໍາຄັນຫຼາຍຕໍ່ ສປປ ລາວ ເປັນຕົ້ນແມ່ນການຄຸ້ມຄອງ ແລະ ເກັບລາຍຮັບ ການເຄື່ອນຍ້າຍແຮ່ທາດ ແລະສິນຄ້າຄວບຄຸມ ຢູ່ ສປປ ລາວ ທັງມີລະບົບລວມສູນ ທີ່ສາມາດຄຸ້ມຄອງ ແລະຈັດການໄດ້ແບບທັນທີ; ຕິດຕາມສະພາບການເຄື່ອນຍ້າຍຂອງລົດບັນທຸກແຮ່ທາດ ແລະສິນຄ້າຄວມຄຸມດ້ວຍລະບົບ GPS, ກວດສອບການປະຕິບັດພັນທະຄ່າຊັບພະຍາກອນທຳມະຊາດ ແລະ ພາສີສົ່ງອອກທີ່ກ່ຽວພັນກັບແຮ່ທາດ ແລະສິນຄ້າຄວບຄຸມໃຫ້ມີຄວາມຖືກຕ້ອງ ແລະ ໂປ່ງໃສ, ສາມາດເຊື່ອມຕໍ່ MTS ກັບ ກະຊວງທີ່ກ່ຽວຂ້ອງ ເຊັ່ນ: ເຊື່ອມຕໍ່ຫາລະບົບປະເພດທະບຽນວິສະຫະກິດ ຂອງກະຊວງອຸດສາຫະກຳ ແລະການຄ້າ, ເຊື່ອມຕໍ່ ກັບໃບອະນຸຍາດສໍາປະທານຂອງກະຊວງແຜນ ແລະການລົງທຶນ, ເຊື່ອມຕໍ່ກັບການອະນຸຍາດສົ່ງອອກແຮ່ທາດກະຊວງພະລັງງານ ແລະບໍ່ແຮ່ ແລະກະຊວງອື່ນໆ; ເຊື່ອມຕໍ່ກັບລະບົບທັນສະໄຫມຄຸ້ມຄອງງົບປະມານແຫ່ງລັດຂອງກະຊວງການເງິນ ແລະຂະແຫນງການທີ່ກ່ຽວຂ້ອງ.

“ສໍາລັບການພັດທະນາ ໂມດູນຕິດຕາມ ແລະຄຸ້ມຄອງການເກັບລາຍຮັບຄ່າບິນຜ່ານນ່ານຟ້າ ແລະຂຶ້ນ-ລົງຈອດ ຢູ່ ສປປ ລາວ, ລວມທັງຄ່າທໍານຽມ-ຄ່າບໍລິການ ແລະ ພັນທະອື່ນໆທີ່ຕິດພັນ; ແມ່ນຈະໄດ້ມີການເຊື່ອມຕໍ່ລະບົບທີ່ພັດທະນາຫາລະບົບຂອງກະຊວງການເງິນ ຫລືລະບົບອື່ນໆທີ່ກ່ຽວຂ້ອງ ຜ່ານລະບົບ APS ເຂົ້າສູ່ລະບົບ ຂອງທະນາຄານ ແຫ່ງ ສປປ ລາວ ແລະກະຊວງໂຍທາທິການ ແລະຂົນສົ່ງ ເພື່ອລວມສູນການຊຳລະ ຜ່ານລະບົບຊຳລະພັນທະງົບປະມານແຫ່ງລັດ ຫລື ລະບົບອື່ນໆ ໂດຍເຊື່ອມຕໍ່ກັບ ລະບົບການກວດສອບລາຍຮັບ ຂອງທະນາຄານແຫ່ງ ສປປ ລາວ ເພື່ອທຽບກັບຂໍ້ມູນເຮືອບິນຜ່ານ ແລະ ຂຶ້ນ-ລົງ ຈອດ ຢູ່ ສປປ ລາວ; ແຍກລາຍຮັບ ວິຊາການ, ຄ່າພັນທະ ແລະ ລາຍຮັບອື່ນໆ; ກວດກາຂໍ້ມູນ ຈໍານວນເຮືອບິນ ບິນຜ່ານນ່ານຟ້າ ແລະ ຂຶ້ນ-ລົງຈອດ ຢູ່ ສປປ ລາວ; ສຶກສາເຄື່ອງມືຕິດຕາມວິທະຍຸການບິນ ແລະ ລະບົບເລດ້າ ເພື່ອປະເມີນ ແລະ ແນະນໍາ ເຄື່ອງມືທີ່ເຫມາະສົມ, ລວມເຖິງການສຶກສາງົບປະມານ ໃນການປັບປຸງພື້ນຖານໂຄງລ່າງ ແລະອຸປະກອນດັ່ງກ່າວໃຫ້ທັນສະໄຫມເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາລະນາ; ສຶກສາວິທີເພີ່ມລາຍຮັບ ແລະທວງຫນີ້ໃຫ້ວຽກງານບໍລິການເຮືອບິນບິນຜ່ານນ່ານຟ້າ ແລະຕິດຕາມເຮືອບິນຂຶ້ນ-ລົງຈອດ ຢູ່ ສປປ ລາວ. ທັງນີ້ກໍ່ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານສອດຄ່ອງກັບ ທິດຫັນເປັນທັນສະໄຫມລວມສູນຂອງຂະແຫນງການເງິນ ໃນການຄຸ້ມຄອງງົບປະມານແຫ່ງລັດ.